ທຄຕລ ອັດຕະປື ຊ່ວຍເຫຼືອ ມອບເຄື່ອງນັກກິລາມູນຄ່າເກືອບ 13 ລ້ານກີບ ສະໜັບສະໜູນພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ເຂົ້າຮ່ວມການແຂ່ງຂັນກິລາພົບປະຮອບວຽນ 4 ແຂວງພາກໃຕ້ ປະຈຳປີ 2026 ທີ່ແຂວງ ສາລະວັນ
ທ່ານ ສຸກສະຫວັນ ໄຊຍະແສງ ຫົວໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງອັດຕະປື ໄດ້ເປັນປະທານມອບຊຸດເຄື່ອງນັກກິລາຈຳນວນ 72 ຊຸດ ລວມມູນຄ່າ 12.980.000 ກີບ (ສິບສອງລ້ານເກົ້າແສນແປດຫມື່ນກີບ) ຢ່າງເປັນທາງການ ໃຫ້ແກ່ ທ່ານ ພົງສະຫວັນ ຄຳສົງກາ ຮອງຫົວໜ້າພະແນກ ສກຂ ແຂວງອັດຕະປື ເມື່ອວັນທີ 3 ມິຖຸນາ 2026 ທີ່ຜ່ານມາ ທີ່ຫ້ອງການທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງອັດຕະປື
ທ່ານ ສຸກສະຫວັນ ກ່າວວ່າ ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນສະແດງເຖິງ ຄວາມຮັບຜິດຊອບຕໍ່ສັງຄົມ ຂອງ ທຄຕລ ທີ່ມີຕໍ່ການພັດທະນາກິລາການສຶກສາ ເພື່ອເປັນກຳລັງໃຈໃຫ້ກັບຄະນະພັກ ຄະນະບໍລິຫານ ແລະ ບັນດານັກກິລາ ສກຂ ອັດຕະປື ໄປສ້າງຊື່ສຽງໃນງານແຂ່ງຂັນກິລາພົບປະຮອບວຽນ 4 ແຂວງພາກໃຕ້ ທີ່ ແຂວງສາລະວັນ ເຊິ່ງຈະໄຂຂຶ້ນໃນວັນທີ 4 ມິຖຸນາ 2026 ນີ້.
ໂອກາດດຽວກັນ ທ່ານ ພົງສະຫວັນ ກ່າວສະແດງຄວາມຊົມເຊີຍ ແລະ ຮູ້ບຸນຄຸນຕໍ່ ທຄຕລ ສາຂາອັດຕະປື ທີ່ໃຫ້ການສະໜັບສະໜູນຢ່າງທັນການ ພ້ອມຢັ້ງຢັນວ່າ ຈະນຳເຄື່ອງກິລາ 72 ຊຸດ ນີ້ ຈະໄປນໍາໃຊ້ຢ່າງເຕັມປະສິດທິພາບ ແລະ ຖືກຕ້ອງຕາມຈຸດປະສົງ ເພື່ອສ້າງຜົນງານໃຫ້ແຂວງ.ພ້ອມນີ້, ທ່ານ ພົງສະຫວັນ ຍັງໄດ້ມອບ ໃບຍ້ອງຍໍ ຈາກພະແນກ ສກຂ ໃຫ້ແກ່ ທຄຕລ ສາຂາອັດຕະປື ເພື່ອຈາລຶກເຖິງນ້ຳໃຈອັນດີງາມ ແລະ ການປະກອບສ່ວນອັນສຳຄັນຄັ້ງນີ້.




ຂ່າວໂດຍ: ພົມວິຫານ ໄຊຊະນະ (ຂ່າວ ສກຂ ອັດຕະປື)
ລົງເວັບໄຊສ໌ໂດຍ: ໜ່ວຍງານ MIS
