ພະແນກສຶກສາທິການ ແລະ ກິລາ ແຂວງ ( ສກຂ) ອັດຕະປື ຕົກລົງອະນຸມັດການສ້າງຕັ້ງກຸ່ມໂຮງຮຽນ ມັດທະຍົມສຶກສາ (ມ.ສ) ເມືອງ ສາມັກຄີໄຊ, ພ້ອມປະກາດການສ້າງຕັ້ງຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 07 ມັງກອນ 2025 ນີ້, ໂດຍພາຍໃຕ້ການເປັນປະທານຂອງທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີ ທ່ານ ກໍລະກັນ ສົມພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຜູ້ອໍານວຍການໂຮງຮຽນ ມ.ສ ຈັນທາ, ໂຮງຮຽນ ມ.ສ ສົງວັດຫລວງ ແລະ ໂຮງຮຽນສາມັນ ກິນນອນຊົນເຜົ່າ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ແກ້ວອຸດົມ ໄຊເສດຖາ ຮອງຫົວໜ້າຂະແໜງຈັດຕັ້ງ-ພະນັກງານ ພະແນກສຶກສາທິການ ແລະ ກິລາ ແຂວງ ໄດ້ຜ່ານ ຂໍ້ຕົກລົງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ສະບັບເລກທີ 359/ສກຂ; ລົງວັນທີ 25 ທັນວາ 2024, ວ່າດ້ວຍການອະນຸມັດການສ້າງຕັ້ງກຸ່ມໂຮງຮຽນມັດທະຍົມສຶກສາ ເມືອງ ສາມັກຄີໄຊ. ໂດຍໃນກຸ່ມປະກອບມີ ໂຮງຮຽນ ມ.ສ ຈັນທາ, ຜູ້ອໍານວຍການໂຮງຮຽນ ມ.ສ ຈັນທາ ເປັນປະທານ; ໂຮງຮຽນ ມ.ສ ສາມັນກິນນອນຊົນເຜົ່າ ເປັນຮອງປະທານ ແລະ ໂຮງຮຽນ ມ.ສ ສົງວັດຫລວງ ເປັນຄະນະກຸ່ມ.
ຈຸດປະສົງໃນການສ້າງຕັ້ງກຸ່ມ ແມ່ນເພື່ອພັດທະນາການຮຽນການສອນ ໃຫ້ບັນລຸຕາມແຜນພັດທະນາການສຶກສາ ແລະ ກິລາ ຢ່າງມີຄຸນນະພາບ, ປະສິດທິພາບ ແລະ ປະສິດທິຜົນ, ໂດຍເລັງໃສ່ການພັດທະນາ ແລະ ປັບປຸງ 9 ດ້ານ ຄື: ດ້ານວິຊາການ, ດ້ານຜູ້ຮຽນ, ດ້ານຄູສອນ, ດ້ານການຜະລິດ ແລະ ນໍາໃຊ້ສື່-ອຸປະກອນການຮຽນ ການສອນ, ດ້ານນະວັດຕະກໍາ,ດ້ານການບໍລິຫານຄຸ້ມຄອງໂຮງຮຽນ, ດ້ານສະພາບແວດລ້ອມຂອງໂຮງຮຽນ, ດ້ານການມີສ່ວນຮ່ວມຂອງຊຸມຊົນ ແລະ ດ້ານການວັດ ແລະ ປະເມີນຜົນ.
ໃນຂໍ້ຕົກລົງ ໄດ້ມີການກໍານົດ ຊື່ກຸ່ມ, ສາຂາກຸ່ມ, ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງກຸ່ມ ຢ່າງຈະແຈ້ງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.