ສູນ ICT ສກຂ ອັດຕະປື ສ້າງຄວາມເຂັ້ມແຂງດ້ານ IT ໃຫ້ຄູສອນ 6 ວິຊາຫລັກ ໂຮງຮຽນ ມ.ສ 2 ແຫ່ງ.

 

 

ສູນ ICT ( Information, Communication and Technology ) ສກຂ ອັດຕະປື ໄດ້ສໍາເລັດການສ້າງຄວາມເຂັ້ມແຂງດ້ານ IT( Information, Technology ) ເພື່ອສ້າງສື່ການຮຽນ ການສອນແບບ electronic (ອິເລັກໂທຣນິກ) ແລ້ວອັບໂຫຼດຂື້ນໃນຊ່ອງ youtube ຮູບແບບຫ້ອງຮຽນ Online ໃຫ້ຄູສອນ 6 ວິຊາຫລັກ ໃນໂຮງຮຽນ ຊັ້ນມັດທະຍົມສຶກສາສົມບູນ (ມ.ສ ) 2 ແຫ່ງ ມີີໂຮງຮຽນ ມ.ສ ຈັນທາ ແລະ ໂຮງຮຽນ ມ.ສ ຊົນເຜົ່າ ເມືອງ ສາມັກຄີໄຊ, ເປັນການຊຸກຍູ້ການຮຽນ ການສອນ ຂອງຄູອາຈານ ແລະ ນັກຮຽນໃຫ້ມີຫຼາກຫລາຍຮູບແບບ, ແນໃສ່ ເຮັດໃຫ້ຜູ້ຮຽນ ມີຊ່ອງທາງການຮຽນຫລາຍຂື້ນ.
ການຈັດເຝີກອົບຮົມວຽກງານດັ່ງກ່າວໄດ້ຈັດຂື້ນເມື່ອບໍ່ດົນມານີ້ ທີ່ສູນໄອຊີທີ ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື, ໂດຍພາຍໃຕ້ການເປັນກຽດເຂົ້າຮ່ວມກ່າວເປີດພິທີຂອງທ່ານ ສຸກສະໄຫວ ຄ່ຽມພະຈິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີ ທ່ານ ສຸລິສັກ ແສງຈັນ ຫົວໜ້າສູນ ICT ທ່ານ ໄລນ້ອຍ ວົງລໍຄໍາ ຮອງຫົວໜ້າສູນ ICT, ພ້ອມດ້ວຍຄູເຝີກ ແລະ ສໍາມະນາກອນ 22 ທ່ານເຂົ້າຮ່ວມ.
ທ່ານ ສຸລິສັກ ແສງຈັນ ໄດ້ໃຫ້ຮູ້ວ່າ: ການຈັດເຝີກອົບຮົມ ສ້າງຄວາມເຂັ້້ມແຂງດ້ານ IT ໃຫ້ຄູສອນ 6 ວິຊາຫລັກ ມີ ວິຊາ: ຊີວະສາດ, ເຄມີສາດ, ຟີຊິກສາດ, ຄະນິດສາດ, ພາສາອັງກິດ ແລະ ວິຊາ ໄອຊີທີ ໃນ 2 ໂຮງຮຽນ ມ.ສ ຄື: ມ.ສ ຈັນທາ ແລະ ມ.ສ ຊົນເຜົ່າ ຄັ້ງນີ້ ແມ່ນປະຕິບັດຕາມທິດຊີ້ນໍາຂອງທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ແລະ ແຜນການເຄື່ອນໄຫວຂອງ ສູນໄອຊີທີ ປະຈໍາສົກຮຽນ 2024-2025, ເຊີ່ງການເຝີກອົບຮົບຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮັບການເຝີກອົບຮົມ ການນໍາໃຊ້ PowerPoint ເປັນສື່ກາງໃນການແຕ່ງບົດສອນ, ການນຳໃຊ້ໂປຣແກຣມ Fastone Capture ໃນການອັດວີດີໂອການສອນ, ການນຳໃຊ້ໂປຣແກຣມ Movavi Video Editor ໃນການຕັດຕໍ່ວິດີໂອການສອນ ແລະ ການອັບໂຫຼດວີດີໂອການສອນຂື້ນຊ່ອງ Youtube, ໂດຍນໍາໄຊ້ຄູເຝີກ ພາຍໃນສູນໄອຊິທີ ຂອງພະແນກສຶກສາທິການ ແລະ ກິລາ ແຂວງ .
L2 n

L3 n

L4 n

L5 n

L6 n
ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026