ໜ່ວຍພັກວິຊາການ ສກຂ ອັດຕະປື ຕີລາຄາຜົນການນໍາພາ-ຊີ້ນໍາວຽກງານຮອບດ້ານ 1 ປີ

 

 ໜ່ວຍພັກວິຊາການ ທີ່ຂື້ນກັບຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກິລາ ແຂວງ ( ສກຂ) ອັດຕະປື ໄດ້ໄຂກອງປະຊຸມ ຕີລາຄາຄືນຜົນການຈັດຕັ້ງປະຕິບັດການນໍາພາ-ຊີ້ນໍາການເຊື່ອມຊື່ມເນື້ອໃນມະຕິກອງປະຊຸມໃຫຍ່ຂອງຕົນ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະພັກຮາກຖານຢ່າງກວ້າງຂວາງ ແລະ ທົ່ວເຖິງ ໃນໄລຍະ 1 ປີ 2024 ຜ່ານມາ; ກອງປະຊຸມດັ່ງກ່າວ ໄດ້ໄຂຂື້ນໃນຕອນເຊົ້າຂອງວັນທີ 03 ມັງກອນ 2025 ນີ້ ທີ່ຫ້ອງປະຊຸມ ສູນໄອຊີທີ ພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍກໍລະກັນ ສົມພັກດີ ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີ ສະຫາຍໃນຄະນະໜ່ວຍພັກ, ຄະນະຈຸພັກ, ສະຫາຍສະມາຊິກພັກ ພາຍໃນໜ່ວຍ, ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
60

62

ໃນກອງປະຊຸມ ສະຫາຍ ເພັດທະນູຄໍາ ເທບຄໍາພູນວົງ ຮອງເລຂາໜ່ວຍພັກ, ຫົວໜ້າຂະແໜງ ສະຖີຕິ-ແຜນການ ໄດ້ສະຫລຸບຕີລາຄາຜົນການຈັດຕັ້ງປະຕິບັດການນໍາພາ-ຊີ້ນໍາວຽກງານຮອບດ້ານໃນ 1 ປີຜ່ານມາ, ເຊີ່ງໄດ້ຍົກໃຫ້ເຫັນເຖີງຜົນສໍາເລັດ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ວ່າ: ໜ່ວຍພັກວິຊາການມີພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂັ້ນມະຫາພາກໃນການຄຸ້ມຄອງ, ຊີ້ນໍາຜັນຂະຫຍາຍໃນ 4 ຂະແໜງການ ປະກອບມີ ຂະແໜງການສຶກສາກ່ອນໄວຮຽນ; ຂະແໜງສາມັນສຶກສາ; ຂະແໜງ ສະຖິຕິ,ແຜນການ ແລະພົວພັນຕ່າງປະເທດ; ຂະແໜງພັດທະນາຄູ ແລະ 1 ໂຮງຮຽນ ມສ ສົງວັດຫຼວງ, ຖືເປັນໃຈກາງໃນການພັດທະນາຊັບພະຍາກອນມະນຸດຂອງແຂວງ, ໜ່ວຍພັກວິຊາການປະກອບມີ 2 ຈຸພັກທີ່ຂຶ້ນກັບ. ສະມາຊິກພັກທັງໜົດ 33 ສະຫາຍ; ຍິງ 10 ສະຫາຍ, ມີຄະນະໜ່ວຍພັກ 3 ສະຫາຍ; ຍິງ 1 ສະຫາຍ.




ໃນ 1 ປີຜ່ານມາ ຄະນະໜ່ວຍພັກ, ສະມາຊິກພັກໄດ້ຮ່ຳຮຽນ, ເຊື່ອມຊືມແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ໄດ້ 13 ຄັ້ງ, ມີ 15 ເອກະສານ ນໍາມາເຊື່ອມຊືມ ມີສະມາຊິກພັກເຂົ້າຮ່ວມຈໍານວນ 380 ເທື່ອຄົນ, ຍິງ 120 ເທື່ອຄົນ.

ຜ່ານການເຊື່ອມຊືມເອກະສານ ເຮັດໃຫ້ຄະນະໜ່ວຍພັກ, ສະມາຊິກພັກໃນໜ່ວຍ ມີຄວາມຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບສູງກັບແນວທາງປ່ຽນແປງໃໝ່ຂອງພັກ, ຢຶດໝັ້ນຈຸດໝາຍສັງຄົມນິຍົມຢ່າງ ສະເໝີຕົ້ນສະ ເໝີປາຍ, ເປັນເຈົ້າການປົກປ້ອງແນວທາງອຸດົມການຂອງພັກ, ຕອບຕ້ານສິ່ງຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ພາຍໃນໜ່ວຍ.
ການນໍາພາ - ຊີ້ນໍາ ດ້ານວຽກງານວິຊາສະເພາະ ແລະ ວຽກງານອົງການຈັດຕັ້ງມະຫາຊົນ ບົນພື້ນຖານ 5 ຫຼັກການ 3 ທິດນຳ, 3 ລັກສະນະນໍາພາຂອງພັກ ໃນຂະແໜງການສຶກສາກ່ອນໄວຮຽນ; ຂະແໜງສາມັນສຶກສາ; ຂະແໜງສະຖິຕິ,ແຜນການ ແລະພົວພັນຕ່າງປະເທດ; ຂະແໜງພັດທະນາຄູ ແລະ ໂຮງຮຽນ ມສ ສົງວັດຫຼວງ, ວຽກງານກໍາມະບານ; ຊາວໜຸ່ມ ແລະ ແມ່ຍິງ ແມ່ນ ມີຜົນສໍາເລັດ ໄດ້ຕາມລະດັບຄາດໝາຍໂດຍພື້ນຖານ.
ແຕ່ໃນນັ້ນ ກໍ່ຍັງມີ ດ້ານອ່ອນ-ຂໍ້ຄົງຄ້າງ ເປັນຕົ້ນແມ່ນ ຄະນະໜ່ວຍພັກ, ສະມາຊິກພັກ-ພະນັກງານຈໍານວນໜຶ່ງ ຍັງຖືເບົາໃນການຄົ້ນຄ້ວາຊອກຮູ້ຮ່ຳຮຽນທິດສະດີມາກ-ເລນິນ,ແນວຄິດປະທານໄກສອນພົມວີຫານ ຫຼື ເອກະສານອື່ນໆ, ເຖິງວ່າຄະນະໜ່ວຍພັກຈະໄດ້ປັບປຸງແບບແຜນວິທີເຮັດວຽກ ໃນຂັ້ນຈຸພັກທີ່ຂຶ້ນກັບໜ່ວຍພັກ ແຕ່ກໍ່ຍັງມີບາງສະຫາຍຍັງຂາດຄວາມເປັນເຈົ້າການຈັດຕັ້ງປະຕິບັດບັນດາແຜນງານ, ໂຄງການ, ວຽກງານຈຸດສູມ ແລະ ກິດຈະກໍາທີ່ໄດ້ກໍານົດໄວ້ໃນແຕ່ລະໄລຍະບໍ່ທັນໄດ້ດີເທົ່າທີ່ຄວນ; ການຈັດຕັ້ງປະຕິບັດບັນດາຄາດໝາຍຕົວຊີ້ບອກ ຂອງຂະແໜງການຕ່າງໆ ແລະ ໂຮງຮຽນ ທີ່ຂຶ້ນກັບໜ່ວຍພັກຍັງບໍ່ບັນລຸຄາດໝາຍສູ້ຊົນຖ້າທຽບໃສ່ແຜນການເຊັ່ນ: ອັດຕາປະລະ, ອັດຕາຄ້າງຫ້ອງໃນທຸກຂັ້ນ-ຊັ້ນຮຽນຍັງສູງ; ການລົງຊຸກຍູ້ຕິດຕາມ, ກວດກາ ແລະ ການປະເມີນຜົນ ຂອງບາງຂະແໜງການໃນການປະຕິບັດໜ້າທີ່ຂອງຄູໃນການຮຽນ-ສອນ ຍັງເຮັດບໍ່ທັນໄດ້ຕໍ່ເນື່ອງ ຈິ່ງສົ່ງຜົນສະທ້ອນເຮັດໃຫ້ຄຸນນະພາບຂອງການສຶກສາບໍ່ສູງເທົ່າທີ່ຄວນ.
ໃນຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອລົມ ຂອງສະຫາຍເລຂາ ແລະ ມີການປ່ອນບັດທາບທາມ ຄວາມໄວ້ວາງໃຈຕໍ່ຄະນະພັກ, ຄະນະຈຸພັກ ຕື່ມອີກ.

63

64

65

66

67

68

69

70

72

73

74
ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026