ສກຂ ອັດຕະປື ປະຕິບັດກິດຈະກໍາທ້າຍອາທິດອະນາໄມ ສະພາບແວດລ້ອມໃຫ້ສະອາດງາມຕາ.

 

 ພະແນກສຶກສາທິການ ແລະ ກິລາ ແຂວງ (ສກຂ) ອັດຕະປື ອອກແຮງງານອະນາໄມສະພາບແວດລ້ອມ ລວມໝູ່ ໃນຂອບເຂດຮັບຜິດຊອບຂອງຕົນ ໃຫ້ມີຄວາມສະອາດຈົບງາມ, ເປັນການສ້າງສະພາບທີ່ດີ ໃຫ້ກັບສັງຄົມ.
ຂະບວນການອອກແຮງງານລວມໝູ່ໃນຄັ້ງນີ້ ໄດ້ມີຂື້ນໃນຕອນເຊົ້າທີ 04 ເໃສາ 2025 ນີ້ ທີ່ພະແນກສຶກສາ ທິການ ແລະ ກິລາ ແຂວງ, ນຳພາໂດຍ ທ່ານ ພົງສະຫວັນ ຄຳສົງກາ ຮອງຫົວໜ້າພະແນກສຶກສາທິການ ແລະກິລາແຂວງ, ມີ ຫົວໜ້າຂະແໜງ-ຮອງຂະແໜງ ແລະ ພະນັກງານວິຊາການ ພາຍໃນພະແນກເຂົ້າຮ່ວມ.

166

ການອອກແຮງງານອະນາໄມສະພາບແວດລ້ອມ ຄັ້ງນີ້ ໄດ້ມີການຕັດຮອນກິ່ງ-ຫງ່າຂອງຕົ້ນໄມ້ປະດັບ, ປັດກວາດຂີ້ເຫຍື່ອ,ໃບໄມ້, ສິ່ງເສດເຫລືອຕ່າງໆ ພາຍໃນຂອບຮັບຜິດຊອບຂອງຕົນ ແລ້ວນຳໄປທໍາລາຍຖີ້ມຢ່າງຕືກວິທີການ ຢູ່ຈຸດທີ່ໄດ້ກຳນົດໄວ້ ເພື່ອບໍ່ເປັນການທຳລາຍສິ່ງແວດລ້ອມ.
ທ່ານ ພົງສະຫວັນ ຄໍາສົງກາ ໄດ້ໃຫ້ຮູ້ວ່າ: ສຳລັບການອອກ ແຮງງານອະນາໄມໃນຄັ້ງນີ້ ແມ່ນເປັນການປະຕິບັດກິດຈະກຳ ປົກກະຕິທ້າຍອາທິດ ຂອງພະແນກສຶກສາແຂວງ ທີ່ໄດ້ກຳນົດ ໄວ້ ຄື: ທຸກໆອາທິດ ໃນຕອນເຊົ້າວັນສຸກ ກ່ອນເຂົ້າການ ແມ່ນຈະຕ້ອງໄດ້ ມີການອອກແຮງງານອະນາໄມສະພາບ ແວດລ້ອມລວມໝູ່ ໂດຍມີຄະນະການນຳຂອງພະແນກ ຫລື ຫົວໜ້າຂະແໜງບໍລິຫານເປັນຜູ້ນຳພາຂະບວນ, ແນ່ໃສ ເພື່ອຮັກສາ ສະພາບແວດລ້ອມ ອ້ອມຂ້າງ ໃຫ້ມີຄວາມສະອາດ ສວຍງາມ ປະສະຈາກມົນລະພິດ, ເຮັດໃຫ້ສະພາບແວດລ້ອມເປັຕາໜ້າຢູ່ຂອງສັງຄົມ ແລະ ທັງປະຕິບັດເປັນ ແບບຢ່າງທີ່ດີ ແກ່ສັງຄົມ ເວົ້າລວມ, ເວົ້າສະເພາະ ແມ່ນ ລູກ -ຫລານ, ເຍົາວະຊົນ, ນັກຮຽນ ຈະໄດ້ເອົາເປັນແບບຢ່າງ ເຮັດປະໂຫຍດໃຫ້ກັບສັງຄົມຕໍ່ໆໄປ.
167

168
169

170
ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2025