ກອງປະຊຸມໃຫຍ່ຄະນະພັກຮາກຖານຄັ້ງທີVII ພະແນກສຶກສາທິການ ແລະ ກິລາແຂວງ ( ສກຂ ) ອັດຕະປື ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 04 ກັນຍາ 2025 ຜ່ານມານີ້ ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນມື້ດຽວກັນ ທີ່ຫໍປະຊຸມໃຫຍ່ຂອງແຂວງ; ໂດຍການເປັນປະທານຂອງ ສະຫາຍ ອຸດົມສີນ ສີຊານົນ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານຫົວໜ້າ ພະແນກສຶກສາທິການ ແລະ ກິລາແຂວງ, ກອງປະຊຸມໄດ້ຮັບກຽດຢ່າງສູງຕ້ອນຮັບການຮ່ວມ ແລະ ໃຫ້ທິດຊີ້ນໍາ -ໂອ້ລົມຂອງ ສະຫາຍ ບຸນເສີດ ເສດທິລາດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງອັດຕະປື, ພ້ອມດ້ວຍ ບັນດາສະຫາຍຜູ້ແທນສົມບູນ 236 ສະຫາຍ, ຍິງ 114 ສະຫາຍ ທີ່ເປັນຕົວແທນຈາກ 8 ໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໄດ້ດໍາເນີນພາຍໃຕ້ຄໍາຂວັນທີ່ວ່າ: " ຍົກສູງຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າຂອງຄະນະພັກ, ເພີ່ມທະວີຄວາມສາມັກຄີປອງດອງທັງພາຍໃນ ແລະ ຕ່າງປະເທດ, ຢຶດໝັ້ນເເນວທາງການປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການ ໂດຍກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ " ບັນດາສະຫາຍຜູ້ແທນ ໄດ້ຍົກບົດບາດຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄໍາຄິດເຫັນຕໍ່ເນື້ອໃນຂອງກອງປະຊຸມ ຢ່າງກົງໄປກົງມາໄດ້ເຮັດໃຫ້ກອງປະຊຸມສໍາເລັດຕາມຈຸດປະສົງທີ່ວາງໄວ້; ກອງປະຊຸມພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາ ຄະນະຮາກຖານພັກຊຸດໃໝ່ ບົນພື້ນຖານຖືກຕ້ອງຕາມມາດຖານເງື່ອນໄຂທີ່ໄດ້ກຳນົດໄວ້, ເຊິ່ງມີຜູ້ອອກສະໝັກ ເລືອກຕັ້ງ 13 ສະຫາຍ, ຍິງ 1 ສະຫາຍ ແລະ ເລືອກໄດ້ 9 ສະຫາຍ ຍິງ 1 ສະຫາຍ; ມີ ສະຫາຍ ອຸດົມສິນ ສີຊານົນ; ສະຫາຍ ກໍລະກັນ ສົມພັກດີ; ສະຫາຍ ສຸກສະໄຫວ ຄ່ຽມພະຈິດ; ສະຫາຍ ນ ກົງລຽນ ຄໍາພັນ; ສະຫາຍ ສຸກັນ ວຽງແກ້ວ;ສະຫາຍ ເພັດທະນູຄໍາ ເທບຄໍາພູນວົງ; ສະຫາຍ ພູທິດ ສິນລະປະ; ສະຫາຍ ໄມແສງ ດວງສີ ແລະ ສະຫາຍ ບຸນນາມ ຈັນທະມາດ; ກອງປະຊຸມຍັງໄດ້ເລືອກເອົາ ຜູ້ແທນສົມບູນ ຈໍານວນ 9 ສະຫາຍ, ສໍາຮອງ 2 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງອັດຕະປື ຄັ້ງທີ XII ນໍາອີກ; ໃນນີ້ ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ໄດ້ເອກະພາບລົງປະຊາມະຕິເລືອກເອົາ ສະຫາຍ ອຸດົມສິນ ສີຊານົນ ເປັນເລຂາຄະນະພັກຮາກຖານ ພະແນກສຶກສາທິການ ແລະກິລາ ແຂວງອັດຕະປື ສະໄໝທີ VII, ສະຫາຍ ສຸກສະໄຫວ ຄ່ຽມພິຈິດ ເປັນຮອງເລຂາ ແລະ ສະຫາຍ ກໍລະກັນ ສົມພັກດີ ເປັນປະທານຄະນະກວດກາ ຄະນະພັກຮາກຖານ. ສະຫາຍ ເພັດທະສູຄໍາ ເທບຄໍາພູນວົງ ແລະ ສະຫາຍ ແກ້ວອຸດົມ ໄຊເສດຖາ ເປັນ ຮອງປະທານຄະນະກວດກາ ຄະນະພັກຮາກຖານ.
ໃນຕອນທ້າຍ ຜູ້ແທນກອງປະຊຸມໃຫ່ຍໄດ້ຮັບຟັງການໂອ້ລົມຈາກສະຫາຍ ບຸນເສີດ ເສີດທິລາດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ ໄດ້ຕີລາຄາສູງ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ການຊີ້ນໍາ-ນໍາພາຂອງຄະນະພັກຊຸດຜ່ານມາທີ່ໄດ້ຊີ້ນໍາ-ນໍາພາພະນັກງານສະມາຊິກພັກ, ປະຕິບັດໜ້າທີ່ການເມືອງ ຂອງຕົນ ຍາດໄດ້ຜົນສໍາເລັດຫລາຍດ້ານ ທັງມີຄວາມໜັກແໜ້ນເຂັ້ມແຂງຂຶ້ນກວ່າເກົ່າ, ສະຫາຍຍັງໄດ້ສະແດງ ຄວາມເປັນຫ່ວງເປັນໄຍ ຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ໄດ້ໃຫ້ທິດຊີ້ນໍາວຽກງານແຕ່ລະດ້ານ, ສະຫາຍມີຄວາມເຊື່ອໝັ້ນຕໍ່ຄະນະພັກ ຊຸດໃໝ່ທີ່ຈະສືບຕໍ່ຊີ້ນໍາ-ນໍາພາ ໂດຍສະເພາະແມ່ນ ສະຫາຍເລຂາພັກ ທີ່ຈະເປັນຄັນທຸງນໍາໜ້າ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄະນະພັກຮາກຖານໃຫ້ປະກົດຜົນເປັນຈິງ ຕາມລະດັບຄາດໝາຍທີ່ ໄດ້ກຳນົດໄວ້ກອງປະຊຸມຮຽກຮ້ອງມາຍັງບັນດາສະຫາຍສະມາ ຊິກພັກ, ພະນັກງານ ພາຍໃນໜ່ວຍພັກ ຈົ່ງໄດ້ ເອົາໃຈໃສ່ສຸມທຸກສະຕິປັນຍາເຂົ້າໃສ່ການຈັດຕັ້ງປະຕິບັດ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງ ຕົນ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມໃຫຍ່ໜ່ວຍພັກຄັ້ງນີ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ຫັນເປັນແຜນງານ, ໂຄງການລະອຽດ ແນ່ໃສ່ເພື່ອສ້າງໃຫ້ຄະນະພັກຮາກຖານມີການຫັນປ່ຽນທີ່ຕັ້ງໜ້າ ແລະ ມີການພັດ ທະນາກ້າວ ຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ ອຸໄລວັນ ດວງບຸບຜາ




