ສູນ Information and Communication Technology. (ICT) ພະແນກສຶກສາທິການ ແລະ ກິລາ ແຂວງ ( ສກຂ ) ອັດຕະປື ໄດ້ຈັດກອງປະຊຸມເຝີກອົບຮົມການນໍາໃຊ້ Microsoft office 365 ໃຫ້ພະນັກງານວິຊາການທີ່ຂື້ນກັບພະແນກສຶກສາທິການ ແລະ ກິລາ ແຂວງ, ເພືຶ່ອສົ່ງເສີມການພັດທະນາຄວາມຮູ້, ຄວາມສາມາດ, ເສີມທັກສະລະບົບການເຮັດວຽກ ຂອງພະນັກງານວິຊາການດ້ານເຕັກໂນໂລຊີໃຫ້ມີຄວາມເຂັ້ມແຂງ, ແນໃສ່ເຮັດໃຫ້ລະບົບການບໍລິຫານ-ຄຸ້ມຄອງຂອງອົງກອນ ໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ ແລະ ມີປະສິດທິພາບຫລາຍຂື້ນ.
ກອງປະຊຸມດັ່ງກ່າວ ໄດ້ຈັດຂື້ນໃນວັນທີ 6-7 ກຸມພາ 2025 ຜ່ານມານີ້ ທີ່ສູນ ໄອຊີທີ ພະແນກສຶກສາທິການ ແລະ ກິລາ ແຂວງ, ໂດຍການເປັນກຽດເຂົ້າຮ່ວມໃນພິທີ ແລະ ກ່າວເປີດ ຂອງທ່ານ ສຸກສະໄຫວ ຄ່ຽມພະຈິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີ ທ່ານ ສຸລິສັກ ແສງຈັນ ຜູ້ອໍານວຍການສູນໄອຊີທິ ພ້ອມຄູເຝີກ ແລະ ສໍາມະນາກອນ 30 ຄົນເຂົ້າຮ່ວມ.
ການຈັດເຝີກອົບຮົມ Microsoft office 365 ຄັ້ງນີ້ ທ່ານສຸລິສັກ ແສງຈັນ ໄດ້ໃຫ້ຮູ້ວ່າ: ເປັນການປະຕິບັດຕາມແຜນວຽກປະຈໍາສົກຮຽນ 2024-2025 ຂອງ ສູນໄອຊິທີ ກໍ່ຄື ປະຕິບັດຕາມທິດຊີ້ນໍາ ຂອງທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ໃນການສ້າງຄວາມເຂັ້ມແຂງ ດ້ານລະບົບ ໄອທີ ໃຫ້ພະນັກງານວິຊາການ ຂອງຂະແໜງການສຶກສາທີ່ຂື້ນກັບພະແນກ, ແນໃສ່ເພື່ອເຮັດໃຫ້ລະບົບການບໍລິຫານ-ຄຸ້ມຄອງວຽກງານຂອງອົງກອນ ໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ ແລະ ຮັບປະກັນໃຫ້ມີປະສິດທິພາບຫລາຍຂື້ນກວ່າເກົ່າ.
ເຂົ້າຮ່ວມເຝີກອົບຮົມມີພະນັກງານວິຊາການ ຈໍານວນ 30 ຄົນ, ຍິງ 6 ຄົນ ຈາກ 10 ຂະແໜງ ແລະ 3 ສູນ, ສໍາມະນາກອນທີ່ເຂົ້າຮ່ວມ ຈະໄດ້ຮັບການເຝີກອົບຮົມ ການລົງຊື່ການເຂົ້າໃຊ້ງານ One Drive 365; ການໃຊ້ງານ One Drive; ການສ້າງ Folder ໃນ One Drive; ການອັບໂດດເອກະສານລົງໃນ One Drive, ການແຊຣ໌ ເອະສານລົງໃນ One Drive; ການດາວໂດດເອກະສານໃນ One Drive ແລະ ການສ້າງ ແບບຟອມລົງທະບຽບໃນ Microsoft form ຈາກຄູ່ເຝີກຂອງສູນໄອຊິທີ ໄລຍະ 2 ວັນ.












