ເມື່ອວັນທີ 30 ເມສາ 2025 ນີ້ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງ ອັດຕະປື ໄດ້ມີພິທີປິດ ແລະ ມອບລາງວັນການແຂ່ງຂັນກິລາ ແລະ ສິລະປະ-ວັນນະຄະດີ ນັກຮຽນ ປະຈຳສົກຮຽນ 2025-2026 ເຊິ່ງດຳເນີນໄປຢ່າງຄຶກຄື້ນ ແລະ ສ້າງຄວາມປະທັບໃຈໃຫ້ແກ່ຜູ້ເຂົ້າຮ່ວມ.
ພິທີດັ່ງກ່າວໄດ້ຈັດຂື້ນຢູ່ສະໂມສອນຂອງໂຮງຮຽນ ໂດຍໄດ້ຮັບກຽດເປັນປະທານຮ່ວມຈາກທ່ານ ນິຄົມ ພົມມະຈັນ ຫົວໜ້າຫ້ອງສຶກສາທິການ ແລະ ກິລາ ເມືອງ ສາມັກຄີໄຊ, ທ່ານ ໄມແສງ ດວງສີ ຜູ້ອໍານວຍການໂຮງຮຽນ, ຄະນະຄູ-ອາຈານ, ນັກຮຽນ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ການແຂ່ງຂັນແບ່ງເປັນ 2 ສາຍຄື: ມັດທະຍົມຕົ້ນ ແລະ ມັດທະຍົມປາຍ, ສໍາລັບ ກິລາ ມີ 3 ປະເພດ 6 ລາຍການ: ບານເຕະ (ຊາຍ-ຍິງ), ບານສົ່ງ (ຊາຍ-ຍິງ), ກະຕໍ້ (ຊາຍ-ຍິງ), ສ່ວນ ສິລະປະ-ວັນນະຄະດີ ມີ 3 ລາຍການຄື: ຮ້ອງເພງດ່ຽວທົ່ວໄປ, ລຳດ່ຽວທົ່ວໄປ, ແລະ ຟ້ອນລວມໝູ່ (ຍິງ-ຊາຍ)ມີຜູ້ເຂົ້າຮ່ວມທັງໝົດ 24 ທີມ ການແຂ່ງຂັນ ແມ່ນໄດ້ເລີ່ມແຕ່ ທີ 28 ພະຈິກ 2025- 30 ເມສາ 2026.
ຜົນການແຂ່ງຂັນສາຍ ມ.ຕົ້ນ: ບານເຕະຊາຍ: ທີ1. ມ.4/2, ທີ2. ມ.3/2, ທີ3. ມ.3/1. ບານສົ່ງຊາຍ: ທີ1. ມ.4/2, ທີ2. ມ.3/2, ທີ3. ມ.1/2. ກະຕໍ້ຊາຍ: ທີ1. ມ.4/1, ທີ2. ມ.4/2, ທີ3. ມ.3/1. ບານເຕະຍິງ: ທີ1. ມ.4/2, ທີ2. ມ.4/1, ທີ3. ມ.1/2• ກະຕໍ້ຍິງ: ທີ1. ມ.4/1, ທີ2. ມ.2/2, ທີ3. ມ.3/2. ບານສົ່ງຍິງ: ທີ1. ມ.3/2, ທີ2. ມ.4/1, 3. ມ.3/1. ຮ້ອງເພງ: ທີ1. ມ.3/1, ທີ2. ມ.3/2, ທີ3. ມ.4/2. ລຳ: ທີ1. ມ.1/1, ທີ2. ມ.1/3, ທີ3. ມ.3/1. ຟ້ອນລວມໝູ່: ທີ1. ມ.4/2, ທີ2. ມ.3/2, ທີ3. ມ.1/3
ສາຍ ມ.ປາຍ: ບານເຕະຊາຍ: ທີ1. ມ.6/2, ທີ2. ມ.5/1, ທີ3. ມ.6/1. ບານສົ່ງຊາຍ: ທີ1. ມ.7/2, ທີ2. ມ.6/1, ທີ3. ມ.7/1. ກະຕໍ້ຊາຍ: ທີ1. ມ.7/2, ທີ2. ມ.6/2, ທີ3. ມ.5/3. ບານເຕະຍິງ: ທີ1. ມ.6/1, ທີ 2. ມ.5/1, ທີ 3. ມ.6/2. ກະຕໍ້ຍິງ: ທີ1 ມ.7/2, ທີ 2. ມ.5/3, ທີ3. ມ.7/1, ບານສົ່ງຍິງ: ທີ1. ມ.7/2, ທີ2. ມ.6/1, ທີ3. ມ.7/1. ຮ້ອງເພງ: ທີ1. ມ.5/1, ທີ2. ມ.6/2, ທີ3. ມ.5/2. ລຳ: ທີ1. ມ.6/2, ທີ2. ມ.5/1, ທີ3. ມ.7/2. ຟ້ອນລວມໝູ່: ທີ1. ມ.7/1, ທີ2. ມ.6/2, ທີ3. ມ.7/2.
ສໍາລັບມູນຄ່າລາງວັນການແຂ່ງຂັນກິລາ ປະເພດບານເຕະ: ທີ I 150,000 ກີບ, ທີ II 120,000 ກີບ, ທີ III 100,000 ກີບ; ບານສົ່ງ: ທີ I 100,000 ກີບ, ທີ II 80,000 ກີບ, ທີ III 60,000 ກີບ, ກະຕໍ້: ທີ I 80,000 ກີບ, ທີ II 70,000 ກີບ, ທີ III 50,000 ກີບ; ສິລະປະ-ວັນນະຄະດີ (ທັງ 3 ລາຍການ):
ທີ I 60,000 ກີບ, ທີ II 50,000 ກີບ, ທີ III 40,000 ກີບ
ການແຂ່ງຂັນຄັ້ງນີ້ບໍ່ພຽງແຕ່ສ້າງຄວາມບັນເທີງ ແລະ ເສີມສ້າງສຸຂະພາບເທົ່ານັ້ນ, ແຕ່ຍັງເປັນການພັດທະນາຄຸນພາບການການສຶກສາ ຂອງໂຮງຮຽນໃຫ້ສູງຂື້ນ ຕາມ 3 ລັກສະນະ, 5 ຫຼັກມູນການືກສາຂອງລາວ ຄຽງຄູກັບການປະຕິບັດ 3 ຂໍ້ແຂ່ງຂັນ ຂອງຂະແໜງການສຶກສາ ອີກດ້ວຍ.
























