ວັນທີ 10-12 ມີນາ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານສຳຄັນຢູ່ແຂວງ ອັດຕະປື ໃຫ້ການຕ້ອນຮັບທີ່ສະໜາມບິນແຂວງ ບ້ານຫາດຊັນ ໂດຍມີ ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມດ້ວຍການນຳຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງຈຳນວນໜຶ່ງ.
ການເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານສຳຄັນ ຢູ່ແຂວງ ອັດຕະປື ແມ່ນໄດ້ຮ່ວມເຮັດວຽກງານສຳຄັນກັບຄະນະປະຈຳພັກແຂວງ ແລະ ພະແນກການຂອງແຂວງ ເພື່ອຮັບຟັງການລາຍງານໂຄງການພັດທະນາເຂດທີ່ໝັ້ນການປະຕິວັດເຂດໃຕ້ລາວ ໄລຍະ 1,2 ແລະ 3 ພ້ອມທັງປຶກສາຫາລືການກະກຽມສະຫຼີມສະຫຼອງ 3 ວັນປະຫວັດສາດ ຂອງຊາດ ຂອງພັກ, ພ້ອມດຽວກັນນີ້ ຈະໄດ້ພົບປະໂອ້ລົມຄະນະພັກ-ອໍານາດການປົກຄອງບ້ານໜອງຟ້າໃໝ່-ເກົ່າ, ຢຽງດາກ, ວັງຕັດໃຫຍ່, ວັງຕັດນ້ອຍ, ດາກບ໋ອກ ແລະ ໜອງໄກ່ໂອກ ເມືອງຊານໄຊ,
ຮ່ວມເຮັດວຽກກັບຄະນະນຳ ຂອງບໍລິສັດວັງຕັດຂຸດຄົ້ນບໍ່ແຮ່, ຢ້ຽມຢາມການຜະລິດ ແລະ ເຄື່ອນໄຫຼວສໍາຫຼວດ, ຕິດຕາມ, ກວດກາໂຄງການຂຸດຄົ້ນບໍ່ແຮ່ເຂດວັງຕັດ, ສຳຫຼວດກວດກາເບິ່ງເສັ້ນທາງແລວໃໝ່ເຂດວັງຕັດ, ບ້ານສຸກສະຫວ່າງ, ຈະເລີນໄຊ ແລະ ດ່ານຟໍ1.
ໃນໂອກາດລົງກວດກາວຽກສຳຄັນຢູ່ແຂວງອັດຕະປືຂອງທ່ານ ນາຍົກລັດຖະມົນຕີ ແລະ ຄະນະ ຍັງຈະໄດ້ໃຫ້ການໂອ້ລົມ ແລະ ຊີ້ນຳໃນຫຼາຍບັນຫາ ເພື່ອກວດກາຄືນ ແລະ ໄດ້ເນັ້ນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິ ບັດວຽກງານຕາມການມອບໝາຍ,ເປັນ ເຈົ້າການເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານຕາມພາ ລະ ບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງທຸກພາກສ່ວນໃຫ້ມີຜົນສຳເລັດດີຂຶ້ນກວ່າເກົ່າ.