ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອັດຕະປື ຄັ້ງທີ XII.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອັດຕະປື ຄັ້ງທີ XII ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າທີ 25 ກັນຍາ 2025 ນີ້, ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົທ ວັນທອງ ກອງມະນີ ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງອັດຕະປື; ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ນ ສີໃສ ລືເດດມູນສອນ ກົມການການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ປອ ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ; ມີ ສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ; ບັນດາສະຫາຍຜູ້ຕາງໜ້າການນຳ ສູນກາງ; ການນຳຂອງແຂວງ ເຊກອງ, ແຂວງ ສາລະວັນ, ແຂວງຈຳປາສັກ, ກອງພົນທີ 5 ພ້ອມຄະນະ, ບັນດາສະຫາຍອາດີດການນຳ, ພະນັກງານອາວຸໂສ-ບຳນານ, ຕົວແທນວິລະຊົນ, ນັກຮົບແຂ່ງຂັນ, ຕົວແທນນັກທຸລະກິດ, ຕົວແທນກົມກອງ ແລະ ຄອບຄົວຕົວແບບ, ພ້ອມດ້ວຍບັນດາສະຫາຍຜູ້ແທນສົມບູນທັງໝົດ ຈໍານວນ 247 ສະຫາຍ, ຍິງ 36 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ບັນດາສະຫາຍສະມາຊິກພັກທັງໝົດໃນທົ່ວແຂວງ 11,228 ສະຫາຍເຂົ້າຮ່ວມ ແລະ ເປັນຕົວແທນໃຫ້ແກ່ 11 ຊົນເຜົ່າທົ່ວແຂວງອັດຕະປື.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອັດຕະປື ຄັ້ງທີ XII ພາຍໃຕ້ຄໍາຂວັນທີ່ວ່າ: ” ເພີ່ມທະວີຄວາມສາມາດນໍາພາທີ່ເຂັ້ມແຂງ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ພັດທະນາເສດຖະກິດເອກະລາດເປັນເຈົ້າຕົນເອງ, ຄຸ້ມຄອງລັດ-ສັງຄົມດ້ວຍກົດໝາຍ ແລະ ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າແຂວງອັດຕະປື ໃຫ້ມີຄຸນນະພາບໃໝ່ ”.
ໃນວາລະກອງປະຊຸມໃຫຍ່, ສະຫາຍ ພົທ ວັນທອງ ໄດ້ມີຄໍາເຫັນວ່າ: ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XII ຂອງອົງຄະນະພັກແຂວງໃນຄັ້ງນີ້, ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ, ຜູ້ແທນທີ່ເຂົ້າຮ່ວມໄດ້ພ້ອມກັນທົບທວນຫວນຄືນຜົນງານການນຳພາ-ຊີ້ນຳວຽກງານຮອບດ້ານ ໃນໄລຍະຜ່ານມາ ໃນການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025)ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຢາເສບຕິດ.
, ພ້ອມນີ້ ຜູ້ແທນກອງປະຊຸມໃຫຍ່ຂອງພວກເຮົາຈະໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນເພື່ອດໍາເນີນການປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນຳ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ໃຫ້ໄດ້ຮັບປະສິດທິຜົນທາງດ້ານປະລິມານ ແລະ ຄຸນນະພາບເປັນຢ່າງດີ; ເປັນຄັນທຸງນໍາໜ້າໃນທຸກວຽກງານ ແລະ ເປັນໃຈກາງໃນການເຕົ້າໂຮມ ຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງໃນໄລຍະໃໝ່, ສ້າງໃຫ້ແຂວງອັດຕະປື ກາຍເປັນແຂວງທີ່ມີການພັດທະນາຢ່າງຮອບດ້ານ ໃນຊຸມປີຕໍ່ໜ້າ.