ພະແນກສຶກສາທິການ ແລະ ກິລາແຂວງ ອັດຕະປື (ສກຂ ອັດຕະປື) ເປີດບັ້ນສອບເສັງນັກຮຽນເກັ່ງລະດັບແຂວງ ກຽມຄັດເລືອກ ຮ່ວມສອບເສັງລະດັບຊາດ.

 

 ພະແນກສຶກສາທິການ ແລະ ກິລາແຂວງ ອັດຕະປື (ສກຂ ອັດຕະປື) ເປີດການສອບເສັງນັກຮຽນເກັ່ງ ສາຍສາມັນສຶກສາ ( ປ.5, ມ.4 ແລະ ມ.7 ) ລະດັບຂັ້ນແຂວງ ປະຈຳສົກຮຽນ 2025-2026, ເພື່ອຄັກເລືອກນັກຮຽນເກັ່ງເປັນຕົວແທນແຂວງ ສົ່ງເຂົ້າຮ່ວມແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດ ຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ລະຫວ່າງທ້າຍເດືອນ ມີນາ ຫຼື ຕົ້ນເດືອນ ເມສາ 2026 ທີ່ຈະມາເຖີງນີ້.
ພິທີເປີດການສອບເສັງນັກຮຽນເກັ່ງຂັ້ນແຂວງ ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 5 ມີນາ 2026, ທີ່ ຫໍປະຊຸມໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ອຸດົມສິນ ສີຊານົນ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີ ທ່ານ ນາງ ວັນວີວອນ ໄຊຍະແສງ ຫົວໜ້າຂະແໜງສາມັນສຶກສາ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ, ຄູນໍາພານັກສອບເສັງ ແລະ ນັກສອບເສັງຕົວແທນນັກຮຽນເກັ່ງຈາກ 5 ເມືອງ ຈໍານວນ 110 ຄົນ, ຍິງ 76 ຄົນ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

237

ການສອບເສັງນັກຮຽນເກັ່ງຂັ້ນແຂວງຄັ້ງນີ້ ມີ 3 ລະດັບຂັ້ນ ຄື: ປ.5, ມ.4 ແລະ ມ.7; ຂັ້ນ ປ.5: ສອບເສັງ 3 ວິຊາ ຄື: ພາສາລາວ, ຄະນິດສາດ ແລະ ວິທະຍາສາດ ແລະ ສິ່ງແວດລ້ອມ ມີນັກສອບເສັງເຂົ້າຮ່ວມຈຳນວນ 30 ຄົນ, ຍິງ 23 ຄົນ ສ່ວນຂັ້ນ ມ.4 ແລະ ມ.7: ສອບເສັງ 4 ວິຊາ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ເຄມີສາດ ແລະ ຟີຊິກສາດ; ມ.4 ມີນັກສອບເສັງເຂົ້າຮ່ວມຈຳນວນ 40 ຄົນ, ຍິງ 28 ຄົນ ແລະ ມ.7 ຈໍານວນ 40 ຄົນ, ຍິງ 25 ຄົນ, ແຕ່ລະວິຊາ ກໍານົດເອົາ 2 ຄົນ ຕົວແທນນັກຮຽນເກັ່ງຈາກແຕ່ລະເມຶອງເຂົ້້າຮ່ວມ.

240

ໂອກາດນີ້, ທ່ານ ນາງ ວັນວີວອນ ໄຊຍະແສງ ໃຫ້ຮູ້ວ່າ: ການແຂ່ງຂັນໃນຄັ້ງນີ້ ມີກຳນົດ 2 ວັນ (05-06ມີນາ) ຊຶ່ງນອກຈາກການສອບເສັງນັກຮຽນເກັງໃນວິຊາຫຼັກແລ້ວ, ນັກສອບເສັງຍັງຈະໄດ້ຮ່ວມກິດຈະກຳຖາມ-ຕອບວິທະຍາສາດ ແລະ ເຂົ້າຮ່ວມກິດຈະກຳທັດສະນະສຶກສາຕາມສະຖານທີ່ສຳຄັນທາງປະຫວັດສາດຂອງແຂວງ ເຊັ່ນ: ຫໍຫຼັກເມືອງ ຂອງແຂວງ ແລະ ອະນຸສາວະລີ ພຣະເຈົ້າໄຊຍະເສດຖາທິຣາດ ກ່ອນທີ່ຈະມີການປະກາດຜົນການສອບເສັງ ຄັດເລຶອກນັກຮຽນຄົນໃດທີ່ຈະໄດ້ເປັນຕົວແທນຂອງແຂວງສົ່ງໄປແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດ.







239

241

243

244

245

246

247

242

ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026