ໜ່ວຍພັກວິຊາການ ສກຂ ອັດຕະປື ສະຫຼຸບໄຕມາດທີ III. ພ້ອມເລືອກເອົາຄະນະຈຸພັກ 4 ຂະແໜງ.

 
 

 ໜ່ວຍພັກວິຊາການ ທີ່່ຂື້ນກັບ ພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ອັດຕະປື ໄດ້ເປີດກອງປະຊູມຄົບຄະນະ ສະຫຼຸບຜົນການຈັດຕັ້ງປະຕິບັດແຜນວຽກປະຈໍາໄຕມາດທີ III ແລະ ວາງທິດທາງແຜນວຽກ ປະຈໍາໄຕມາດທີ IV ປີ2024, ພ້ອມເລືອກເອົາຄະນະຈຸພັກ 4 ຂະແໜງການ ທີ່ຂື້ນກັບ, ກອງປະຊຸມດັ່ງກ່າວ ໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 7 ພະຈິກ 2024 ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ກໍລະກັນ ສົມພັກດີ ຄະນະພັກຮາກຖານ, ເລຂາໜ່ວຍພັກວິຊາການ, ມີ ເລຂາໜ່ວຍພັກ, ຄະນະໜ່ວຍພັກ, ຄະນະຈຸພັກ, ສະຫາຍສະມາຊິກພັກ ພາຍໃນໜ່ວຍ, ແລະ ບັນດາສະຫາຍຫົວໜ້າຂະແໜງ ແລະ ຮອງຈາກ 4 ຄະແໜງເຂົ້າຮ່ວມລວມທັງໝົດ 29 ສະຫາຍ, ຍິງ 10 ຂະແໜງ. 

ໃນກອງປະຊຸມ ໄດ້ມີການຜ່ານຮ່າງບົດສະຫຼຸບຜົນການຕັດຕັ້ງປະຕິບັດ ປະຈໍາໄຕມາດທີ III ແລະ ຜ່ານຮ່າງແຜນວຽກ ປະຈໍາໄຕມາດທີ IV ປີ2024, ຈາກສະຫາຍ ເພັດທະນູຄໍາ ເທບຄໍາພູນວົງ ຮອງເລຂາໜ່ວຍພັກ, ຫົວໜ້າຂະແໜງ ສະຖີຕິແຜນການ ແລະ ສະຫາຍ ນາງ ວັນວີວອນ ໄຊຍະແສງ ຄະນະໜ່ວຍພັກ, ຫົວໜ້າຂະແໜງສາມັນສຶກສາ.ຜົນການທາບທາມປ່ອນບັດເລືອກຕັ້ງ ເອົາຄະນະຈຸພັກ ຂອງ 4 ຂະແໜງ ຄື: ຂະແໜງສາມັນສຶກສາ, ຂະແໜງສະຖີຕິແຜນການ - ພົວພັນຕ່າງປະເທດ, ຂະແໜງກ່ອນໄວຮຽນ ແລະ ຂະແໜງພັດທະນາຄູ, ຄັ້ງນີ້: ຜົນການປ່ອນບັດ ແລະ ເຫັນດີ ຂອງຄະນະພັກ ໄດ້ເລືອກເອົາ ສະຫາຍ ນາງ ມະໄລທອງ ໂພສາລາດ ເປັນຫົວໜ້າຈຸພັກ, ສະຫາຍ ພູທອນ ໄຊຍະແສງ ເປັນຮອງ, ສະຫາຍ ຈິດສະໄນ ເມືອງແກ້ວ ເປັນຄະນະ.ໃນຕອນທ້າຍ ບັນດາສະຫາຍ ທີ່ເຂົ້າຮ່ວມ ຍັງໄດ້ຮັບຟັງການໂອ່ລົມ ຊີ້ທິດເຍືອງທາງ ຈາກສະຫາຍ ກໍລະກັນ ສົມພັກດີ ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ.

15
16
17
18
19
20
21
22
23
ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026