ພະແນກສຶກສາທິການ ແລະ ກິລາ ອັດຕະປື ຖອດຖອນບົດຮຽນປະຈຳພາກຮຽນ1 2024-2025

 

 ວັນທີ 12 ມີນາ 2025 ພະແນກສຶກສາທິການ ແລະ ກິລາແຂວງ ອັດຕະປື ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານການສຶກສາ ໄລຍະ 6 ເດືອນ ພາກຮຽນທີ1 ສົກຮຽນ 2024-2025 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນເສີດ ເສດ​ທິລາດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ, ມີ ທ່ານ ອຸດົມສິນ ສີຊານົນ ກໍາມະການພັກແຂວງ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ, ມີບັນດາທ່ານ ຮອງ​ເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າຈາກຂະ ແໜງການ, ຄະນະຜູ້ອຳ ນວຍການ, ຜູ້ຕາງໜ້າຈາກສະມາຄົມການສຶກສາເອກະຊົນ, ອົງການກ່ຽວຂ້ອງ ຕະຫລອດຮອດພະນັກງານວິຊາການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

149

150 


      ໃນກອງປະຊຸມ ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການຜັດປ່ຽນກັນຜ່ານຮ່າງບົດສະຫຼຸບຫຍໍ້ ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ພາກຮຽນ I ແລະ ແຜນ ການ ພາກຮຽນ II ປະຈຳ        ສົກ    ຮຽນ 2024-2025, ຜ່ານຮ່າງບົດວິໄຈສະພາບການສຶກສາໃນລະດັບແຂວງ, ລະ ດັບເມືອງ ສົກຮຽນ 2024-2025, ຮ່າງບົດລາຍງານຫຍໍ້ ການຈັດຕັ້ງປະຕິບັດການຊັບຊ້ອນພາຍໃນ-        ຕ່າງປະ ເທດ ສົກຮຽນ 2024-2025 ແລະ ເອກະສານກ່ຽວ ຂ້ອງຈຳນວນໜຶ່ງ ເຊິ່ງໄດ້ຍົກໃຫ້ເຫັນຄຸນນະພາບຂອງການຮຽນ-ການສອນເຫັນໄດ້ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງປັບ        ປຸງໃນຕໍ່ ໜ້າ, ວຽກການສຶກສາມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ເພາະເປັນການປູພື້ນຖານ ໃນການພັດທະນາຊັບພະຍາກອນມະນຸດ ສົ່ງເສີມໃຫ້ນັກຮຽນມີການຂະຫຍາຍຕົວຢ່າງມີຄຸນນະ ພາບ.

ພ້ອມດຽວກັນນີ້ກອງປະຊຸມ ກໍ່ຍັງໄດ້ມີການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ຂອງບັນດາທ່ານໃນຄະນະພັດທະນາການສຶກສາ, ຜູ້ອຳນວຍການໂຮງຮຽນ ແລະ ການຖາມເຈາະຈີ້ມໃນບັນດາວຽກງານ ທີ່ຕິດພັນກັບຂະແໜງການສຶກສາ ພ້ອມທັງໄດ້ແນະນຳບັນດາໜ້າວຽກຕ່າງໆ ອັນທີ່ຍົກໃຫ້ເຫັນເຖິິງ ບັນດາຂໍ້ສະ ດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານຜ່ານມາ ແລະ ພ້ອມກັນຊອກຫາວິທີທາງ ທີ່ຈະຕ້ອງໄດ້ພ້ອມກັນແກ້ໄຂໃນຕໍ່ໜ້າ ໃຫ້ດີຂຶ້ນກວ່າເກົ່າ ແລະ ໃນກອງປະຊຸມໃນຄັ້ງນີ້ ກໍ່ຍັງໄດ້ຮັບຟັງການໃຫ້ກຽດມີຄໍາເຫັນໂອ້ລົມຈາກຄະນະປະທານກອງປະຊຸມ ເພື່ອເປັນທິດເຍືອງທາງ ໃນການພັດທະນາວຽກງານການສຶກສາຢູ່ແຂວງອັດຕະປື ໃຫ້ມີຜົນສໍາເລັດທີ່ດີຂຶ້ນກວ່າເກົ່າ ໃນຕໍ່ໜ້າຕື່ມອີກ.




159

161

151

152

153

155

156

158

ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2025