ມ.ສ ຊົນເຜົ່າ ແຂວງ ອັດຕະປື ຈັດກິດຈະກໍາແຂ່ງຂັນຖາມ-ຕອບ ວິທະຍາສາດ

 

 ມ.ສ ຊົນເຜົ່າ ແຂວງ ອັດຕະປື ຈັດກິດຈະກໍາແຂ່ງຂັນຖາມ-ຕອບ ວິທະຍາສາດ

D2 n

ໂຮງຮຽນ ສາມັນກິນນອນ ຊົນເຜົ່າ ແຂວງ ອັດຕະປື ໄດ້ຈັດກິດຈະກໍາແຂ່ງຂັນຖາມ-ຕອບ ວິທະຍາສາດ ສໍາລັບນັກຮຽນຊັ້ນມັດທະຍົມສຶກສາ ພາຍໃນໂຮງຮຽນ ປະຈຳສົກຮຽນ 2024-2025, ຊິງລາງວັນ ຜູ້ຮັກສາການ ອໍານວຍການໂຮງຮຽນ.
ກິດຈະກໍາດັ່ງກ່າວໄດ້ຈັດຂື້ນ ໃນຕອນເຊົ້າຂອງວັນທີ 28 ມີນາ 2025ນີ້ ທີ່ ສະໂມສອນຂອງໂຮງຮຽນ ສາມັນກິນນອນຊົນເຜົ່າ ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ພົງໃສ ກົມມະເມືອງ ຮອງຫົວໜ້າຂະແໜງສາມັນສຶກສາ, ຜູ້ຕາງໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີທ່ານ ໄມແສງ ດວງສີ, ຜູ້ຮັກສາການ ອໍານວຍການໂຮງຮຽນ ສາມັນກິນນອນຊົນເຜົ່າ, ທ່ານ ນາງ ແກ້ວມະໄລ ກົມມະສິດ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ ສາມັກໄຊ, ມີ ຄະນະຜູ້ອຳນວຍການ, ຄູ-ອາຈານ ແລະ ນ້ອງໆນັກຮຽນ ພາຍໃນໂຮງຮຽນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ການແຂ່ງຂັນ ຖາມ-ຕອບ ວິທະຍາສາດ ຄັ້ງນີ້ ມີ 14 ທີມເຂົ້າຮ່ວມ ແຕ່ລະທີມ ແມ່ນຕົວແທນຂອງແຕ່ລະຂັ້ນຮຽນ ຫລື ແຕ່ລະຫ້ອງຮຽນ, ໃນນັ້ນ ຊັ້ນ ມ.ຕົ້ນ ມີ 8 ທີມ, ຊັ້ນ ມ.ປາຍ ມີ 6 ທີມ ແຕ່ລະທີມ ມີ 2 ນອ້ງ ( ຍິງ 1ຄົນ, ຊາຍ 1 ຄົນ), ການແຂ່ງຂັນ ແບ່ງອອກເປັນ ສາຍ ມ.ຕົ້ນ ແລະ ສາຍ ມ.ປາຍ. ສໍາລັບປະເພດລາງວັນການແຂ່ງຂັນ ຊະນະເລີດ ເງິນສົດ 100,000 ກີບ, ຮອງຊະນະເລີດ ເງິນສົດ 70,000 ກີລ ແລະ ອັນດັບທີ III ເງິນສົດ 50,000 ກີບ.
D4 n
ຈຸດປະສົງ ແລະ ຄາດໝາຍ ການຈັດກິfຈະກໍາ ແຂ່ງຂັນຖາມ-ຕອບວິທະຍາສາດ ຄັ້ງນີ້, ເພື່ອປະເມີນ ຕີລາຄາຄືນ ການຊີ້ນໍາ-ນໍາພາ ຂອງຄະນະພັກ-ຜູ້ຄະນະບໍລິຫານໂຮງຮຽນ ແລະ ຈັດຕັ້ງປະຕິບັດໂຄງການຫລັກສູດການຮຽນ ການສອນຂອງຄູ-ອາຈານ ແລະ ນັກຮຽນ ໃນໄລຍະ ຜ່ານມາ, ເພື່ອແກ້ໄຂປັບປຸງລະບົບກົນໄກການຊີ້ນໍາ-ນໍາພາ ການຄຸ້ມຄອງບໍລິຫານໂຮງຮຽນ ແລະ ເພື່ອຊຸກຍູ້ສົ່ງເສີມທັກສະການສອນ-ການຮຽນຮູ້ ຂອງຄູ-ອາຈານ ແລະ ນັກຮຽນ ພາຍໃນໂຮງຮຽນ ໃຫ້ດີຂື້ນຢ່າງມີປະສິດທິພາບ ແລະ ໃຫ້ໄດ້ຮັບຄຸນນະພາບສູງຂື້ນ ຕາມ3 ລັກສະນະ, 5 ຫລັກມູນການສຶກສາລາວ ຫລາຍກວ່າເກົ່າ ໃນທ້າຍສົກຮຽນ ແລະ ໃນສົກຮຽນຕໍ່ໄປ.
ຜ່ານການແຂ່ງຂັນ ຜົນປະກົດວ່າ: ສາຍມ.ຕົ້ນ: ຊະນະເລີດ ຫ້ອງ ມ.2/1, ຮອງຊະນະເລີດ 4/1 ແລະ ອັນດັບທີ III ຫ້ອງ 4/2; ສ່ວນ ສາຍ ມ.ປາຍ: ຊະນະເລີດ ຫ້ອງ 7/2, ຮອງຊະນະເລີດ ຫ້ອງ 6/2 ແລະ ອັນດັບທີ III 6/1.
ເປັນກຽດຂື້ນກ່າວມອບລາງວັນໃຫ້ກັບທີມ ທີ່ຊະນະການແຂ່ງຂັນ ຢ່າງສົມກຽດຄັ້ງນີ້ ໂດຍປະທານ ພ້ອມດ້ວຍຄະນະໃນພິທີ.
D5 n
D3 n
 
 
 
ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2025