ໜ່ວຍພັກ 8 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ ສກຂ ອັດຕະປື ຜ່ານການປະເມີນເປັນໜ່ວຍພັກ “ປອດໃສ-ເຂັ້ມແຂງ-ໜັກແໜ້ນ” ປະຈຳປີ 2025.

 

 ໃນຕອນເຊົ້າຂອງວັນທີ 28 ເມສາ 2026, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ( ສກຂ ) ອັດຕະປື, ພະແນກສຶກສາທິກທານ ແລະ ກິລາ ອັດຕະປືໄດ້ຈັດກອງປະຊຸມສະຫຼຸບການປະເມີນໜ່ວຍພັກ “ປອດໃສ, ເຂັ້ມແຂງ, ໜັກແໜ້ນ” ປະຈຳປີ 2025 ແລະ ຮັບຮອງແຜນກໍ່ສ້າງປະຈໍາປີ 2026 ຂອງ 8 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ.
ກອງປະຊຸມ ໄດ້ຮັບກຽດເປັນປະທານໂດຍ ສະຫາຍ ສີໄລ ສີສະແຫວງສຸກ ຄະນະປະຈຳພັກແຂວງ, ມີ ສະຫາຍ ອຸດົມສີນ ສີຊານົນ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານພະແນກ, ຄະນະກໍາມະການປະເມີນຂັ້ນແຂວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກເຂົ້າຮ່ວມ.

322
323

ຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກິລາແຂວງ ແມ່ນຮາກຖານພັກໜຶ່ງ ທີ່ຂຶ້ນກັບ ອົງຄະນະພັກແຂວງ ປະກອບມີ 8 ໜ່ວຍພັກ ຄື: ໜ່ວຍພັກບໍລິຫານ, ໜ່ວຍພັກວິຊາການ, ໜ່ວຍພັກກິລາກາຍຍະກໍາ, ໜ່ວຍພັກສູນ ການສຶກສານອກໂຮງຮຽນ, ໜ່ວຍພັກສູນສຶກສານິເທດ, ໜ່ວຍພັກ ໂຮງຮຽນ ມ,ສ ຈັນທາ, ໜ່ວຍພັກໂຮງຮຽນ ມ,ສ ຊົນເຜົ່າ, ໜ່ວຍພັກໂຮງຮຽນ ເຕັກນິກ-ວິຊາຊີບແບບປະສົມ; ມີຄະນະໜ່ວຍພັກ 23 ສະຫາຍ, ຍິງ 7 ສະຫາຍ ມີສະມາຊິກພັກທັງໝົດ 273 ສະຫາຍ, ຍິ 139 ສະຫາຍ, ເປັນສະມາຊິກພັກສົມບູນ 260 ສະຫາຍ, ຍິງ 129 ສະຫາຍ, ສະມາຊິກພັກສໍາຮອງ 13 ສະຫາຍ, ຍິງ 10 ສະຫາຍ; ໄດ້ຮັບຮອງເປັນສະມາຊິກພັກແຂງ 257 ສະຫາຍ, ຍິງ 128 ສະຫາຍ. ໃນກອງປະຊຸມຕ່າງໜ້າໃຫ້ 8 ໜ່ວຍພັກ ໄດ້ຜ່ານບົດສະຫຼູບການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026.
ຜ່ານການສະຫຼຸບຕີລາຄາ ແລະ ປະເມີນຜົນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ສາມາດຮັບຮອງເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ໄດ້ຮັບຮອງວ່າ ທັງ 8 ໜ່ວຍພັກ ສາມາດບັນລຸມາດຖານ “ປອດໃສ, ເຂັ້ມແຂງ, ໜັກແໜ້ນ” ປະຈຳປີ 2025 ດ້ວຍຄະແນນປະເມີນ 9 ຄະແນນຂຶ້ນໄປ ຕາມເງື່ອນໄຂທີ່ກຳນົດ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາແຜນການກໍ່ສ້າງໜ່ວຍພັກປະຈຳປີ 2026 ຢ່າງເປັນເອກະພາບ.

331





ໜ່ວຍພັກບໍລິຫານ









328





ໜ່ວຍພັກວິຊາການ









329






ໜ່ວຍພັກກິລາກາຍຍະກໍາ








330






ໜ່ວຍພັກສູນ ການສຶກສານອກໂຮງຮຽນ








332






ໜ່ວຍພັກສູນສຶກສານິເທດ









335






ໜ່ວຍພັກ ໂຮງຮຽນ ມ,ສ ຈັນທາ








334






ໜ່ວຍພັກໂຮງຮຽນ ມ,ສ ຊົນເຜົ່າ








333







ໜ່ວຍພັກໂຮງຮຽນ ເຕັກນິກ-ວິຊາຊີບແບບປະສົມ







326

336

337

338

339

324


ຂ່າວໂດຍ: ພົມວິຫານ ໄຊຊະນະ
ລົງເວັບໄຊສ໌ໂດຍ:​ໜ່ວຍງານ MIS
ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026