ໜ່ວຍພັກບໍລິຫານ ພະແນກສຶກສາທິການ ແລະ ກິລາ ແຂວງ ( ສກຂ ) ອັດຕະປື ໄດ້ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ II ຢ່າງເປັນທາງການ ໃນຄັ້ງວັນທີ 13 ມີຖຸນາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງພະແນກສຶກສາທິການ ແລະ ກິລາ ແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ບຸນນນານ ບຸນນະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ສະຫາຍ ອຸດົມສິນ ສີຊານົນ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງ ແລະ ສະຫາຍ ບົວພັນ ສີລາເພັດ ເລຂາໜ່ວຍພັກບໍລິຫານ ຫົວໜ້າຂະແໜງກວດກາ-ປະເມີນຜົນ ແລະ ຮັບປະກັນຄຸນນພາບ, ມີຄະນະໜ່ວຍພັກ 7 ໜ່ວຍພັກທີ່ຂື້ນກັບພັກຮາກຖານພະແນກສຶກສາທິການ ແລະ ກິລາ ແຂວງ, ແຂກຖືກເຊີນ ແລະ ບັນດາສະຫາຍມາຊິກພັກສໍາຮອງ ແລະ ສົມບູນໃນໜ່ວຍ ເຂົ້າຮ່ວມທັງໝົດ 24 ສະຫາຍ, ຍິງ 8 ສະຫາຍ ເຂົ້າຮ່ວມ.
ໃນກອງປະຊຸມໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກ, ບົດສໍາຫຼວດການເຄື່ອນໄຫວ ນໍາພາລວມຂອງຄະນະພັກຊຸດເກົ່າ ໄລຍະ 5 ປີ ຜ່ານມາ, ໂດຍໄດ້ຕີລາຄາຄືນ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຖອດໄດ້ບາງບົດຮຽນ ຈາກການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຢ່າງພາວະວິໃສ.
ກອງປະຊຸມ ໄດ້ບ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ, ເພື່ອສືບຕໍ່ຊີ້ນໍາ-ນໍາພາວຽກງານໃນຕໍ່ໜ້າ ສະໄໝທີ II ,ໂດຍໃຊ້ສິດປະຊາທິປະໄຕ ຂອງສະມາຊິກພັກທັງໝົດ, ມີຜູ້ອອກຮັບສະໝັກທັງໝົດ 5 ສະຫາຍ, ເລືອກເອົາ 3 ສະຫາຍ; ຜ່ານການປ່ອນບັດເລືອກຕັ້ງຕົວຈິງ ແລະ ກອງປະຊຸມ ຄັ້ງປະຖົມມະລຶກ ໄດ້ເລືອກ ເອົາສະຫາຍ ສຸກັນ ວຽງແກ້ວ ຫົວໜ້າຂະແໜງບໍລິຫານ - ການເງິນ ເປັນເລຂາໜ່ວຍພັກ, ສະຫາຍ ບົວພັນ ສີລາເພັດ ຫົວໜ້າຂະແໜງກວດກາ, ປະເມີນຜົນ ແລະ ປະກັນຄຸນນະພາບ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ແກ້ວອຸດົມ ໄຊເສດຖາ ວ່າການຫົວໜ້າຂະແໜງຈັດຕັ້ງ ແລະ ພນັກງານ .








ຂ່າວໂດຍ : ພົມວິຫານ ໄຊຊະນະ








ຂ່າວໂດຍ : ພົມວິຫານ ໄຊຊະນະ
