ໃນຕອນເຊົ້າ ທີ 13 ກຸມພາ 2026 ນີ້ ພະແນກສຶກສາທິິການ ແລະ ກິລາແຂວງ ( ສກຂ) ອັດຕະປື ໄດ້ສ້າງຂະບວນການອອກແຮງງານອະນາໄມສະພາບເແວດລ້ອມ ພາຍໃນຂອບເຂດຮັບຜິດຊອບ ໃຫ້ສະອາດ ແລະ ມີການຕົບແຕ່ງສະຖານທີ່ພາຍໃນໃຫ້ປະຈົບງາມ ຢ່າງເປັນຂະບວນການຄຶ້ກຄື້ນ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຂອງຊາດ,ຂອງພັກໂດຍສະເພາະ ຂໍ່ານັບຊົມເຊີຍວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ເປັນຂະບວນການຟົດຟື້ນຢ່າງກວ້າງ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນຢ່າງເລີກເຊີ່ງ.
ຂະບວນການດັ່ງກ່າວ ນໍາພາໂດຍ ທ່ານ ພົງສະຫວັນ ຄໍາສົງກາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ແລະ ທ່ານ ສຸກສະໄຫວ ຄ່ຽມພະຈິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີບັນດາທ່ານ ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການ ພາຍໃນພະແນກເຂົ້າຮ່ວມ.







