ໃນວັນທີ 22 ພຶສະພາ 2026 ຜ່ານມານີ້ ທີ່ ໂຮງຮຽນ(ມ.ຕົ້ນ) ມັດທະຍົມສຶກສາຕອນຕົ້ນ ກິນນອນຊົນເຜົ່າ ເຂດຊໍາຫລວງ, ເມືອງຊານໄຊ ແຂວງ ອັດຕະປື ໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງອາຄານໂຮງຮຽນ , ລະຫວ່າງ ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື ກັບ ບໍລິສັດ ຄຳພວງ ກໍ່ສ້າງ ແລະ ສ້ອມແປງເຄຫະສະຖານ ຫລັງສໍາເລັດການກໍ່ສ້າງໄດ້ 100% ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ທ່ານ ຄໍາສີ ແກ້ວຖາວອນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຊານໄຊ, ທ່ານ ໂພຄາ ວົງພູທອນ ຜູ້ຕາງໜ້າ ບໍລິສັດຄຳພວງ ກໍ່ສ້າງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ນີລະນາມ ແວວສີ ວິຊາການກໍ່ສ້າງພະແນກສຶກສາທິການ ແລະ ກິລາ ແຂວງ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງຮຽນແຫ່ງນີ້ ມູນຄ່າ 13,722,005,815 ກີບ (ສິບສາມຕື້ເຈັດຮ້ອຍຊາວສອງລ້ານຫ້າພັນໜຶ່ງຮ້ອຍແປດສິບຫ້າກີບ) ໂດຍໄດ້ຮັບທຶນຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ເຊິ່ງເປັນໂຄງການລົງທຶນຂອງລັດປະຈຳປີ 2024, ຮັບເໝົາກໍ່ສ້າງ ໂດຍບໍລິສັດ ຄໍາພວງ ກໍ່ສ້າງ ແລະ ສ້ອມແປງເຄຫະສະຖານ (ຊະນະການປະມູນ)
ໄລຍະເວລາກໍ່ສ້າງ ເລີ່ມແຕ່ 30 ມິຖຸນາ 2024, ກຳນົດສຳເລັດ 30 ມິຖຸນາ 2026 (24 ເດືອນ) ແຕ່ສຳເລັດຕົວຈິງພາຍໃນ 22 ເດືອ, ຂອບເຂດວຽກ: ປະກອບມີ 14 ວຽກໃຫຍ່ ຄື: ອາຄານຮຽນ 5 ຫ້ອງ, ຫ້ອງການຄູ, ຫໍພັກຄູ, ຫໍພັກນັກຮຽນຊາຍ-ຍິງ, ຫໍອາຫານ, ລະບົບນ້ຳໃຊ້ ແລະ ໄຟຟ້າ.ການກໍ່ສ້າງມິສິ່ງທ້າທາຍຫລາຍຢ່າງເຊັ່ນ: ເສັ້ນທາງຫ່າງໄກ ແລະ ຫຍຸ້ງຍາກ, ອັດຕາເງິນເຟີ້, ຄ່ານ້ຳມັນ ແລະ ວັດສະດຸເພີ່ມຂຶ້ນ ແຕ່ບໍ່ມີການດັດແກ້ລາຄາ.












ຂ່າວໂດຍ: ພົມວິຫານ ໄຊຊະນະ
ລົງເວັບໄຊສ໌ໂດຍ: ໜ່ວຍງານ MIS
