ແຂວງ ອັດຕະປື ເປີດການສອບເສັງຈົບຊັ້ນມັດທະຍົມສຶກສາ (ມ.7) ປະຈໍາສົກຮຽນ 2024-2025

 

 ແຂວງ ອັດຕະປື ໄດ້ຈັດພິທີເປີດການສອບເສັງຈົບຊັ້ນມັດທະຍົມສຶກສາ (ມ.7 ) ປະຈໍາສົກຮຽນ 2024-2025 ທົ່ວແຂວງ ຢ່າງເປັນທາງການ (ເອກະພາບກັນທົ່ວປະເທດ) ໃນເວລາ 15:30 ໂມງ ຂອງວັນທີ 17 ມິຖຸນາ 2025, ຕາມສະຖີຕິຕົວເລກ ຈະມີນັກຮຽນຊັ້ນມັດທະຍົມສຶກສາເຂົ້າຮ່ວມສອບເສັງຈົບຊັ້ນ ມ.7 ທັງໝົດຈໍານວນ 886 ຄົນ, ຍິງ 431 ຄົນ, ຈາກໂຮງຮຽນ ມັດທະຍົມສຶກສາສົມບູນ 14 ແຫ່ງ ມັດທະຍົມສືກສາຕອນຕົ້ນ 1 ແຫ່ງ ( ມ.ຕົ້ນ ຈະລີນໄຊ, ເມືອງ ຊານໄຊ) ໂດຍແບ່ງອອກເປັນ12 ສູນສອບເສັງ.

181

ສໍໍາລັບສູນສອບເສັງໃຫຍ່ຂອງແຂວງອັດຕະປື ແມ່ນສູນສອບເສັງ ມ.ສ ຈັນທາ, ເມືອງ ສາມັກຄີໄຊ, ໄດ້ຈັດພິທີເປີດການສອບເສັງ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ທ່ານ ບຸນເສີດ ເສດທິລາດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກງານວັດທະນະທໍາສັງຄົມ, ປະທານຊີ້ນໍາລວມ ແລະ ຕັດສິນ ຜົນການສອບເສັງຈົບຊັ້ນ ມ.7 ປະຈໍາສົກຮຽນ 2024-2025, ມີ ທ່ານ ອຸດົມສິນ ສີຊານົນ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ທ່ານ ພອນໄຊ ບັນນະວົງ ຫົວໜ້າພະແນກຕ່າງປະເທດ, ກົມສາມັນສຶກສາ, ກະຊວງສຶກສາທິການ, ມີຄະນະຮັບຜິດຊອບສູນສອບເສັງ, ອະນຸກຳມະການທີ່ກ່ຽວຂ້ອງ, ພ້ອມນ້ອງໆນັກສອບເສັງເຂົ້າຮ່ວມ.

ການສອບເສັງຈົບຊັ້ນມັດທະຍົມສຶກສາ (ມ.7) ທົ່ວແຂວງ ອັດຕະປື ໃນສົກຮຽນນີ້ ແມ່ນເປັນເອກະພາບກັບບັນດາໂຮງຮຽນ ມ.ສ ທຸກແຫ່ງ ໃນຂອບເຂດທົ່ວປະເທດ, ສາຍສາມັນສຶກສາທົ່ວໄປຈະສອບເສັງໃນວັນທີ 18-20 ມິຖຸນາ 2025, ເສັງ 5 ພາກວິຊາ ຄື: ວິຊາ: ພາສາລາວ-ວັນນະຄະດີ, ກຸ່ມວິຊາ: ວິທະຍາສາດສັງຄົມ, ກຸ່ມວິຊາ: ວິທະຍາສາດທຳມະຊາດ, ວິຊາ: ພາສາອັງກິດ ແລະ ວິຊາ: ຄະນິດສາດ, ສ່ວນ ສາຍສາມັນສຶກສາສົງ ຈະເສັງໃນວັນທີ 17-20 ມິຖຸນາ 2025, ສອບເສັງທັງໝົດ 8 ວິຊາ, ໃນນັ້ນ ວິຊາ ສາຍພຸດທະສາດສະໜາ 3 ວິຊາ ຄື: ວິຊາ:ບາລີ , ວິຊາ: ທໍາມະ ແລະ ວິຊາ ວິໄນ, ສ່ວນ 5 ວິຊາ ແມ່ນສອບເສັງເອກະພາບກັນກັບສາມັນສຶກສາທົ່ວໄປ.
ສະເພາະສູນສອບເສັງ ມ.ສ ຈັນທາ ປະກອບມີ 4 ໂຮງຮຽນ ຄື: ໂຮງຮຽນ ມ.ສ ຈັນທາ, ໂຮງຮຽນ ມ,ສ ຊົນເຜົ່າ, ໂຮງຮຽນ ທິບພະເນດ (ໂຮງຮຽນ ເອກະຊົນ) ແລະ ໂຮງຮຽນ ວຽງສະຫວັນ 3 ( ໂຮງຮຽນ ເອກະຊົນ)ມີ ນັກສອບເສັງທັງໝົດ 235 ຄົນ, ຍິງ 126 ຄົນ ແບ່ງອອກເປັນ 11 ຫ້ອງສອບເສັງ,ສະເລ່ຍຈໍານວນ ນັກສອບເສັງ 21-22ຄົນ / 1 ຫ້ອງ.

187

188
189
190

186



ຂ່າວໂດຍ : ພົມວິຫານ ໄຊຊະນະ
ລົງເວັບໄຊສ໌ໂດຍ : ສູນໄອຊີທີ ແຂວງ ອັດຕະປື ( ໜ່ວຍງານ MIS )
ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026