ສກຂ ອັດຕະປື ກໍານົດການແຂ່ງຂັນສິລະປະ-ວັນນະຄະດີ ນັກຮຽນສາມັນສຶກສາ 3 ລາຍການ ຊິງລາງວັນລວມຫຼາຍສິບລ້ານກີບ.

 

 ພະແນກສຶກສາທິການ ແລະ ກິລາ ແຂວງ (ສກຂ) ອັດຕະປື ໄດ້ຈັດກອງປະຊຸມດ້ານວິຊາການ ໃນວັນທີ 20 ເມສາ 2026 ຜ່ານມານີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ເພື່ອກະກຽມການແຂ່ງຂັນສິລະປະ-ວັນນະຄະດີ ນັກຮຽນສາມັນສຶກສາ ທົ່ວແຂວງ ປະຈຳສົກຮຽນ 2025-2026 ເຊິ່ງຈະຈັດຂຶ້ນໃນວັນທີ 22 ເມສາ 2026 ທີ່ຫໍປະຊຸມໃຫຍ່ແຂວງ. ໂດຍການເປັນປະທານຂອງທ່ານ ພົງສະຫວັນ ຄຳສົງກາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ

292
ການແຂ່ງຂັນຄັ້ງນີ້ ກຳນົດ 3 ລາຍການຄື: ຟ້ອນລາວເດີມປະກອບສຽງເພງ (ລວມໝູ່ຍິງ-ຊາຍ), ສະແດງລະຄອນສັ້ນ ແລະ ເດີນແບບຊຸດເຜົ່າ (ຍິງ-ຊາຍ) ໂດຍມີ 18 ພາກສ່ວນເຂົ້າຮ່ວມ (ຟ້ອນ 12 ພາກ, ລະຄອນສັ້ນ 6 ພາກ, ເດີນແບບ 10 ພາກ). ປະເພດລາງວັນປະກອບມີ:· ຟ້ອນລາວເດີມ: ທີ 1 ຮັບ 5.000.000 ກີບ, ທີ 2 ຮັບ 3.000.000 ກີບ, ທີ 3 ຮັບ 2.000.000 ກີບ; · ລະຄອນສັ້ນ: ທີ 1 ຮັບ 4.000.000 ກີບ, ທີ 2 ຮັບ 3.000.000 ກີບ, ທີ 3 ຮັບ 2.000.000 ກີບ, ເດີນແບບຊຸດເຜົ່າ: ທີ 1 ຮັບ 1.500.000 ກີບ, ທີ 2 ຮັບ 1.200.000 ກີບ, ທີ 3 ຮັບ 1.000.000 ກີບ, ລາງວັນຊົມເຊີຍຄະນະລະ 500.000 ກີບ

293
294

296

297

298

295

ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026