ສກຂ ອັດຕະປື ຄົ້ນຄວ້າ ແລະ ຮັບຮອງຕົວເລກຄາດໝາຍ 5 ປີ ຄັ້ງທີ X (2026-2030)

 

 

ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື ຫຼື ສກຂ ອັດຕະປື ໄດ້ຈັດກອງປະຊຸມຄົ້ນຄວ້າ ແລະ ຮັບຮອງຕົວເລກຄາດໝາຍ 5 ປີ ຄັ້ງທີ Xປີ 2026-2030 ເພື່ອປຶກສາຫາລື ແລະ ຮັບຮອງຕົວເລກຄາດໝາຍສູ້ຊົນຂອງຂະແໜງການສຶກສາ, ແນໃສ່ການກໍານົດຕົວເລກຄາດໝາຍທີ່ຈະຮັບຮອງນັ້ນ ໃຫ້ສອດຄ່ອງກັບທ່າແຮງບົ່ມຊ້ອນ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນດາຕົວເລກຄາດໝາຍສູ້ຊົນ ສາມາດບັນລຸໄດ້ຕາມກໍານົດຄາດໝາຍ.
ກອງປະຊຸມໄດ້ຈັດຂື້້ນໃນຕອນເຊົ້າຂອງວັນທີ 9 ກັນຍາ 2025 ນີ້ ທີ່ຫ້ອງປະຊຸມໃຫຍ່ຂອງພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍພາຍໃຕ້ການເປັນທານຂອງທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ມີຄະນະຜູ້ບໍລິຫານການສຶກສາຂັ້ນແຂວງ, ຂັ້ນເມືອງ,ຂັ້ນໂຮງຮຽນ ເຕັກນິກວິຊາຊີບ,ໂຮງຮຽນ ມ.ສ ທົ່ວແຂວງ ,ຫົວໜ້າຂະແໜງ 10 ຂະແໜງ, 3 ສູນການສຶກສາ, ຫົວໜ້າຫ້ອງການກຳມາທິ ການສຶກສາສົງ, ພ້ອມວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ມີການນໍາສະເໜີ ຮ່າງ 12 (ຕົວຊີ້ບອກ) ຄາດໝາຍ ທີ່ຈະສູ້ຊົນໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຄັ້ງທີ X(2026-2030); ຮ່າງບົດວິໄຈ ແຜນຄວາມຕ້ອງການຄູ (2026-2030); ຮ່າງແຜນກໍ່ສ້າງຊັບພະຍາກອນມະນຸດ (2026-2030) ແລະ ຮ່າງລາຍຊື່ ກໍ່ສ້າງຄູປະສົບການ (2026-2030) ຈາກຄະນະຮັບຜິດຊອບກອງປະຊຸມ.
ໃນກອງປະຊຸມ ປະທານໄດ້ໂອ້ລົມ, ມີຄໍາເຫັນ ແລະ ມີຄໍາຖາມເຈາະຈີ້ມ ກ່ຽວກັບບົດລາຍງານ 4 ເນື້ອໃນ ຈຸດປະສົງຂອງກອງປະຊຸມ, ພ້ອມນີ້ ຜູ້ແທນກອງປະຊຸມ ໄດ້ປະກອບຄໍາເຫັນຕໍ່ເນື້ອໃນເອກະສານດັ່ງກ່າວ ເພື່ອຄົ້ນຄ້ວາຮັບຮອງ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ເປັນຮູບພະທໍາ.
ໂດຍ: ອຸໄລວັນ ດວງບຸບຜາ
R12 n
RR3 n
RR4 n
RR5 n
RR6 n
ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026