ວັນທີ 1 ກັນຍາ 2025 ແຂວງອັດຕະປື ໄດ້ຈັດພິທີໄຂສົກຮຽນໃໝ່ ປະຈຳສົກຮຽນ 2025-2026 ທີ່ຫໍປະຊຸມໃຫຍ່ຂອງແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື, ມີຄະນະຜູ້ບໍລິຫານການສຶກສາຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ໃນພິທີ, ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານວ່າ: ໃນສົກຮຽນ 2024-2025 ຜ່ານມາ ຄະນະສຶກສາຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນໂຮງຮຽນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳ ໃນການໄຂ ແລະ ດຳເນີນການຮຽນການສອນເປັນຕົ້ນມາ ບັນດາໂຮງຮຽນທັງສາຍສາມັນ ແລະ ວິຊາຊີບ ໄດ້ຈັດຕັ້ງປະຕິບັດການຮຽນ-ການສອນ ຕາມພາລະໜ້າທີ່ ທີ່ພັກ ແລະ ລັດມອບໝາຍໃຫ້ ຈົນສາມາດຍາດໄດ້ຜົນສຳເລັດທີ່ພົ້ນເດັ່ນ ເປັນຕົ້ນ ການສອບເສັງຈົບຊັ້ນ ປ5 ນັກຮຽນມີໜ້າສອບເສັງຕົວຈິງ 2.847 ຄົນ, ຍິງ 1.418 ຄົນ, ສອບເສັງໄດ້ທັງໝົດ 2.820 ຄົນ, ຍິງ 1.408 ຄົນ, ເສັງຕົກ 27 ຄົນ, ຍິງ 10 ຄົນ, ການສອບເສັງຈົບຊັ້ນ ມ4 ນັກຮຽນມີໜ້າສອບເສັງຕົວຈິງ 1.334 ຄົນ, ຍິງ 690 ຄົນ, ສອບເສັງໄດ້ 1.328 ຄົນ, ຍິງ 690 ຄົນ, ເສັງຕົກ 6 ຄົນ, ການສອບເສັງຈົບຊັ້ນ ມ7 ນັກຮຽນມີໜ້າສອບເສັງຕົວຈິງ 880 ຄົນ, ຍິງ 428 ຄົນ, ສອບເສັງໄດ້ 100%. ນອກນັ້ນ, ຍັງມີນັກຮຽນສອບເສັງໄດ້ຄະແນນສະເລ່ຍ 9 ຂຶ້ນໄປທຸກວິຊາ ຈໍານວນ 5 ຄົນ. ໃນນັ້ນ, ມີນັກຮຽນ 2 ຄົນ ທີ່ໄດ້ຮັບປະກາສະນິຍະບັດແດງ.
ໃນພິທີຍັງໄດ້ຜ່ານຂໍ້ຕົກລົງ ຂອງເຈົ້າແຂວງ ວ່າດ້ວຍການຍ້ອງຍໍ ສັນລະເສີນໃຫ້ນັກຮຽນເກັ່ງ ໄດ້ຮັບໃບປະກາດສະນິຍະບັດແດງ, ເຊິ່ງເຈົ້າແຂວງ ຕົກລົງ ເຫັນດີມອບໃບຍ້ອງຍໍໃຫ້ແກ່ນັກຮຽນເກັ່ງທີ່ໄດ້ຮັບໃບປະກາດສະນີຍະບັດແດງ ແລະ ໄດ້ຮັບອັນດັບ ທີ 1 ໃນການສອບເສັງຈົບຊັ້ນ ມ.7 ທົ່ວແຂວງອັດຕະປື ສົກຮຽນ 2024-2025 ຈໍານວນ 2 ຄົນ ຄື: ນາງ ທັດຈິນດາ ສີສະແຫວງສຸກ ໂຮງຮຽນ ມສ ຈັນທາ ຄະແນນລວມ 47,97 ຄະແນນ ແລະ ທ້າວ ວົງພະຈັນ ຈັນທະວີໄຊ ໂຮງຮຽນ ມສ ພະເມືອງ ຄະແນນລວມ 47,18 ຄະແນນ.
ໂອກາດນີ້, ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ໄດ້ມີຄຳເຫັນຊີ້ນຳວ່າ: ເພື່ອກຽມຄວາມພ້ອມ ໃຫ້ແກ່ການຮຽນການສອນ ໃນສົກຮຽນ 2025-2026 ດໍາເນີນໄປຢ່າງມີປະສິດທິຜົນ ແລະຮັບປະກັນ ຄຸນນະພາບການຮຽນການສອນ, ສາມາດແກ້ໄຂບັນຫາຄົງຄ້າງ ໃນສົກຮຽນທີ່ຜ່ານມາ ຂໍຮຽກຮ້ອງມາຍັງຜູ້ຮັບຜິດຊອບ ວຽກງານສຶກສາທິການ ແລະ ກິລາ ພາຍໃນແຂວງອັດຕະປື ໃຫ້ພ້ອມກັນເອົາໃຈໃສ່ຕິດຕາມຊຸກຍູ້ບັນດາສະຖານການສຶກສາຢ່າງໃກ້ສິດ ໃຫ້ໄດ້ເຄື່ອນໄຫວວຽກງານເປັນປົກກະຕິ ຕາມ 5 ຫຼັກມູນຂອງການສຶກສາ ໃນໄລຍະໃໝ່ ເປັນຕົ້ນ ສ້າງຂະບວນການກິລາ-ກາຍະກຳ, ສິລະປະ, ວັນນະຄະດີ ແລະປັບປຸງສະພາບແວດລ້ອມໂຮງຮຽນ ເພື່ອດຶງດູດໃຫ້ນັກຮຽນ-ນັກສຶກສາ ມີຄວາມສົນໃຈໃນການຮໍ່າຮຽນ ແລະເຂົ້າຮຽນຫຼາຍຂຶ້ນ, ປະຕິບັດຫຼັກສູດການຮຽນການສອນ, ຮໍ່າຮຽນເອົາເຕັກນິກອັນໃໝ່ມາໝູນໃຊ້ເຂົ້າໃນການກະກຽມບົດສອນ, ຈັດຮູບແບບການຮຽນການສອນໃຫ້ມີຄວາມຫຼາກຫຼາຍ ເພື່ອດຶງດູດໃຫ້ນັກຮຽນ-ນັກສຶກສາ ມີຄວາມສົນໃຈ, ມີຄວາມຕັ້ງໃຈ ໃນການຮຽນຮໍ່າຮຽນ, ພໍ່ແມ່ຜູ້ປົກຄອງຂອງນັກຮຽນ-ນັກສຶກສາ ຈົ່ງພ້ອມກັນສຶກສາອົບຮົມ ແລະປຸກລະດົມຂົນຂວາຍລູກຫຼານ ຂອງຕົນທີ່ຢູ່ໃນເກນອາຍຸ ແລະຮຽນໃຫ້ຈົບຕາມຫຼັກສູດທີ່ວາງອອກ. ໃຫ້ພ້ອມກັນສູ້ຊົນປະຕິບັດບັນດາຄາດໝາຍຂອງຂະແໜງການສຶກສາ ໂດຍສະເພາະຄາດໝາຍທີ່ຍັງບໍ່ທັນບັນລຸ, ຕັ້ງໜ້າແກ້ໄຂບັນຫາການປະລະການຮຽນ, ການຄາດແຄນຄູສອນ ແລະຂໍ້ຄົງຄ້າງອື່ນໆ ໃຫ້ດີຂຶ້ນເປັນກ້າວໆ ເພື່ອແນໃສ່ປັບປຸງການສຶກສາໃຫ້ມີຄຸນນະພາບຂຶ້ນເປັນກ້າວໆ.





