ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງສາມັກຄີໄຊ ແຂວງອັດຕະປື ຄັ້ງທີ VII

 

 ຕາມມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງສາມັກຄີໄຊ ແຂວງອັດຕະປື ຄັ້ງທີ VII ທີ່ໄດ້ໄຂຂຶ້ນແລະ ດໍາເນີນເປັນເວລາ 2 ວັນ ນັບແຕ່ວັນທີ່ 21 ຫາ 22 ມັງກອນ 2025ນີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍພາຍໃຕ້ການເປັນປະທານ ຂອງສະຫານ ເພັດມີໄຊ ຄໍາພັກດີ ຄະນະປະຈໍາພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງສາມັກຄີໄຊ, ເປັນກຽເຂົ້າຮ່ວມຂອງ ສະຫາຍ ພົທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື, ມີສະຫາຍ ທອງຈັນ ໂຂງພູມຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ຮອງເລຂາຄະນະພັກແຂວງ, ພ້ອມດ້ວຍ ແຂກທີ່ຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມທັງໝົດ 117 ສະຫາຍ, ຍິງ 22 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກ ຈຳນວນ 1,930 ສະຫາຍ ໃນທົ່ວເມືອງ.

68
ກອງປະຊຸມ ໄດ້ດໍາເນີນພາຍໃຕ້ຄໍາຂວັນທີ່ວ່າ ‘‘ ຍົກສູງບົດບາດການນໍາພາ-ຊີ້ນໍາຂອງພັກ ໃຫ້ມີຄວາມປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງຮອບດ້ານ, ສ້າງເມືອງສາມັກຄີໄຊ ກາຍເປັນເມືອງສະເໜ່, ສີຂຽວ, ສະອາດງາມຕາ, ສາມັກຄີປອງດອງ, ມັ່ງຄັ້ງເຂັ້ມແຂງ, ປະຊາຊົນຢູ່ດີກິນດີ , ສັງຄົມມີຄວາມສະຫງົບ, ສີວິໄລ ແລະ ຍຸຕິທໍາ’

70

ການເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນທີ່ວາງໄວ້ໃຫ້ສຳເລັດຜົນ ແລະ ຜູ້ແທນສົມບູນ ຕາງໜ້າອົງຄະນະພັກເມືອງ ໄປຮ່ວມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII; ໂດຍມີຜູ້ອອກສະໝັກເລືອກຕັ້ງ 32 ສະຫາຍ, ຍິງ 8 ສະຫາຍ,
ໃນນັ້ນ ເລືອກໄດ້ 27 ສະຫາຍ, ຍິງ 7 ສະຫາຍ ຄື:

71
1. ສະຫາຍ ຄຳໝັ້ນ ສີສະໝຸດ; 2. ສະຫາຍ ນ ພຸດມະໄລພອນ ແກ້ວສວົງສາ; 3. ສະຫາຍ ສຸດໃຈ ມາໄຊຍະວົງ; 4. ສະຫາຍ ຄູນສະຫວັນ ເວັນມະສອນ; 5. ສະຫາຍ ຫັດອານົງ ຂາວມີໄຊ; 6. ສະຫາຍ ລຸນນີສັນ ທອງທິບ; 7. ສະຫາຍ ນ. ແພງສອນ ເທບສົມບັນດິດ; 8. ສະຫາຍ ລັດສະໝີ ບຸດຕະວົງ; 9. ສະຫາຍ ດຣ ປະໂລມ ເຮືອງສັກ; 10. ສະຫາຍ ສັກປະເສີດ ໄຊຍັນທອນ; 11. ສະຫາຍ ນ.ກົງໃຈ ສິດທິປັນຍາ; 12. ສະຫາຍ ນ. ລັດສະໄໝ ຄຳພິລາວົງ; 13. ສະຫາຍ ພູວົງ ດວງພູໄຊ; 14. ສະຫາຍ ຊາດວັນໄຊ ກິດຕິຍະລາດ; 15. ສະຫາຍ ສີສະຫວາດ ບາງພະຈັນ 16. ສະຫາຍ ປອ ວົງລະຄອນ ປະທຸມມະແສງ; 17. ສະຫາຍ ພັທ ອິນຖາ ອ່ອນຄໍາມະນີ; 18. ສະຫາຍ ນ. ສຸລິກົງ ສີຊານົນ; 19. ສະຫາຍ ນ. ທອງວັນ ວໍລະສານ; 20. ສະຫາຍ ນ. ຕ້ອມບຸບຜາ ພິມມະສອນ;21. ສະຫາຍ ວຽງເພັດ ທຳມະນຸວົງ; 22. ສະຫາຍ ນິຄົມ ພົມມະຈັນ; 23. ສະຫາຍ ສີທັດ ມຽງລາວັນ; 24. ສະຫາຍ ເພັດປະເສີດ ໄຊຍະມະນີ; 25. ສະຫາຍ ຈິດຕະກອນ ກອງບົວຄຳ; 26. ສະຫາຍ ບຸນທັນ ແກ້ວຫາວົງ; 27. ສະຫາຍ ບຸນນາ ຄູນມີໄຊ.
ການປະຊຸມຄັ້ງປະຖົມມະລຶກ ໄດ້ປ່ອນບັດເລືອກຕັ້ງເອົາຄະນະປະຈໍາພັກເມືອງ, 9 ສະຫາຍ, ຍິງ 2 ສະຫາຍ ຄື: 1. ສະຫາຍ ຄຳໝັ້ນ ສີສະໝຸດ; 2. ສະຫາຍ ນ ພຸດມະໄລພອນ ແກ້ວສວົງສາ; 3. ສະຫາຍ ຄູນສະຫວັນ ເວັນມະສອນ; 4. ສະຫາຍ ລຸນນີສັນ ທອງທິບ; 5. ສະຫາຍ ດຣ ປະໂລມ ເຮືອງສັກ; 6. ສະຫາຍ ລັດສະໝີ ບຸດຕະວົງ; . 7 ສະຫາຍ ປອ ວົງລະຄອນ ປະທຸມມະແສງ; 8. ສະຫາຍ ນ. ສຸລິກົງ ສີຊານົນ;9. ສະຫາຍ ພັທ ອິນຖາ ອ່ອນຄໍາມະນີ.
ກອງປະຊຸມໄດ້ເຫັນດີເປັນເອກະພາບລົງປະຊາມະຕິ ເລືອກເອົາ ສະຫາຍ ຄໍາໝັ້ນ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ນາງ ພຸດມະໄລພອນ ແກ້ວວົງສາ ແລະ ສະຫາຍ ຄູນ ສະຫວັນ ເວັນມະສອນ ເປັນຮອງເລຂາຄະບໍລະຫານງານພັກເມືອງ.
ກອງປະຊຸຸມໄດ້ປ່່ອນບັດເລືອກຕັ້ງ ເອົາສະຫາຍ ລຸນນີສັນ ທອງທິບ ເປັນປະທານຄະນະກວດກາເມືອງ , ສະຫາຍ ຈິດຕະກອນ ກອງບົວຄໍາ ແລະ ສະຫາຍ ນາງ ວົງພະຈັນ ໄຊສົງຄາມ ເປັນຮອງປະທານຄະນະກວດກາເມືອງ.

72
73
75
76
77
79
78
74

ຂ່າວໂດຍ: ພົມວິຫານ ໄຊຊະນະ ( ສກຂ ອັດຕະປື )
ລົງເວັບໄຊໂດຍ : ໜ່ວຍງານ MIS ( ສູນໄອຊີທີ ອັດຕະປື )
ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2025