ຫົວໜ້າພະແນກ ສກຂ ອັດຕະປື ແລະ ຜູ້ຕາງໜ້າ ສສກ ເຄື່ອນໄຫວຕິດຕາມ ສູນສອບເສັງ ມ.ສ ຈັນທາ

 

 ໃນຕອນເຊົ້າທີ 18 ມິຖຸນາ 2025 ນີ້ ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ( ສກຂ ) ອັດຕະປື ແລະ ທ່ານ ພອນໄຊ ບັນນາວົງ ຫົວໜ້າພະແນກຕ່າງປະເທດ, ກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍວິຊາການ ພະແນກສຶກສາທິການ ແລະ ກະລາ ແຂວງ ໄດ້ລົງຕິດຕາມ,ຊຸກຍູ້ ພົບປະໂອ້ລົມຄະນະຮັບຜິດຊອບຊີ້ນໍາ ແລະ ອະນຸກໍາມະການສອບເສັງຈົບຊັ້ນມັດທະຍົມສຶກສາ (ມ.7 ) ຢູ່ສູນສອບເສັງ ໂຮງຮຽນ ມ.ສ ຈັນທາ, ເມືອງ ສາມັກຄີໄຊ, ພ້ອມໃຫ້ກຽດຕັດຫົວບົດສອບເສັງ ວິຊາ:ພາສາລາວ-ວັນນະຄະດີ ຢ່າງເປັນທາງການ.

ສູນສອບເສັງ ມ. ສ ຈັນທາ ເປັນສູນສອບເສັງໃຫຍ່ ຕັ້ງຢູ່ໃນເຂດເທດສະບານແຂວງ, ປະກອບມີ 4 ໂຮງຮຽນ ຄື: ໂຮງຮຽນ ມສ ຈັນທາ, ໂຮງຮຽນ ມສ ຊົນເຜົ່າ, ໂຮງຮຽນ ທິບພະເນດ (ໂຮງຮຽນ ເອກະຊົນ) ແລະ ໂຮງຮຽນ ວຽງສະຫວັນ 3 ( ໂຮງຮຽນ ເອກະຊົນ) ມີນັກສອບເສັງທັງໝົດ 235 ຄົນ, ຍິງ 126 ຄົນ ແບ່ງອອກເປັນ 11 ຫ້ອງສອບເສັງ,ສະເລ່ຍຈໍານວນ ນັກສອບເສັງ 21-22ຄົນ / 1 ຫ້ອງ.

192

193

194

196

197

195

ຂ່າວໂດຍ : ພົມວິຫານ ໄຊຊະນະ
ລົງເວັບໄຊສ໌ໂດຍ : ສູນໄອຊີທີ ແຂວງ ອັດຕະປື ( ໜ່ວຍງານ MIS )
ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026