ກຸ່ມໂຮງຮຽນມັດທະຍົມສຶກສາ ເມືອງ ສາມັກຄີໄຊ ສອບເສັງຄັດເລືອກນັກຮຽນເກັ່ງ ຂັ້ນ ມ4 ແລະ ມ7.

 

 ກຸ່ມໂຮງຮຽນມັດທະຍົມສຶກສາ ເມືອງ ສາມັກຄີໄຊ, ແຂວງ ອັດຕະປື ໄດ້ຈັດສອບເສັງຄັດເລືອກນັກຮຽນເກັ່ງ ຂັ້ນ ມ.4 ແລະ ມ.7 ປະຈໍາສົກຮຽນ 2025-2026, ປະເມີນຕີລາຄາຄືນການຊີ້ນໍາ-ນໍາພາຂອງຄະນະຜູ້ບໍລິຫານກຸ່ມໂຮງຮຽນ, ການຈັດຕັ້ງປະຕິບັດການສິດສອນ ຂອງຄູ-ອາຈານ ແລະ ການຮຽນຂອງນ້ອງນັກຮຽນພາຍໃນກຸ່ມ ລວມທັງການມີສ່ວນຮ່ວມຂອງພໍ່ແມ່, ຜູ້ປົກຄອງ ແລະ ສັງຄົມ ໃນໄລຍະຜ່ານມາ ແລະ ພ້ອມນີ້ ຍັງເປັນການກຽມຄວາມພ້ອມຂອງຄູ-ອາຈານ ແລະ ນັກຮຽນຕົວແທນຂອງແຕ່ລະໂຮງຮຽນທີ່ຈະເຂົ້າຮ່ວມສອບເສັງຄັດເລືອກນັກຮຽນເກັ່ງລະດັບເມືອງທີ່ຈະຈັດຂຶ້ນໃນມໍ່ໆນີ້.
ພິທີການສອບເສັງ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 8 ມັງກອນ 2025 ນີ້ ທີ່ ຫ້ອງປະຊຸມໃຫຍ່ ອົງການພຸດທະສາດສະໜາສໍາພັນລາວ(ອພສ) ແຂວງ ອັດຕະປື, ພາຍໃຕ້ການເປັນປະທານ ທ່ານ ພູທິດ ສິນລະປະ ຜູ້ອໍານວຍການໂຮງຮຽນ ມັດທະຍົມສຶກສາສົມບູນຈັນທາ, ປະທານກຸ່ມໂຮງຮຽນ ມັດທະຍົມສຶກສາ ເມືອງ ສາມັກຄີໄຊ, ໂດຍມີ ພຣະອາຈານໃຫຍ່ ສີສະຫວາດ ເທບວົງສາ ປະທານ ອພສ ແຂວງ , ພຣະອາຈານ ວຽງສັນ ມະນີລັດ ຮອງປະທານ ອພສ ແຂວງ , ທ່ານ ພົງສະຫວັນ ຄໍາສົງກາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ແຂກທີ່ຖືກເຊີນ, ພ້ອມດ້ວຍຄະນະຮັບຜິດຊອບການສອບເສັງ ແລະ ນ້ອງນັກສອບເສັງ ເຂົ້າຮ່ວມ

219

220

ກຸ່ມໂຮງຮຽນມັດທະຍົມສຶກສາ ເມືອງ ສາມັກຄີໄຊ ປະກອບມີ ໂຮງຮຽນ ມ.ສ ຈັນທາ, ມ.ສ ຊົນເຜົ່າ, ມ,ສ ສົງ ວັດຫຼວງ ແລະ ໂຮງຮຽນ ທິບພະເນດສຶກສາ ແລະ ໂຮງຮຽນ ວຽງສະຫວັນ 3 ທີ່ເປັນສາຂາຂອງ ໂຮງຮຽນ ມສ ຈັນທາ, ການສອບເສັງນັກຮຽນທົດສອບນັກຮຽນເກັ່ງ ຂັ້ນ ມ.4 ແລະ ມ.7 ຄັ້ງນີ້ ມີ 4 ວິຊາຫລັກຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ເຄມີສາດ ແລະ ຟີຊິກສາດ, ມີນັກສອບເສັງ ເຂົ້່າຮ່ວມທັງໝົດ 39 ຄົນ ,ຍິງ 20 ຄົນ , ເຊິ່ງ ມາຈາກໂຮງຮຽນ ມສ ຈັນທາ ຈໍານວນ 8 ຄົນ, ຍິງ 6 ຄົນ ; ມາຈາກໂຮງຮຽນ ມສ ຊົນເຜົ່າ ຈໍານວນ 8 ຄົນ, ຍິງ 3 ຄົນ ; ມາຈາກໂຮງຮຽນ ມສ ສົງ ວັດຫຼວງ ຈໍານວນ 8 ອົງ ; ມາຈາກໂຮງຮຽນ ທິບພະເນດ ແລະ ວຽງສະຫວັນ ທີ່ເປັນສາຂາຂອງ ໂຮງຮຽນ ມສ ຈັນທາ ຈໍານວນ 16 ຄົນ, ຍິງ 11 ຄົນ.
ຜົນການສອບເສັງສໍາລັບຂັ້ນ ມ.4. ວິຊາພາສາລາວ ອັນດັບທີ 1: ນາງ ທິບທາລາ ດວງດາລາ, ໂຮງຮຽນ ທິບພະເນດ ຄະແນນເສັງໄດ້ 7,50, ອັບດັບທີ 2: ນາງ ສິດທິດາ ວຽງຈະເລີນ , ໂຮງຮຽນ ວຽງສະຫວັນ ຄະແນນ ເສັງໄດ້ 6,00; ວິຊາຄະນິດສາດ ອັນດັບທີ 1: ນາງ ມົນຄູນ ສິດທິປົນຍາ, ໂຮງຮຽນ ມສ ຈັນທາ ຄະແນນເສັງໄດ້ 9,00, ອັນດັບທີ 2: ນາງ ສັນທະນາ ອຸດົມສອນ ໂຮງຮຽນ ທິບພະເນດ ຄະແນນໄດ້ 7,00; ວິຊາ ເຄມີສາດ: ອັນດັບທີ 1: ທ້າວ ຂັນເພັດ ພົມມະນິດ ໂຮງຮຽນ ມສ ຈັນທາ ຄະແນນເສັງໄດ້ 6,00; ອັນດັບທີ 2: ນາງ ເພັດພອຍນິນ ຄໍາສຸວັນນົງ, ໂຮງຮຽນ ທິບພະເນດ ຄະແນນເສັງໄດ້ 5,50; ວິຊາ ຟີຊິກສາດ ອັນດັບທີ 1: ນາງ ຈັນສະຫວັນ ໄຊສົງຄາມ, ໂຮງຮຽນ ທິບພະເນດ ຄະແນນເສັງໄດ້ 8,50, ອັນດັບທີ 2: ທ້າວ ເພັດມີໄຊ ວົງພະຈັນ ໂຮງຮຽນ ວຽງສະຫວັນ ຄະແນນເສັງໄດ້ 6,50.
ສ່ວນຂັ້ນ ມ.7 ວິຊາ ພາສາລາວ - ວັນນະຄະດີ ອັນດັບທີ 1: ສາມະເນນ ບຸນສວນ ໄຊຍະຫວ່າງ ໂຮງຮຽນ ມສ ສົງວັດຫຼວງ ຄະແນນເສັງໄດ້ 7,00, ນາງ ພອນມີນາ ປາງວິໄລ ໂຮງຮຽນ ມສ ຈັນທາ ຄະແນນເສັງໄດ້ 5,50; ວິຊາ ຄະນິດສາດ: ອັນດັບທີ 1: ທ້າວ ສຸກປະເສີດ ສີຊານົນ ໂຮງຮຽນ ທິບພະເນດ ຄະແນນເສັງໄດ້ 8,50, ອັນດັບທີ 2: ນາງ ເພັດຕະພອນ ພົມມະສານ ໂຮງຮຽນ ມສ ຈັນທາ ຄະແນນເສັງໄດ 8,00; ວິຊາ ເຄມີສາດ ອັນດັບທີ1: ທ້າວ ສັນຕິໄຊ ທໍາມະວົງ ໂຮງຮຽນ ມສ ຈັນທາ ຄະແນນເສັງໄດ້ 10,00, ອັນດັບທີ 2: ທ້າວ ທອງຄໍາ ຄໍາພັນ ໂຮງຮຽນ ມສ ຊົນເຜົ່າ ຄະແນນເສັງໄດ້ 3,50; ວິຊາ ຟີຊິກສາດ ອັນດັບທີ 1: ນາງ ທິບມະນີ ຫຼວງເພັດ ໂຮງຮຽນ ມສ ຈັນທາ ຄະແນນເສັງໄດ້ 9,50, ອັນດັບທີ 2: ທ້າວ ວິທະຍາ ແກ້ວມະນີ ໂຮງຮຽນ ມສ ຊົນເຜົ່າ ຄະແນນເສັງໄດ້ 6,00.
ໃນຕອນທ້າຍພິທີ ຄະນະປະທານຈັດການຍັງໄດ້ມອບ ຂອງຂວັນລາງວັນເສັງທີ່ເສັງໄດ້ອັນດັບທີ1 - ທີ2 ແລະ ລາງວັນຊົມເຊີຍແກ່ນັອງນັກສອບເສັງ ທີ່ເຂົ້າຮ່ວມສອບເສັງທົດສອບນັກຮຽນເກັ່ງ ພ້ອມທັງມອບໃບກຽດຕິຄຸນຂັ້ນກຸ່ມໂຮງຮຽນໃຫ້ຜູ້ອຸປະຖໍາ ການສອບເສັງຄັ້ງນີ້ ຢ່າງສົມກຽດ.

223

225

224

226

227
222
ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026