ໂຮງຮຽນມັດທະຍົມສຶກສາ ສົມບູນ ( ມ.ສ ) ເສດຖາທິລາດ ເມືອງໄຊເສດຖາ ຊະນະເລີດການແຂ່ງຂັນສີລະປະ-ວັນນະຄະດີນັກຮຽນຊັ້ນມັດທະຍົມສຶກສາ ທົ່ວແຂວງ ອັດຕະປື ຄັ້ງທີ IX, ປະຈໍາສົກຮຽນ 2024-2025,ຊິງຂັນ ແລະ ເງິນລາງວັນຂອງ ທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື. ຂະນະທີ່ ຮອງຊະນະ ມ.ສ ຈັນທາ ແລະ ອັນດັບທີ 3 ມ.ສ ຊົນເຜົ່າ, ການແຂ່ງຂັນ ມີຄະນະນັກສະແດງສີລະປະ-ວັນນະຄະດີ ເຂົ້າຮ່ວມທັງໝົດ 15 ພາກສ່ວນໃນທົ່ວແຂວງ.
ເມື່ອວັນທີ 20 ມີນາ 2025 ນີ້ ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື ໄດ້ຈັດງານແຂ່ງຂັນສິລະປະ-ວັນນະຄະດີ ຟ້ອນລໍາວົງລາວມາດຕະຖານ ແລະ ຟ້ອນແບບລາວເດີມ ສຳລັບນັກຮຽນຊັ້ນມັດທະຍົມສຶກສາ ທົ່ວແຂວງ ຄັ້ງທີ IX, ປະຈໍາສົກຮຽນ 2024-2025, ໂດຍການເປັນປະທານຂອງທ່ານ ພົງສະຫວັນ ຄຳສົງກາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີທ່ານ ທອງທັດ ແກ້ວບຸນໄຊ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ 4 ເມືອງ, ຄະນະອໍານວຍການໂຮງຮຽນມັດທະຍົມສຶກສາສົມບູນ 13 ແຫ່ງ, ພ້ອມດ້ວຍ ຄູຝຶກ, ນັກສະແດງສີລະປະ-ວັນນະຄະດີ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ທ່ານ ນາງ ບັງອອນ ສີຊານົນ ຮອງຫົວໜ້າຂະແໜງ ກິລາ-ກາຍະກໍາ, ພະລະ ແລະ ສີລະປະ ໃຫ້ຮູ້ວ່າ: ການແຂ່ງຂັນ ສີລະປະ-ວັນນະຄະດີ ນັກຮຽນ ຊັ້ນມັດທະຍົມສຶກສາ ທົ່ວແຂວງ ຄັ້ງທີ IX ປີ 2025 ຊິງຂັນ ແລະ ເງິນລາງວັນ ຂອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຄັ້ງນີ້, ໄດ້ຈັດໃຫ້ມີການແຂ່ງຂັນ ມີ 2 ລາຍການຄື: ຟ້ອນລໍາວົງລາວມາດຕະຖານ ລວມໝູ່ ຍິງ-ຊາຍ ປະກອບເພງ 1 ລາຍການ ແລະ ຟ້ອນແບບລາວເດີມລວມໝູ່ ຍີງ-ຊາຍ ປະກອບເພງ 1 ລາຍການ, ມີ 15 ພາກສ່ວນເຂົ້າຮ່ວມແຂ່ງ ໃນນັ້ນມີ ຫ້ອງການສຶກສາທິການ ແລະ ກິລາ ເມືອງ ສາມັກຄີໄຊ, ເມືອງ ໄຊເສດຖາ, ເມືອງ ພູວົງ, ເມືອງ ຊານໄຊ, ໂຮງຮຽນ ມ.ສ ຈັນທາ, ມ. ຊົນເຜົ່າ, ມ.ສ ໜອງລົມ, ມ.ສ ຈະເລີນສຸກ, ມ,ສ ສົມສຸກ, ມ.ສ ສະໜາມໄຊ, ມ.ສ ໂພນໄຊ, ມ,ສ ເສດຖາທິລາດ, ມ.ສ ພະເມືອງ, ມ.ສ ນໍ້າງອນ, ມ.ສ ນໍ້າປາ, ການແຂ່ງຂັນ ແຕ່ລະຄະນະ ແມ່ນແຂ່ງທັງ 2 ລາຍການ ແລ້ວເອົາຄະແນນ ເປັນຜົນການຕັດສີນ.
ໃນໂອກາດດັ່ງກ່າວ, ທ່ານ ພົງສະຫວັນ ຄຳສົງກາ ໄດ້ກ່າວວ່າ: ການຈັດງານແຂ່ງຂັນສີລະປະ-ວັນນະຄະດີ ນັກຮຽນຄັ້ງນີ້, ແມ່ນເປັນການປະຕິບັດແຜນພັດທະນາການສຶກສາ ແລະ ກິລາຂອງແຂວງ ປະຈໍາສົກຮຽນ 2024-2025, ໂດຍສະເພາະ ແມ່ນວຽກງານ ສີລະປະ-ວັນນະຄະດີ, ເຊີ່ງຕິດພັນກັບ 3 ຂໍ້ແຂ່ງຂັນ, 3 ລັກສະນະ ແລະ 5 ຫຼັກມູນ ຂອງຂະແໜງການສຶກສາລາວ ແລະ ທັງເປັນການຊອກຮູ້ທ່າແຮງບົ່ມຊ້ອນຂອງແຕ່ລະທ້ອງຖິ່ນ, ເພື່ອເສີມສ້າງ, ສົ່ງເສີມ ຄວາມຮູ້, ຄວາມສາມາດ ຂອງນ້ອງໆນັກຮຽນ ໃຫ້ກາຍເປັນຮຸ່ນສຶບທອດມູນເຊື້ອວັດທະນະທຳອັນລ້ຳຄ່າ ຂອງຊາດລາວ ໃຫ້ຄົງຢູ່ຄຽງຄູ່ກັບຄົນລາວ ແລະ ຊາດລາວຕະຫລອດໄປ, ອີກດ້ານໜຶ່ງ ກໍ່ເປັນການ ເປີດໂອກາດໃຫ້ ຄູສອນ ຫລື ຄູເຝີກ ສີລະປະ-ດົນຕີ ແລະ ນ້ອງໆຢູ່ແຕ່ລະໂຮງຮຽນ, ຜູ້ທີ່ມີພອນສະຫວັນ, ມີຄວາມສາມາດ ໄດ້ສະແດງອອກຢູ່ເທີງເວທີ ອັນມີກຽດ, ແລກປ່ຽນບົດຮຽນ ເຊີ່ງກັນ ແລະ ກັນ ເພື່ອປັບປຸງ ພັດທະນາການຮຽນ-ການສອນ ຢູ່ໃນຂັ້ນໂຮງຮຽນໃຫ້ດີຂື້ນໄປເລື້ອຍໆ
ຜ່ານການແຂ່ງຂັນ ອັນດັບທີ 1 ໂຮງຮຽນ ມ.ສ ເສດຖາທິລາດ, ເມືອງ ໄຊເສດຖາ ໄດ້ຮັບຂອງຂວັນ ຂັນ 1 ໜ່ວຍ ພ້ອມລາງວັນເງິນສົດ 5 ລ້ານກີບ, ຮອງຊະນະເລີດໂຮງຮຽນ ມ.ສ ຈັນທາ ໄດ້ຮັບລາງວັນເງິນສົດ 3 ລ້ານກີບ, ອັນດັບທີ 3 ໂຮງຮຽນ ມ.ສ ຊົນເຜົ່າ ໄດ້ຮັບລາງວັນເງິນສົດ 2 ລ້ານກີບ, ສໍາລັບຄະນະ ສິນລະປະ-ວັນນະຄະດີ ທີ່ບໍ່ໄດ້ອັນດັບທີ ແມ່ນໄດ້ຮັບລາງວັນຊົມເຊີຍຄະນະລະ 5 ແສນກີບ.
ເປັນກຽດ ຂື້ນມອບຂັນແຊ້ມ ແລະ ເງິນລາງວັນ ໃຫ້ຄະນະນັກສະແດງທີ່ເຂົ້າຮ່ວມແຂ່ງຂັນຢ່າງສົມກຽດ ໂດຍ ຄະນະປະທານ ໃນງານແຂ່ງຂັນ.


