ພະແນກສຶກສາທິການ ແລະ ກິລາແຂວງ ອັດຕະປື ໄດ້ຈັດພິທີປະກາດຜົນການສອບເສັງ ແລະ ມອບລາງວັນ, ໃບຍ້ອງຍໍ ໃຫ້ແກ່ນັກຮຽນເກັ່ງ ສາຍສາມັນສຶກສາ (ຊັ້ນ ປ.5, ມ.4 ແລະ ມ.7) ຂັ້ນແຂວງ ປະຈຳສົກຮຽນ 2025-2026 ຂຶ້ນ ໃນວັນທີ 6 ມີນາ 2026 ທີ່ຫໍປະຊຸມໃຫຍ່ແຂວງ ຫຼັງຈາກສຳເລັດການສອບເສັງ.
ພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມ ແລະ ມອບລາງວັນ, ໃບຍ້ອງຍໍ ໂດຍ ທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຄະນະພະແນກ, ຄູ-ອາຈານ ແລະ ນັກຮຽນເກັ່ງ ຜູ້ເປັນຕົວແທນມາຈາກ 5 ຕົວເມືອງ ທົ່ວແຂວງ ແລະ ພໍ່-ແມ່, ຜູ້ປົກຄອງ.
ການສອບເສັງໃນຄັ້ງນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-6 ມີນາ 2026 ທີ່ຫໍປະຊຸມໃຫຍ່ແຂວງ ໂດຍການເປັນປະທານຂອງ ທ່ານ ອຸດົມສິນ ສີຊານົນ. ມີນັກຮຽນເກັ່ງເຂົ້າຮ່ວມສອບເສັງທັງໝົດ 110 ຄົນ, ຍິງ 76 ຄົນ. ໃນນັ້ນ, ຊັ້ນ ປ.5 ມີ 30 ຄົນ, ຍິງ 23 ຄົນ ເສັງ 3 ວິຊາ ຄື: ພາສາລາວ, ຄະນິດສາດ, ວິທະຍາສາດ ແລະ ສິ່ງແວດລ້ອມ; ຊັ້ນ ມ.4 ມີ 40 ຄົນ, ຍິງ 28 ຄົນ ແລະ ຊັ້ນ ມ.7 ມີ 40 ຄົນ, ຍິງ 25 ຄົນ ເສັງ 4 ວິຊາ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ເຄມີສາດ ແລະ ຟີຊິກສາດ.



* ຜົນການສອບເສັງ
ໃນການສອບເສັງຄັ້ງນີ້, ນັກຮຽນທີ່ໄດ້ຮັບລາງວັນເປັນອັນດັບ 1 ຂອງແຕ່ລະວິຊາ ໄດ້ຮັບເງິນສົດ 3 ລ້ານກີບ ພ້ອມໃບຍ້ອງຍໍຂັ້ນພະແນກ, ອັນດັບທີ 2 ໄດ້ຮັບເງິນສົດ 2 ລ້ານກີບ ແລະ ອັນດັບທີ 3 ໄດ້ຮັບເງິນສົດ 1 ລ້ານກີບ. ສ່ວນລາງວັນການແຂ່ງຂັນຕອບຄໍາຖາມວິທະຍາສາດ ທີມທີ່ໄດ້ອັນດັບ 1 ໄດ້ຮັບເງິນສົດ 3 ລ້ານກີບ, ອັນດັບທີ 2 ໄດ້ຮັບ 2 ລ້ານກີບ ແລະ ອັນດັບທີ 3 ໄດ້ຮັບ 1 ລ້ານກີບ.
*ຊັ້ນປະຖົມສຶກສາ ປ.5·
-ວິຊາຄະນິດສາດ:

ທີ 1: ທ້າວ ຈັນກຸມພາ ແສງເດືອນດີ, ໂຮງຮຽນ ປຖ ວຽງສະຫັວນ 3 (ເອກະຊົນ), ເມືອງ ສາມັກຄີໄຊ, ໄດ້ 6.00
ທີ 2: ທ້າວ ທິດສາຄອນ ໄຊສະຫວ່າງ, ໂຮງຮຽນ ປຖ ທິບພະເນດສຶກສາ (ເອກະຊົນ), ເມືອງ ສາມັກຄີໄຊ, ໄດ້ 4.00 ຄະແນນ,
ທີ3: ນາງ ສຸກສາຄອນ ນາມມະວົງ, ໂຮງຮຽນ ປຖ ອຸດົມໄຊ, ເມືອງ ສະໜາມໄຊ,ໄດ້ 1.50 ຄະແນນ
- ວິຊາພາສາລາວ
ທີ1: ນາງ ປາລະມີ ນາດີ, ໂຮງຮຽນ ປຖ ທິບພະເນດສຶກສາ (ເອກະຊົນ), ເມືອງ ສາມັກຄີໄຊ, ໄດ້ 7.00 ຄະແນນ
ທີ 2: ນາງ ພຸດທະສິດ ຄິດທິຄຸນ, ໂຮງຮຽນ ປຖ ເພັດມະນີ, ເມືອງ ສາມັກຄີໄຊ, ໄດ້ 5.00 ຄະແນນ
ທີ 3: ນາງ ປານັດດາ ດາລາສຸກ, ໂຮງຮຽນ ປຖ ຄຸນມະນີຈັນ, ເມືອງ ໄຊເສດຖາ, ຄະແນນເສັງໄດ້ 4,50
- ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ:
ທີ 1: ນາງ ຈັນດາວັນ ສັນຕິສຸກ, ໂຮງຮຽນ ປຖ ບ້ານຊ້າຍ, ເມືອງ ໄຊເສດຖາ, ໄດ້ 8.50 ຄະແນນ
ທີ 2: ທ້າວ ຈັນສະໄໝ ສີຫາປັນຍາ, ໂຮງຮຽນ ປຖ ເພັດມະນີ, ເມືອງ ສາມັກຄີໄຊ, ໄດ້ 6.90 ຄະແນນ
ທີ 3: ນາງ ເສົາອຳພອນ ສອນວິເສີດ, ໂຮງຮຽນ ປຖ ທ່າເດື່ອ, ເມືອງ ສະໜາມໄຊ, ໄດ້ 6.60 ຄະແນນ.
*ຊັ້ນມັດທະຍົມສຶກສາ ຕອນຕົ້ນ ມ.4
- ວິຊາຄະນິດສາດ
ທີ 1: ນາງ ສັນທະນາ ອຸດົມສອນ, ໂຮງຮຽນ ມຕ ທິບພະເນດ (ເອກະຊົນ), ເມືອງ ສາມັກຄີໄຊ, ໄດ້ 9.50 ຄະແນນ
ທີ 2: ທ້າວ ແສງຕາວັນ ສຸກຈະເລີນ, ໂຮງຮຽນ ມສ ເສດຖາ, ເມືອງ ໄຊເສດຖາ, ໄດ້ 5.00 ຄະແນນ
ທີ 3: ນາງ ລົດຈະນາ ຈັນທະວີໄຊ, ໂຮງຮຽນ ມສ ພະເມືອງ, ເມືອງ ໄຊເສດຖາ, ໄດ້ 4.00 ຄະແນນ
- ວິຊາພາສາລາວ

ທີ 1: ນາງ ທິບທາລາ ດວງດາລາ, ໂຮງຮຽນ ມຕ ທິບພະເນດ (ເອກະຊົນ), ເມືອງ ສາມັກຄີໄຊ, ໄດ້ 6.50 ຄະແນນ
ທີ 2: ນາງ ໄພມະນີ ສີສຸພັນ, ໂຮງຮຽນ ມສ ຊົນເຜົ່າ, ເມືອງ ສາມັກຄີໄຊ, ໄດ້ 6.00 ຄະແນນ
ທີ 3: ນາງ ໄຕ ໄຊຍະເດືອນ, ໂຮງຮຽນ ມສ ນໍ້າງອນ, ເມືອງ ຊານໄຊ, ໄດ້5.50 ຄະແນນ
- ວິຊາເຄມີສາດ
ທີ 1: ນາງ ເພັດພອຍນິນ ຄໍາສຸວັນນົງ, ໂຮງຮຽນ ມຕ ທິບພະເນດ (ເອກະຊົນ), ເມືອງ ສາມັກຄີໄຊ, ຄະແນນເສັງໄດ້7.00 ຄະແນນ
ທີ· 2: ທ້າວ ຂັນເພັດ ພົມມະນິດ, ໂຮງຮຽນ ມສ ຈັນທາ, ເມືອງ ສາມັກຄີໄຊ, ໄດ້ 5.75 ຄະແນນ
ທີ3: ທ້າວ ພອນສະຫັວນ ແກ້ວມະນີພຽນ, ໂຮງຮຽນ ມຕ ຈະເລີນໄຊ, ເມືອງ ຊານໄຊ ໄດ້ 2.75 ຄະແນນ
* ວິຊາຟີຊິກສາດ
ທີ· 1: ທ້າວ ສຸລີ ໄຊຍະສັກ, ໂຮງຮຽນ ມຕ ຈະເລີນໄຊ, ເມືອງ ຊານໄຊ , ໄດ້ 7.00 ຄະແນນ
ທີ 2: ນາງ ຕ້າ ແກ້ວທອງວິນ, ໂຮງຮຽນ ມຕ ດອນໄຜ່, ເມືອງ ສະໜາມໄຊ, ໄດ້ 6.00 ຄະແນນ
ທີ 3: ນາງ ຈັນສະຫັວນ ໄຊສົງຄາມ, ໂຮງຮຽນ ມຕ ທິບພະເນດ (ເອກະຊົນ), ເມືອງ ສາມັກຄີໄຊ, ໄດ້ 5.50 ຄະແນນ.
* ຊັ້ນມັດທະຍົມສຶກສາ ຕອນປາຍ ມ.7
- ວິຊາຄະນິດສາດ
ທີ 1: ທ້າວ ສຸກປະເສີດ ສີຊານົນ, ໂຮງຮຽນ ມຕ ທິບພະເນດ (ເອກະຊົນ), ເມືອງ ສາມັກຄີໄຊ, ໄດ້ 9.50 ຄະແນນ
ທີ2: ນາງ ສະນວງ ໄຊເສດຖາ, ໂຮງຮຽນ ມສ ສົມສຸກ, ເມືອງ ສະໜາມໄຊ, ຄະແນນເສັງໄດ້ 6.50
ທີ 3: ທ້າວ ພຸດທະວົງ ດວງພະບາງ, ໂຮງຮຽນ ມສ ສະໜາມໄຊ, ເມືອງ ສະໜາມໄຊ, ຄະແນນເສັງໄດ້ 3.00
* ວິຊາພາສາລາວ
ທີ 1: ສາມະເນນ ບຸນສວນ ໄຊສະຫວ່າງ, ໂຮງຮຽນ ມສ ສົງວັດຫຼວງ, ເມືອງ ສາມັກຄີໄຊ, ຄະແນນເສັງ ໄດ້ 7.00,
ທີ 2: ນາງ ສຸກມະໄລ ເຊືອດທິສອນ, ໂຮງຮຽນ ມສ ສົມສຸກ, ເມືອງ ສະໜາມໄຊ, ຄະແນນເສັງໄດ້ 6.00
ທີ 3: ນາງ ຄານ ແກ້ວພູທອນ, ໂຮງຮຽນ ມສ ໂພນງາມ, ເມືອງ ໄຊເສດຖາ, ໄດ້ 5.50 ຄະແນນ
* ວິຊາຟີຊິກສາດ
ທີ· 1: ທ້າວ ວິທະຍາ ແກ້ວມະນີ, ໂຮງຮຽນ ມສ ຊົນເຜົ່າ, ເມືອງ ສາມັກຄີໄຊ, 6.30 ຄະແນນ
ທີ 2: ນາງ ທິບມະນີ ຫຼວງເພັດ, ໂຮງຮຽນ ມສ ຈັນທາ, ເມືອງ ສາມັກຄີໄຊ, ໄດ້ 5.00 ຄະແນນ
ທີ 3: ທ້າວ ແມັກຄິວ ຈັນທະວົງ, ໂຮງຮຽນ ມສ ເສດຖາ, ເມືອງ ໄຊເສດຖາ, ຄະແນນເສັງໄດ້ 3.50
* ວິຊາເຄມີສາດ
ທີ 1: ນາງ ກິນນາລີ ວັນທານຸວົງ, ໂຮງຮຽນ ມຕ ທິບພະເນດ (ເອກະຊົນ), ເມືອງ ສາມັກຄີໄຊ, ໄດ້ 8.80 ຄະແນນ

ທີ 2: ທ້າວ ສັນຕິໄຊ ທຳມະວົງ, ໂຮງຮຽນ ມສ ຈັນທາ, ເມືອງ ສາມັກຄີໄຊ, ໄດ້ 2.00 ຄະແນນ
ທີ 3: ນາງ ຄູນ ໄຊຍະສານ, ໂຮງຮຽນ ມສ ນາງແຮ່ວ, ເມືອງ ພູວົງ , ໄດ້ 1.50 ຄະແນນ.
* ຜົນການແຂ່ງຂັນຕອບຄໍາຖາມວິທະຍາສາດ ລະຫວ່າງ 5 ເມືອງ ຜົນປະກົດວ່າ

ອັນດັບທີ 1 ໄດ້ແກ່ ເມືອງ ສາມັກຄີໄຊ
ອັນດັບທີ 2 ເມືອງ ຊານໄຊ
ອັນດັບທີ 3 ເມືອງ ພູວົງ.
