ຕອນເຊົ້າວັນທີ 22 ເມສາ 2026 ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື, ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື (ສກຂ) ໄດ້ຈັດງານແຂ່ງຂັນສິລະປະ-ວັນນະຄະດີ ນັກຮຽນຊັ້ນມັດທະຍົມສຶກສາທົ່ວແຂວງ ຄັ້ງທີ XII,ປະຈໍາສົກຮຽນ 2025-2026, ຊິງເງິນລາງວັນ 20 ລ້ານກວ່າກີບຂອງ ທ່ານ ຫົວໜ້ພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍການເປັນປະທານຂອງ ທ່ານ ພົງສະຫວັນ ຄຳສົງກາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ. ງານດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມຈາກ ທ່ານ ອ໋ອງຄຳ ຄູນສະໄໜ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ທ່ານ ໄຊລະຄອນ ອິນທີວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມດ້ວຍຄູ-ອາຈານ, ນັກຮຽນ, ພໍ່-ແມ່ຜູ້ປົກຄອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງຄຶກຄື້ນ.


ໃນພິທີ, ທ່ານ ສົມຈິດ ແສງກະເລົາ ຮັກສາການຫົວໜ້າຂະແໜງກິລາກາຍະກຳ, ພະລະ ແລະ ສິລະປະສຶກສາ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍແນວທາງນະໂຍບາຍ 5 ຫຼັກມູນການສຶກສາ ໂດຍສະເພາະດ້ານສິລະປະສຶກສາ, ເປັນການສົ່ງເສີມ ແລະ ສືບທອດຮີດຄອງປະເພນີ, ສິລະປະ-ວັນນະຄະດີ ອັນຊົງຄຸນຄ່າຂອງຊາດໃຫ້ຍືນຍົງ. ພ້ອມນີ້, ຍັງເພື່ອປະເມີນຕີລາຄາການຈັດຕັ້ງປະຕິບັດ 3 ແຂ່ງຂັນວຽກງານສຶກສາ ຂອງຜູ້ບໍລິຫານ, ຄູ-ອາຈານ ແລະ ນັກຮຽນ ໃນແຕ່ລະຂັ້ນ.
ການແຂ່ງຂັນໃນຄັ້ງນີ້ ປະກອບມີ 3 ລາຍການຄື: ຟ້ອນລາວເດີມປະກອບສຽງເພງ (ລວມໝູ່ຍິງ-ຊາຍ), ສະແດງລະຄອນສັ້ນ, ແລະ ເດີນແບບຊຸດເຜົ່າ (ຍິງ-ຊາຍ) ໂດຍມີ 23 ພາກສ່ວນເຂົ້າຮ່ວມ. ມູນຄ່າລາງວັນການແຂ່ງຂັນ ຟ້ອນລາວເດີມ: ທີ 1: 5.000.000 ກີບ, ທີ 2: 3.000.000 ກີບ, ທີ 3: 2.000.000 ກີບ, ລະຄອນສັ້ນ: ທີ 1: 4.000.000 ກີບ, ທີ 2: 3.000.000 ກີບ, ທີ 3: 2.000.000 ກີບ, ເດີນແບບຊຸດເຜົ່າ: ທີ 1: 1.500.000 ກີບ, ທີ 2: 1.200.000 ກີບ, ທີ 3: 1.000.000 ກີບ, ພ້ອມນີ້ ຍັງມີລາງວັນຊົມເຊີຍ ຄະນະລະ 500.000 ກີບ
ງານແຂ່ງຂັນດັ່ງກ່າວໄດ້ດຳເນີນໄປຢ່າງຟົດຟື້ນ ມ່ວນຊື່ນ ແລະ ເຕັມໄປດ້ວຍສີສັນວັດທະນະທຳ ີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນ ຕະຫຼອດມື້, ເຊິ່ງສະທ້ອນໃຫ້ເຫັນເຖິງການເອົາໃຈໃສ່ຮ່ວມມືຂອງທຸກພາກສ່ວນ ໃນການອະນຸລັກ ແລະ ພັດທະນາມໍລະດົກວັດທະນະທຳລາວ, ຜົນປະກົດວ່າ: ການແຂ່ງຂັນ ຟ້ອນລາວເດີມ: ທີ 1 ໂຮງຮຽນ ມ.ສ ຈັນທາ, ທີ 2 ຫ້ອງການສຶກສາ ເມືອງ ສາມັກຄີໄຊ, ທີ 3 ໂຮງຮຽນ ມ.ສ ຊົນເຜົ່າ, ລະຄອນສັ້ນ: ທີ 1 ມ.ສ ຊົນເຜົ່າ, ທີ 2 ມ.ສ ຈະເລີນສຸກ, ທີ 3 ຫ້ອງການສຶກສາທິການ ແລະ ກິລາ ເມືອງ ພູວົງ, ເດີນແບບຊຸດເຜົ່າ: ທີ 1 ເມືອງ ສາມັກຄີໄຊ, ທີ 2 ໂຮງຮຽນ ມ.ສ ຊົນເຜົ່າ, ທີ 3 ຫ້ອງການສຶກສາ ເມືອງ ສະໜາມໄຊ.







