ແຂວງ ອັດຕະປື ໄດ້ເຄື່ອນຍ້າຍເສົາຫລັກເມືອງ ລົງຈາກພູກາງໂຮງ, ເມືອງ ພູວົງ ມາສະຖິດເທິງແທ່ນຫໍຫຼັກເມືອງ ຢູ່ເທດສະບານແຂວງ ເປັນມິ່ງຂວັນເມືອງ ຂອງຊາວແຂວງ ອັດຕະປື ເພື່ອໃຫ້ກາຍເປັນບ່ອນທ່ອງທ່ຽວທາງດ້ານວັດທະນະທໍາ, ຕິດພັນກັບຮີດຄອງປະເພນີ ອັນດີງາມ, ຄວາມອຸດົມສົມບູນແຂວງ ອັດຕະປື, ເປັນບ່ອນກາບໄຫວ້ ສັກກະລະບູຊາ ແລະ ຂໍພອນຕ່າງໆ ຂອງປວງປະຊາ.
ພິທີການເຄື່ອນຍ້າຍເສົາຫລັກເມືອງ ໄດ້ມີຂື້ນໃນວັນທີ 10 ກຸມພາ 2025 ນີ້ ໂດຍມີ ໂດຍ ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະການນໍາພັກ-ລັດຂັ້ນແຂວງ, ຂັ້ນເມືອງ ອາດີດພະນັກງານການນຳຂອງແຂວງ ແລະ ປະທານບໍລິສັດ ພັດທະນາຫີນປະເສີດ ລາວ-ຈີນ, ພຣະເຖຣາ, ນຸເຖຣະ, ເຖົ້າ-ແກ່ ຜູ້ຊົງຄຸນວຸດທິ, ພໍ່-ແມ່ພີ່ນ້ອງປະຊາຊົນບັນດາເຜົ່າ ຊາວແຂວງອັດຕະປື ແລະ ການຈັດຕັ້ງທີ່ກ່ຽວຂ້ອງເຂົ້້າຮ່ວມ.


ການເຄື່ອນຍ້າຍເສົາຫຼັກເມືອງ ຄັ້ງນີ້ ແມ່ນໄດ້ເຄື່ອນຍ້າຍອອກຈາກ ພູກາງໂຮງ (ບໍ່ຫີນ) ລົງສູ່ເທດສະບານເມືອງ ພູວົງ ໄລຍະທາງປະມານ 40 ກິໂລແມັດ ແລະ ເຂົ້າສູ່ເທດສະບານແຂວງ ອັດຕະປື ອີກປະມານ 20 ກິໂລແມັດ, ໃນສາມຈຸດໃຫຍ່ ໄດ້ມີດໍາເນີນພິທີກໍາທາງພຸດທະສາດສະໜາ ແລະ ພິທີກໍາຂອງທ້ອງຖິ່ນ ກ່ອນເຄື່ອນຍ້າຍ ແລະ ວາງສະຖິດເທີງແຖ່ນຫໍຫລັກເມືອງ ເປັນການຄອບໄຫວ້ເຈົ້າຖິ່ນຖານພູມລໍາເນົາ ແລະ ເຈົ້າແມ່ທໍລະນີ, ສິ່ງສັກສິດ ເພື່ອຄວາມປອດໄພ, ເປັນສິລິມຸງຄຸນ, ຢູ່ເຢັນເປັນສຸກ ແລະ ເປັນໂຊກໄຊ ໃນການເຄື່ອນຍ້າຍ ຄັ້ງນີ້.
ຂະບວນການເຄື່ອນຍ້າຍ ໄດ້ຜ່ານຈຸດຕ້ອນຮັບໃຫຍ່ 6 ຈຸດ, ແຕ່ລະຈຸດມີບັນດາຄະນະການນໍາຂອງແຂວງ, ຂອງເມືອງ ຈາກ 5 ເມືອງພາຍໃນແຂວງ ແລະ ມວນຊົນຢືນ ໃຫ້ການຕ້ອນຮັບຕາມຂອບເສັ້ນທາງ ດ້ວຍການຖວາຍດອກໄມ້ທູບທຽນ, ໝາກເບັງບູຊາຢ່າງຫລວງຫລາຍ.
ສໍາລັບພິທີຢູ່ຫໍຫລັກເມືອງ ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ໄດ້ຂື້ນກ່າວມີຄໍາເຫັນ ສະແດງຄວາມຮູ້ສຶກ ແລະ ຂອບໃຈ ຕໍ່ທຸກພາກສ່ວນທີ່ເຂົ້າຮ່ວມພິທີການ ແລະ ຂະບວນການເຄື່ອນຍ້າຍເສົາຫຼັກ ແຕ່ພູກາງໂຮງ ເມືອງພູວົງ ມາຮອດຫໍຫຼັກເມືອງ ເທດສະບານແຂວງຄັ້ງນີ້ ໄລຍະທາງຍາວກວ່າ 60 ກິໂລແມັດ ໄດ້ມີຄວາມສໍາເລັດ ຢ່າງມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ມີຄວາມປອດໄພ ແລະ ເຕັມໄປດ້ວຍບັນຍາກາດຂະບວນການຄຶກຄື້ນ, ຊຶ່ງສະແດງເຖິງຄວາມເຫຼື້ອມໃສສັດທາ, ຄວາມສາມັກຄີຮັກແພງ ຕໍ່ມູນເຊື້ອອັນດີງາມ ດ້ານວັດທະນະທຳ ຮີດຄອງປະເພນີດີງາມຂອງຊາດ, ຂອງເຜົ່າ ໃນຜືນແຜ່ນດິນຂອງແຂວງອັດຕະປື, ການເຄື່ອນຍ້າຍເສົາຫລັກເມືອງ ມາປະດິດສະຖານໄວ້ຢູ່ທີ່ຫໍຫລັກເມືອງແຫ່ງນີ້ ເປັນສູນລວມການເຕົ້າໂຮມຄວາມສາມັກຄີ ຂອງປວງປະຊາຊົນ ຊາວແຂວງ ອັດຕະປື ທີ່ບົງບອກເຖີງຄວາມເປັນເອກະລັກດ້ານວັດທະນະທໍາ ແລະ ຄວາມຈະເລີນຮຸ່ງເຮືອງ ທາງດ້ານອະຣິຍະທໍາ, ເປັນມິ່ງຂວັນເມືອງຂອງປວງປະຊາ ຊາວແຂວງ ອັດຕະປື ແລະ ຄາດວ່າຈະເຮັດບຸນສົມໂພດ ຂຶ້ນໃນ ເດືອນ ມີນາ ປີ2025 ນີ້້.
ເສົາຫລັກເມືອງນີ້ ເຮັດດ້ວຍຫີນປາໂກໄດ, ເປັນຫີນທີ່ມີເອກະລັກສະເພາະ ທີ່ສວຍງາມ, ມີຫຼາຍສີສັນ ສະລັບຊັບຊ້ອນກັນ, ເຊິ່ງປຽບເໝືອນແຂວງອັດຕະປື ທີ່ມີຫຼາຍຊົນເຜົ່າຢູ່ຮ່ວມກັນ, ເປັນຫີນທີ່ປະເສີດບໍ່ສາມາດປະເມີນມູນຄ່າໃດໆໄດ້, ບົງບອກເຖິງຄວາມອຸດົມສົມບູນ ແລະ ຄວາມຮັ່ງມີ ຊັບໃນດິນ ສິນໃນນໍ້າ ຂອງແຂວງອັດຕະປື, ລັກສະນະຮູບຊົງຂອງເສົາຫລັກເມືອງ, ເບື້ອງລຸ່ມ: ເປັນສີລ່ຽມ ໜ້າ 60 ຊັງຕີແມັດ x 60 ຊັງຕີແມັດ, ລວງສູງ 170 ຊັງຕີແມັດ, ເບື້ອງເທິງ ເປັນຮູບດອກບົວຈູມ, ຫີນທີ່ນໍາມາເຮັດເປັນເສົາຫລັກເມືອງ ແມ່ນ ບໍລີສັດ ພັດທະນາຫີນປະເສີດ ລາວ-ຈີນ ຈໍາກັດ ເປັນຜູ້ປະກອບສ່ວນ.
ການເຄື່ອນຍ້າຍຫີນຄັ້ງນີ້ ມີທັງໝົດ 3 ກ້ອນ, ກ້ອນທີ່ 1 ແມ່ນ ເປັນເສົາຫຼັກເມືອງ, ສ່ວນອີກ 2 ກ້ອນ ເປັນຫີນປາໂກໄດ ທີ່ຍັງບໍ່ທັນແປຮູບ, ຊຶ່ງຈະໄດ້ເອົາໄວ້ຢູ່ບ່ອນທີ່ເໝາະສົມ, ເພື່ອລໍຖ້າຈັດສັນໄວ້ຢູ່ສະຖານທີ່ສຳຄັນຕ່າງໆຂອງແຂວງໃນຕໍ່ໜ້າ, ຈາກນັ້ນ ກໍ່ໄດ້ມີພິທີ ແຜ່ເມດຕາທໍາ, ຢາດນໍ້າ ແລະ ສູດມຸງຄຸນຄາຖາ ໄຊຍັນໂຕ ແລະ ພິທີກໍາທອງຖິ່ນ ການຄອບໄຫວ້ເຈົ້າຖິ່ນຖານພູມລໍາເນົາ ຢູ່ຫໍຫລັກເມືອງ ແລ້ວເຄື່ອນຍ້າຍເສົາຫລັກເມືອງຂື້ນສະຖິດເທີງແຖ່ນຫໍຫລັກເມືອງ ຢ່າງສະຫງ່າງາມ.


















ຂ່າວໂດຍ: ພົມວິຫານ ໄຊຊະນະ ( ສກຂ ອັດຕະປື )
ລົງເວັບໄຊໂດຍ : ໜ່ວຍງານ MIS ( ສູນໄອຊີທີ ອັດຕະປື )