ສກຂ ອັດຕະປື ຮັບຮອງຜົນການປະເມີນງານກ່ອນການແຕ່ງຕັ້ງ ດໍາລົງຕໍາແໜ່ງ ບໍລິຫານປະເພດ 4-5-6.

 
ພະແນກສຶກສາທິການ ແລະ ກິລາ ແຂວງ ( ສກຂ) ອັດຕະປື ຮັບຮອງຜົນການປະເມີນງານ ການຈັດຕັ້ງປະຕິບັດວຽກງານພະນັກງານບໍລິຫານ ກ່ອນການແຕ່ງຕັ້ງ ດຳລົງຕຳແໜ່ງບໍລິຫານປະເພດ 4, ປະເພດ 5 ແລະ ປະເພດ 6, ຈໍານວນ 6 ທ່ານ, ຍິງ 2 ທ່ານ ຢ່າງເປັນທາງການ, ຫລັງສໍາເລັດກອງປະຊຸມ ການປະເມີນສະເພາະ ໂດຍປະຕິບັດຕາມດໍາລັດຂອງລັດຖະບານ ເລກທີ 300/ລບ; ລົງວັນທີ 13 ກັນຍາ 2017 ວ່າດ້ວຍ: ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ແລະ ຄໍາແນະນໍາ ຂອງກະຊວງພາຍໃນ ສະບັບເລກທີ 06/ພນ; ລົງວັນທີ 02 ພຶດສະພາ 2018, ກ່ຽວກັບການຈັດຕັ້ງປະຕິບັດ ດໍາລັດວ່າດ້ວຍ: ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ, ກອງປະຊຸມດັ່ງກ່າວ ໄດ້ຈັດຂື້ນ ໃນຄັ້ງວັນທີ 4 ກໍລະກົດ 2025 ຜ່ານມານີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນເສີດ ເສດທິລາດ, ຄະນະປະຈຳພັກແຂວງ, ຮອງ ເຈົ້າແຂວງ ອັດຕະປື, ມີຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ, ພະແນກພາຍໃນແຂວງ, ຄະນະພັກ, ຄະນະພະແນກ, ຄະນະອໍານວຍການໂຮງຮຽນ, ຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມລວມທັງໝົດມີຈຳນວນ 34 ທ່ານ, ຍິງ 13 ທ່ານ.
ຜູ້ທີ່ຖືກປະເມີນ ເພື່ອດໍາລົງຕໍາແໜ່ງບໍລິຫານ ປະເພດ 4, ປະເພດ 5 ແລະ ປະເພດ 6, ມີຈໍານວນ 6 ທ່ານ,ຍິງ 2 ທ່ານ, ໃນນັ້ນຕໍາແໜ່ງບໍລິຫານປະເພດ 4, ຜູ້ອໍານວຍການໂຮງຮຽນມັດທະຍົມສຶກສາສົມບູນ ( ມ.ສ) 2 ທ່ານ ຄື, ມີ ທ່ານ ໄມແສງ ດວງສີ ໂຮງຮຽນ ມ.ສ ຊົນເຜົ່າ ແລະ ທ່ານ ບຸນຄັ້ງ ສຸລີນພັນ ໂຮງຮຽນ ມ.ສ ໂພນໄຊ; ຕໍາແໜ່ງບໍລິຫານປະເພດ 5, ຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ ແລະ ຫົວໜ້າ ສູນສຶກສານິເທດ, ມີ ທ່ານ ແກ້ວອຸດົມ ໄຊເສດຖາ ຂະແໜງຈັດຕັ້ງ ແລະ ທ່ານ ນາງ ກົງລຽນ ຄໍາພັນ ສູນສຶກສານິເທດ; ຕໍາແໜ່ງບໍລິຫານປະເພດ 6, ຮອງຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ ແລະ ຮອງຫົວໜ້າຂະແໜງກວດກາ, ປະເມີນຜົນ ແລະ ປະກັນຄຸນນະພາບ ມີ ທ່ານ ສຸດທະສັງຂານ ພຸດທະວົງ,ຂະແໜງຈັດຕັ້ງ-ພະນັກງານ ແລະ ທ່ານ ກຽງໄກ ອູ້ມວົງ ຂະແໜງ ກວດກາ, ປະເມີນຜົນ ແລະ ປະກັນຄຸນນະພາບ.
ຜ່ານການສັງລວມຄະແນນປະເມີນຜົນຕົວຈິງຂອງທັງ 06 ທ່ານ ແມ່ນຜ່ານການປະເມີນ ໃນລະດັບດີ ທັງ 6 ທ່ານ.
ສ່ວນການປະກາດແຕ່ງຕັ້ງ ການດໍາລົງຕໍາແໜ່ງ ແຕ່ລະປະເພດ ຂອງຜູ້ທີ່ຜ່ານການປະເມີນ ຢ່າງເປັນທາງການນັ້ນ ແມ່ນຈະມີຂື້ນໃນມໍ່ໆ ນີ້ ໂດຍປະຕິບັດຕາມລະບຽບຫລັກການທຸກຂັ້ນຕອນ.
O2 n
O6 n
O4 n
O3 n
O5 n
 
ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026