ໂຮງຮຽນ ສາມັນກິນນອນຊົນເຜົ່າ ແຂວງ ອັດຕະປື ສໍາເລັດການແຂງຂັນສີລະປະ-ວັນນະຄະດີ ແລະ ກິລາ ປະຈໍາສົກຮຽນ 2024-2025.

 

 

ໂຮງຮຽນ ສາມັນກິນນອນຊົນເຜົ່າ ແຂວງອັດຕະປື ໄດ້ຈັດງານຈັດງານແຂງຂັນສີລະປະ -ວັນນະຄະດີ ນັກຮຽນພາຍໃນໂຮງຮຽນ ປະຈໍາສົກຮຽນ 2024-2025, ພ້ອມສະຫລຸບການຜົນການແຂ່ງຂັນກິລານັກຮຽນະຈໍາສົກຮຽນ 2024-2025 ແລະ ມອບຂອງຂວັນລາງວັນ ໃຫ້ກັບທີມທີ່ຊະນະການແຂ່ງຂັນ ຢ່າງເປັນທາງການ.
ພີທີການມອບຂອງຂວັນລາງວັນດັ່ງກ່າວ ໄດ້ຈັດຂື້ນໃນທ້າຍເດືອນ ເມສາ 2025 ນິີ້ ທີ່ສະໂມສອນ ຂອງໂຮງຮຽນ, ຫລັງສໍາເລັດການແຂ່ງຂັນ ສີລະປະ-ວັນນຄະດີ ໝູ່ນັກຮຽນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວມອບ ຂອງ ທ່ານ ພົງສະຫວັນ ຄຳສົງກາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີທ່ານ ນາງ ມະນີລອນ ຫຼວງອາໄພ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ ສາມັກຄີໄຊ, ທ່ານ ໄມແສງ ດວງສີ ຮັກສາການ ຜູ້ອໍານວຍການໂຮງຮຽນ, ພ້ອມຄະນະ, ຄູ-ອາຈານ, ນ້ອງນັກຮຽນ ພາຍໃນໂຮງຮຽນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

181

ການ ສີລະປະ-ວັນນະຄະດີ ນັກຮຽນປະຈໍາປີ ສົກຮຽນ 2024-2025 ຄັ້ງນີ້ ການແຂ່ງຂັນກິລາ ແລະ ສີລະປະ-ວັນນະຄະດີ ແຍກອອກເປັນສາຍ ມ.ຕົ້ນ ແລະ ສາຍ ມ.ປາຍ, ຍົກເວັ້ນ ສໍາລັບ ຂັ້ນ ມ.4 ແມ່ນຈັດໃຫ້ແຂ່ງໃນສາຍ ມ.ປາຍ, ໃນນັ້ນ ສີລະປະ-ວັນນະຄະດີ ຈັດໃຫ້ມີການແຂ່ງຂັນ 3 ລາຍການຄື: ຮ້ອງເພງດ່ຽວທົ່້ວໄປ, ລໍາດ່ຽວທົ່ວໄປ ແລະ ຟ້ອນລວມໝູ່ຍິງ-ຊາຍ, ມີ ຜູ້ເຂົ້າຮ່ວມແຂ່ງຂັນ ທັງໝົດ 21 ທີມ, ສໍາລັບປະເພດຂອງຂັນລາງວັນ: ລາງວັນທີ I. ເງິນສົດ 100,000 ກີບ; ລາງວັນທີ II. ເງິນສົດ 80,000 ກີບ; ລາງວັນທີ III. ເງິນສົດ 60,000 ກີບ; ລາງວັນທີ IV ຊົມເຊີຍ ເງິນສົດ 40,000 ກີບ.
ຜົນການແຂ່ງຂັນສາຍ ມ.ປາຍ, ລາຍການຮ້ອງເພງດ່ຽວທົ່ວໄປ:ລາງວັນທີ I. ຕົວແທນ ຂັ້ນ ມ.7, ລາງວັນທີ II. ຕົວແທນ ຂັ້ນ ມ.4, ລາງວັນທີ III. ຕົວແທນ ຂັ້ນ ມ.5, ລາງວັນທີ IV ຊົມເຊີຍ. ຕົວແທນ ຂັ້ນ ມ.6; ລາຍການລໍາດ່ຽວທົ່ວໄປ: ລາງວັນທີ I. ຕົວແທນ ຂັ້ນ ມ.5, ລາງວັນທີ II. ຕົວແທນ ຂັ້ນ ມ.7, ລາງວັນທີ III. ຕົວແທນ ຂັ້ນ ມ.6, ລາງວັນທີ IV ຊົມເຊີຍ ຕົວແທນ ຂັ້ນ ມ.4; ລາຍການຟ້ອນລວມໝູ່: ລາງວັນທີ I. ທີມຕົວແທນ ຂັ້ນ ມ.7; ລາງວັນທີ II. ທີມຕົວແທນ ຂັ້ນ ມ.6, ລາງວັນທີ III. ທີມຕົວແທນ ຂັ້ນ ມ.5, ລາງວັນທີ IV ຊົມເຊີຍ ຕົວແທນ ຂັ້ນ ມ.4. ສາຍ ມ.ປາຍ: ລາຍການຮ້ອງເພງດ່ຽວທົ່ວໄປ, ລາງວັນທີ I. ຕົວແທນ ຂັ້ນ ມ.3, ລາງວັນທີ II. ຕົວແທນ ຂັ້ນ ມ.1, ລາງວັນທີ III. ຕົວແທນ ຂັ້ນ ມ.2; ລາຍການລໍາດ່ຽວທົ່ວໄປ: ລາງວັນທີ I. ຕົວແທນ ຂັ້ນ ມ.3, ລາງວັນທີ II. ຕົວແທນ ຂັ້ນ ມ.2; ລາຍການຟ້ອນລວມໝູ່: ລາງວັນທີ I. ທີມຕົວແທນ ຂັ້ນ ມ.2; ລາງວັນທີ II. ທີມຕົວແທນ ຂັ້ນ ມ.1, ລາງວັນທີ III. ທີມຕົວແທນ ຂັ້ນ ມ.3.
ສ່ວນກິລາ ມີ 3 ປະເພດ, 6 ລາຍການແຂ່ງຂັນຄື: ບານເຕະ ຊາຍ-ຍິງ; ບານສົ່ງ ຍິງ-ຊາຍ, ກະຕໍ້ ຍິງ-ຊາຍ, ການແຂ່ງຂັນແບ່ງອອກເປັນສາຍ ມ.ຕົ້ນ ແລະ ສາຍ ມ.ປາຍ, ສໍາລັບຂອງຂວັນລາງວັນ ປະເພດບານເຕະ ລາງວັນທີ I. ເງິນສົດ 100,000 ກີບ; ລາງວັນທີ II. ເງິນສົດ 80,000 ກີບ; ລາງວັນທີ III. ເງິນສົດ 60,000 ກີບ; ປະເພດບານສົ່ງ ລາງວັນທີ I. ເງິນສົດ 60,000 ກີບ; ລາງວັນທີ II. ເງິນສົດ 50,000 ກີບ; ລາງວັນທີ III. ເງິນສົດ 40,000 ກີບ. ປະເພດກະຕໍ້ ລາງວັນທີ I. ເງິນສົດ 50,000 ກີບ; ລາງວັນທີ II. ເງິນສົດ 40,000 ກີບ; ລາງວັນທີ III. ເງິນສົດ 30,000 ກີບ.
ຜົນການແຂ່ງຂັນ ສາຍ ມ.ຕົ້ນ: ບານເຕະຊາຍ ລາງວັນທີ I. ຫ້ອງ ມ.2/2, ລາງວັນທີ II. ຫ້ອງ ມ.3/1, ລາງວັນທີ III. ຫ້ອງ ມ.2/1; ບານສົ່ງຊາຍ ລາງວັນທີ I. ຫ້ອງ ມ.3/1, ລາງວັນທີ II. ຫ້ອງ ມ.2/1, ລາງວັນທີ III. ຫ້ອງ ມ.2/2; ກະຕໍ້ຊາຍ ລາງວັນທີ I. ຫ້ອງ ມ.3/1, ລາງວັນທີ II. ຫ້ອງ ມ.2/1, ລາງວັນທີ III. ຫ້ອງ ມ.3/2; ບານເຕະຍິງ ລາງວັນທີ I. ຫ້ອງ ມ.3/1, ລາງວັນທີ II. ຫ້ອງ ມ.3/1, ລາງວັນທີ III. ຫ້ອງ ມ.2/1; ກະຕໍ້ຍິງ ລາງວັນທີ I. ຫ້ອງ ມ.3/1, ລາງວັນທີ II. ຫ້ອງ ມ.2/2, ລາງວັນທີ III. ຫ້ອງ ມ.1/1; ບານສົ່ງຍິງ ລາງວັນທີ I. ຫ້ອງ ມ.3/2, ລາງວັນທີ II. ຫ້ອງ ມ.2/1, ລາງວັນທີ III. ຫ້ອງ ມ.2/2.
ສາຍ ມ.ປາຍ: ບານເຕະຊາຍ ລາງວັນທີ I. ຫ້ອງ ມ.5/2, ລາງວັນທີ II. ຫ້ອງ ມ.7/2, ລາງວັນທີ III. ຫ້ອງ ມ.6/2; ບານສົ່ງຊາຍ ລາງວັນທີ I. ຫ້ອງ ມ.6/2, ລາງວັນທີ II. ຫ້ອງ ມ.5/2, ລາງວັນທີ III. ຫ້ອງ ມ.7/2; ກະຕໍ້ຊາຍ ລາງວັນທີ I. ຫ້ອງ ມ.6/2, ລາງວັນທີ II. ຫ້ອງ ມ.7/1, ລາງວັນທີ III. ຫ້ອງ ມ.5/2; ບານເຕະຍິງ ລາງວັນທີ I. ຫ້ອງ ມ.5/1ລາງວັນທີ II. ຫ້ອງ ມ.6/2, ລາງວັນທີ III. ຫ້ອງ ມ5/2; ກະຕໍ້ຍິງ ລາງວັນທີ I. ຫ້ອງ ມ.6/2, ລາງວັນທີ II. ຫ້ອງ ມ. 7/2, ລາງວັນທີ III. ຫ້ອງ ມ.4/1; ບານສົ່ງຍິງ ລາງວັນທີ I. ຫ້ອງ ມ.6/2, ລາງວັນທີ II. ຫ້ອງ ມ.5/1, ລາງວັນທີ III. ຫ້ອງ ມ.2/2.

k2 n

k4 n

kk n

kkkkkkk n
 
ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2025