ພິທີແຫ່ດອກໄມ້, ທູບ, ທຽນ ສະຫຼອງຫໍຫຼັກເມືອງ ມິ່ງຂວັນຊາວແຂວງ ອັດຕະປື.

 

 ແຂວງ ອັດຕະປື ໄດ້ຈັດກິດຈະກໍາ ພິທີແຫ່ດອກໄມ້, ທູບ, ທຽນ ສະຫຼອງ ບູຊາ ຫໍຫຼັກເມືອງຂອງແຂວງ ດ້ວຍຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ເຊີ່ງເປັນສະຖານທີ່ສາທາລະນະມຸງຄຸນ, ມິ່ງຂວັນ ຂອງປວງປະຊາລາວ ບັນດາເຜົ່າຊາວແຂວງ ອັດຕະປື.

171
ພີທີດັ່ງກ່າວ ໄດ້ມີຂື້ນໃນຕອນແລງຂອງວັນທີ 29 ມີນາ 2025 ນີ້ ທີ່ວັດຫລວງ ລັດຕະນາຣາມ, ບ້ານ ວັດຫລວງ, ເມືອງ ສາມັກຄີໄຊ, ແຂວງ ອັດຕະປື, ເຂົ້າຮ່ວມນໍາພາໃນພິທີ ຝ່າຍສົງ ໂດຍຄວາມເມດຕາຂອງ ພຣະອາຈານໃຫຍ່ ມະຫາສຸວັນ ຈັນທະລາດ ປະທານອົງການພຸດທະສາສະໜາສໍາພັນລາວ ແຂວງຈໍາປາສັກ, ພຣະອາຈານໃຫຍ່ ສີສະຫວາດ ເທບວົງສາ ປະທານອົງການພຸດທະສາສະໜາສໍາພັນລາວ ແຂວງອັດຕະປື, ພຣະອາຈານໃຫຍ່ ບຸນໂຖ້ຍ ໄຊຍະບຸດ ປະທານອົງການພຸດທະສາສະໜາສໍາພັນລາວ ແຂວງເຊກອງ, ພຣະອາຈານໃຫຍ່ ຄໍາເປ ຈັນທະຈອນ ຮັກສາການປະທານ ອພສ ແຂວງສາລະວັນ ແລະ ພຣະອາຈາຣຍ໌ໃຫຍ່ ປອ. ພວງປະເສີດ ພູມມາວົງ ຄະນະບໍລິຫານປະຈໍການ ສູນກາງ ອົງການພຸດທະສາສະໜາສໍາພັນລາວ, ພ້ອມດ້ວຍພຣະເຖຣາ ນຸເຖຣະພານໃນແລະ ຕ່າງແຂວງ,

172

ຝ່າຍຄະຣະວາດ ໂດຍມີ ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື, ທ່ານ ພົງໄຊໄຊຊະນະ ໄຊຍະເສນາ ປະທານ ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ຈໍາກັດຜູ້ດຽວ, ມີອົງການການປົກຄອງແຂວງ ພ້ອມດ້ວຍພຸດທະສາສະນິກະຊົນບັນດາເຜົ່າ ພາຍໃນແຂວງ ແລະ ຕ່າງແຂວງເຂົ້າຮ່ວມ ຢ່າງຫລວງຫລາຍ.
ພິທີການແຫ່ດອກໄມ້, ທູບ, ທຽນ ສະຫລອງ ບູຊາຫໍຫລັກເມືອງຄັ້ງນີ້ ແມ່ນເລີ່ມຂະບວນແຫ່ອອກຈາກວັດຫລວງລັດຕະນາຣາມ ໄປສູ່ຫໍຫລັກເມືອງ ໄລຍະທາງປະມານ 500 ກວ່າແມັດ, ເມື່ອເຖີງຫໍລັກເມືອງແລ້ວ ຄະນະສົງ ແລະ ຄະນະການນໍາຂອງແຂວງ ກໍ່ໄດ້ນໍາພາຂະບວນ ແຫ່ອ້ອມຫໍຫລັກເມືອງ 3 ຮອບ ເພື່ອລະນຶກເຖີງ ພຣະພຸດທະ ຄຸນ,ພຣະທໍາມະຄຸນ ແລະ ພຣະສັງຄະຄຸນ, ແລ້ວຈິ່ງໄດ້ນໍເອົາດອກໄມ້, ທູບ, ທຽນ ໄປວາງບູຊາ ເສົາຫລັກເມືອງ ແລະ ອ້ອມຮອບ ຫໍຫລັກເມືອງ, ເພື່ອຄວາມເປັນສີຣິມຸງຄຸນ ແລະ ໃຫ້ຄວາມສັກສິດແກ່ຜູ້ໃຫ້ຄວາມເຄົາລົບບູຊາ.

173
174

175

177

178

180

179






ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2025