ສກຂ ອັດຕະປື - ມະຫາວິທະຍາໄລສ້າງຄູ ດາໜັງ ສສ ຫວຽດນາມ ສຶບຕໍ່ຮ່ວມມື ການກໍ່ສ້າງຊັບພະຍາກອນມະນຸດ ໃນສົກຮຽນ 2025-2026

 

ພະແນກສຶກສາທິການ ແລະ ກິລາແຂວງ ( ສກຂ ) ອັດຕະປື - ມະຫາວິທະຍາໄລສ້າງຄູ ດາໜັງ ສສ ຫວຽດນາມ ໄດ້ຈັດພິທີພົບປະ, ແລກປ່ຽນ ຖອດຖອນບົດຮຽນ ດ້ານການຮ່ວມມື ກໍ່ສ້າງຊັບພະຍາກອນມະນຸດ ຂອງ ມະຫາວິທະຍາໄລສ້າງຄູ ດານັງ ສສ ຫວຽດນາມ ໃຫ້ກັບແຂວງ ອັດຕະປື ໃນໄລຍະຜ່ານມາ, ພ້ອມຫາລືສືບຕໍ່ຮ່ວມມື ການກໍ່ສ້າງຊັບພະຍາກອນມະນຸດ ໃຫ້ກັບແຂວງ ອັດຕະປື ໃນສົກຮຽນ 2025-2026 ໃຫ້ມິປະສິດທິພາບໃນການຈັດຕັ້ງປະຕິບັດ, ແນໃສ່ ໃຫ້ໄດ້ຮັບປະສິດທິຜົນສູງຂື້ນຫລາຍກວ່າທີ່ຜ່ານມາ.
ພິທີ ໄດ້ມີຂື້ນ ໃນຕອນເຊົ້າຂອງ ມີ 23 ມິຖຸນາ 2025 ທີ່ຫ້ອງປະຊຸມນ້ອຍ ຂອງພະແນກສຶກສາທິການ ແລະ ກິລາແຂວງ ອັດຕະປື, ໂດຍແມ່ນ ທ່ານ ຮສຈ.ປອ. ຫງຽນ ວັນ ຫຽວ ຮອງອະທິການບໍດີມະຫາວິທະຍາໄລສ້າງຄູດານັງ
ພ້ອມຄະນະ ໄດ້ໃຫ້ກຽດ ເຄື່ອນໄຫວມາພົບປະ, ຢ້ຽມຢາມ ແລະ ເຮັດວຽກ ຢູ່ພະແນກສຶກສາທິການ ແຂວງ ອັດຕະປື ແລະ ໂດຍການໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ຂອງ ທ່ານ ອຸດົມສິນ ສີຊານົນ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການແລະ ກິລາ ແຂວງ.
ZZZZZZZ n
Z n
ZZZ6 n
Z012 n
ZZZ2 n

 

ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026