ໂຮງຮຽນ ສາມັນກິນນອນຊົນເຜົ່າແຂວງອັດຕະປື ສະເຫຼີມ-ສະຫຼອງວັນຄູແຫ່ງຊາດ ທີ 7 ຕຸລາ ຄົບຮອບ 31ປີຢ່າງຄຶກຄື້ນ .

 
ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງ ອັດຕະປື ໄດ້ຈັດງານສະເຫຼີມສະຫຼອງ ວັນຄູແຫ່ງຊາດ ທີ 7 ຕຸລາ 2025 ຄົບຮອບ 31ປີ ( 7 ຕຸລາ 1994 -7 ຕຸລາ 2025), ເພື່ອລ້ຳລຶກຫວນຄືນວັນສໍາຄັນປະຫວັດສາດທີ່ມາຂອງວັນຄູແຫ່ງຊາດ, ລະນຶກເຖິງຄຸນງາມຄວາມດີ ແລະ ຍົກສູງບົດບາດຂອງຄູລາວທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ຄູສອນທີ່ໂຮງຮຽນສາມັນກິນນອນຊົນເຜົ່າແຫ່ງນີ້.
ພິທີດັ່ງກ່າວ ຈັດຂື້ືນໃນຕອນເຊົ້າ ທີ 10 ຕຸລາ 2025 ນີ້ ທີ່ສະໂມສອນຂອງໂຮງຮຽນສາມັນກິນນອນຊົນເຜົ່າແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສຸກສະໄຫວ ຄຽມພະຈິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ໄມແສງ ດວງສີ ຜູ້ອຳນວຍການໂຮງຮຽນ; ທ່ານ ນາງ ມະນີລອນ ຫລວງອາໄພ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ສາມັກຄີໄຊ, ມີອະດີດພະນັກງານອາວຸໂສບໍານານ, ອະດີດຜູ້ອໍານວຍການໂຮງຮຽນ,ຄະນະ ຜູ້ອໍານວຍການໂຮງຮຽນ, ແຂກຖືກເຊີນ, ພ້ອມດ້ວຍພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສີລະປະບົດຟ້ອນອວຍພອນຄູ ຈາກນ້ອງນັກຮຽນ ແລະ ໂອກາດອັນມີຄວາມໝາຍຄວາມສໍາຄັນ ທ່ານ ໄມແສງ ດວງສີ ໄດ້ເປັນກຽດ ເລົ່າຄືນມູນເຊື້ອ ປະຫວັດຄວາມເປັນມາ ຂອງວັນຄູແຫ່ງຊາດທີ 7 ຕຸລາ ໂດຍສັງເຂບ, ໃນພິທີ ຍັງໄດ້ຈັດໃຫ້ການມອບຊໍ່ດອກໄມ້ ຂອງຂວັນຈາກນ້ອງນັກຮຽນ ໃຫ້ຄະນະປະທານ, ອະດີດພະນັກງານບໍານານ, ຄູ-ອາຈານແລະ ແຂກທີີ່ເຂົ້າຮ່ວມຢ່າງຄືກຄື້ນເຕັມໄປດ້ວຍຄວາມໝາຍຄວາມສໍາຄັນຢ່າງເລິກເຊີ່ງ ເພື່ອເປັນການສະແດງເຖີງຄວາມເຄົາລົບ, ຮັບຮູ້ຄຸນງາມ-ຄວາມດີ ຂອງພວກເພີ່ນ ໃນການອົດທົນ ສູ້ຊົນ ເຮັດໜ້າທີ່ ໃນການສ້າງຊັບພະຍາກອນມະນຸດ ໃຫ້ກາຍເປັນບຸກຄົນທີ່ມີຄວາມຮູ້, ຄວາມສາມາດ ມີຄຸນສົມບັດ, ປະກອບສ່ວນເຂົ້າໃນພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ສາມາດປະກອບອາຊີບສ້າງເສດຖະກິດຄອບຄົວໃຫ້ໄດ້ດີຂື້ນ ຕາມແນວທາງການປ່ຽນແປງໃໝ່ຂອງພັກ-ລັດໄດ້ວາງອອກ.
ພ້ອມນີ້ ໃນພິທີ ຍັງໄດ້ມີການມອບໃບຍ້ອງຍໍ ຂອງທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ໃຫ້ບໍລິສັດລາດສະວົງພັດທະນາຈໍາກັດຜູ້ດຽວ ເພື່ອຢັ້ງຢືນເຖີງຜົນງານ ທີ່ໄດ້ປະກອບສ່ວນທາງດ້ານວັດຖຸ ໃນການປັບປຸງພື້ນທີ່ໂຮງຮຽນໃຫ້ມີຄວາມຈົບງານ ເປັນມູນຄ່າ 19,500,000 ກີບ.
ເປັນກຽດຂື້ນມອບໂດຍ ທ່ານ ສຸກສະໄຫວ ຄ່ຽມພະຈິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຕາງໜ້າບໍລິສັດລາດສະວົງພັດທະນາຈໍາກັດຜູ້ດຽວຂື້ນກ່າວຮັບໂດຍທ່ານ ພົມມາ ບຸນດາວົງ.
vanku2 n
vanku2 n
vanku4 n
 
vanku7 n
vanku5 n
ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026