ສກຂ ອັດຕະປື ແຂ່ງຂັນສອບເສັງນັກຮຽນເກັ່ງລະດັບແຂວງ ສາຍສາມັນສຶກສາ.

 

 ພະແນກສຶກສາທິການ ແລະ ກິລາ ແຂວງ ( ສກຂ) ອັດຕະປື ຈັດແຂ່ງຂັນສອບເສັງນັກຮຽນເກັ່ງລະດັບແຂວງ ສາຍສາມັນສຶກສາ ຊັ້ນປະຖົມສຶກສາ ປ.5 ແລະ ຊັ້ນມັດທະຍົມສຶກສາ ມ.4 ແລະ ມ.7 ປະຈຳສົກຮຽນ 2024-2025 ເພື່ອຄັດເລືອກເອົາຕົວແທນນັກຮຽນເກັ່ງລະດັບແຂວງ ຂັ້ນ ມ.4 ແລະ ມ.7 ຂອງແຂວງ ອັດຕະປື ສົ່ງເຂົ້າຮ່ວມການແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດ ທີ່ນະຄອນຫຼວງວຽງຈັນ, ເຊີ່ງຈະໄດ້ຈັດຂື້ນໃນລະຫວ່າງ ວັນທີ 8-11 ເມສາ 2025 ນີ້ ແລະ ເປັນການປະເມີນຕີລາຄາຄືນ ຜົນການຈັດຕັ້ງປະຕິດບັດແຜນພັດທະນາຄຸນນະພາບການສຶກສາໃນໄລຍະຜ່ານມາ ຂອງຄະນະຜູ້ບໍລິຫານການສຶກສາ ແລະ ກິລາ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນໂຮງຮຽນ, ການຮຽນ-ການສອນຂອງຄູ-ອາຈານ ແລະ ນັກຮຽນ ລວມທັງການປະກອບສ່ວນມີສ່ວນຮ່ວມຂອງ ຜູ້ປົກຄອງ ແລະ ສັງຄົມ
A.1

ການສອບເສັງດັ່ງກ່າວໄດ້ຈັດຂື້ນ ໃນຕອນເຊົ້າຂອງວັນທີ 11 ມີນາ 2025 ນີ້ ທີ່ ຫໍປະຊຸມໃຫຍ່ ຂອງແຂວງອັດຕະປື, ໂດຍພາຍໃຕ້ການເປັນປະທານ ທ່ານ ກໍລະກັນ ສົມພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີ ທ່ານ ນາງ ວັນວີວອນ ໄຊຍະແສງ ຫົວໜ້າຂະແໜງ ສາມັນສຶກສາ, ພະນັກງານຄູ-ອາຈານ ຜູ້ທີ່ນຳພານັກສອບເສັງ ແລະ ນັກສອບເສັງນັກຮຽນເກັ່ງ ທີ່ເປັນຕົວແທນ ຂອງເມືອງ, 5 ເມືອງ ພາຍໃນແຂວງ ຈຳນວນ 110 ຄົນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

143     

ໃນພິທີ ທ່ານ ນາງ ວັນວີວອນ ໄຊຍະແສງ ໃຫ້ຮູ້ວ່າ: ການແຂ່ງຂັນສອບເສັງນັກຮຽນເກັ່ງສາຍສາມັນສຶກສາ ລະດັບແຂວງຄັ້ງນີ້ ແມ່ນເປັນເອກະພາບກັນທົ່ວປະເທດ ດ້ານວິຊາການ                 ສອບເສັງ,    ເຊີ່ງໃນນັ້ນ, ຂັ້ນ ປ.5 ສອບເສັງ 3 ວິຊາ ຄື: ພາສາລາວ, ຄະນິດສາດ ແລະ ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ, ສ່ວນຂັ້ນ ມ.4 ແລະ ມ.7 ສອບເສັງ 4 ວິຊາຄື: ພາສາລາວ-         ວັນນະຄະດີ,             ຄະນິດສາດ, ເຄມີສາດ ແລະ ຟີຊິກສາດ, ການສອບເສັງລະດັບແຂວງ ວິຊາລະ 2 ຄົນ, ຂັ້ນ ປ.5 ມີຈໍານວນ 30 ຄົນ, ຍິງ 23 ຄົນ; ຂັ້ນ ມ.4 ມີຈໍານວນ 40 ຄົນ, ຍິງ 28        ຄົນ ແລະ ຂັ້ນມ.7 ມີຈໍາ     ນວນ 40 ຄົນ, ຍິງ 25 ຄົນ ລວມນັກສອບເສັງເຂົ້າຮ່ວມທັງໝົດ ຈໍານວນ 110 ຄົນ, ຍິງ 76 ຄົນ.
     



ວາລະການສອບເສັງ ໃນຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 2 ວັນ ( 11-12 ມີນາ) ໃນນັ້ນ ໃນວັນທີ 11 ມີນາ: ຄາບເຊົ້າ ດໍາເນີນການສອບເສັງ, ຄາບບ່າຍ ຈະດໍາເນີນກິດຈະກໍາ ນໍາພານັກຮຽນ       ເກັ່ງໄປທັດສະນະສຶກສາ ແຫຼ່ງທ່ອງທ່ຽວດ້ານປະຫັວດສາດ ທີ່ ວັດທາດພຣະໄຊ, ຫໍມູນເຊື້ອພຣະເຈົ້າໄຊຍະເສດຖາທິຣາດ ແລະ ອະນຸສາວະລີ ພຣະເຈົ້າໄຊຍະເສດຖາ ຢູ່ເມືອງ ໄຊເສດຖາ ແລະ         ທ່ຽວຊົມ ຫໍເສົາຫລັກເມືອງ ຢູ່ເທດສະບານແຂວງ ອັດຕະປື; ວັນທີ 12 ມີນາ ຄາບເຊົ້າ ດໍາເນີນກິດຈະກໍາແຂ່ງຂັນຖາມ-ຕອບວິທະຍາສາດ ແລະ ປະກາດຜົນການແຂ່ງຂັນສອບເສັງນັກຮຽນ       ເກັ່ງຢ່າງເປັນທາງການ.
ສໍາລັບນັກຮຽນເກັ່ງ ຂັ້ນ ມ.4 ແລະ ມ.7 ທີ່ເສັງໄດ້ຕິດອັນດັບທີ 1 ແລະ ທີ 2 ໃນແຕ່ລະລາຍວິຊາ ແມ່ນຈະໄດ້ເປັນຕົວແທນນັກຮຽນເກັ່ງຂອງແຂວງອັດຕະປື ໄປເຂົ້າຮ່ວມການແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດ ສົກຮຽນ 2024-2025 ຢູ່ທີ່ນະຄອນຫລວງວຽງຈັນ ໃນມໍ່ໆນີ້, ສ່ວນນັກຮຽນເກັ່ງຂັ້ນ ປ.5 ແມ່ນເສັງພຽງລະດັບແຂວງເທົ່ານັ້ນ.
ເພື່ອເຮັດໃຫ້ການແຂ່ງຂັນສອບເສັງນັກຮຽນເກັ່ງຄັ້ງນີ້ ໄດ້ບັນລຸຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງ ແລະ ຖືກຕ້ອງຕາມລະບຽບຫລັກການນັ້ນ, ທ່ານ ກໍລະກັນ ສົມພັກດີ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບການແຂ່ງຂັນ ແລະ ອະນຸກໍາມະການ ທຸກພາກສ່ວນທີ່ຖືກແຕ່ງຕັ້ງ ຈົ່ງເຊີດຊູຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ຢ່າງສຸດຄວາມສາມາດ ແລະ ມີໂປ່ງໄສທຸກປະການ ເພື່ອເຮັດໃຫ້ຜົນການແຂ່ງຂັນສອບເສັງນັກຮຽນເກັ່ງຄັ້ງນີ້ ໄດ້ຮັບໝາກຜົນສຳເລັດຢ່າງຈົບງາມ ແລະ ຄວາມຖືກຕ້ອງຄວາມເປັນຈິງ.

A2 n

145

146
148
144
147
A3 n


ໂດຍ: ພົມວິຫານ ໄຊຊະນະ( ຂ. ອັດຕະປື)
ລົງເວັບໄຊສ໌ໂດຍ: ໜ່ວຍງານ MIS ( ສູນໄອຊີທີ ອັດຕະປື )
ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2025