ສຳລັບການຈັດງານບຸນລະນຶກບຸນຄຸນພຣະເຈົ້າໄຊຍະເຊດຖາທິຣາດ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຂອງແຂວງອັດຕະປືວັນທີ 6 ທັນວາ 2024 ທີ່ຫໍປະຊຸມໃຫຍ່ຂອງແຂວງ
ຮຽນ: - ບັນດາທ່ານການນໍາພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ.
- ພະນັກງານ, ທະຫານ, ຕໍາຫຼວດ, ພໍ່-ແມ່ ພີ່ນ້ອງປະຊາຊົນບັນດາເຜົາຊາວແຂວງອັດຕະປື ທີ່ນັບຖື.
ຂ້າພະເຈົ້າ ຮູ້ສືກເປັນກຽດ ເເລະ ພາກພູມໃຈຢ່າງຍິ່ງທີ່ໄດ້ຕາງໜ້າໃຫ້ຄະນະຊີ້ນໍາ ກໍຄືບັນດາອະນຸກຳມະການຮັບຜິດຊອບຈັດງານບຸນລະນຶກບຸນຄຸນພຣະເຈົ້າໄຊຍະເຊດຖາທິຣາດ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຂອງແຂວງອັດຕະປື ມາຖະເເຫຼງຂ່າວ ໃຫ້ສັງຄົມໄດ້ຮັບຊາບກ່ຽວກັບ ການກະກຽມຄວາມພ້ອມໃນການຈັດງານດັ່ງກ່າວ. ຂໍສະເເດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ເເລະ ຂອບໃຈເປັນຢ່າງສູງມາຍັງບັນດາທ່ານເເຂກທີ່ມີກຽດ, ບັນດາສື່ ແລະ ພາກສ່ວນຕ່າງໆ ທີ່ໃຫ້ກຽດມາຮ່ວມງານຖະແຫຼງຂ່າວໃນຄັ້ງນີ້ ເຊິ່ງເປັນງານທີ່ມີຄວາມ ໝາຍ ແລະ ສຳຄັນຢ່າງຍິ່ງໃນການສົ່ງເສີມກິດຈະກຳການທ່ອງທ່ຽວຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະກໍຄືແຂວງອັດຕະປືຂອງພວກເຮົາ.


ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າ ການທ່ອງທ່ຽວແມ່ນອຸດສາຫະກຳທີ່ປອດຄວັນ ຊຶ່ງມີການເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ, ຕໍ່ເນື່ອງ ແລະ ໄດ້ກາຍເປັນຂະແໜງການຕົ້ນຕໍ ທີ່ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດໃຫ້ມີຄວາມເຂັ້ມແຂງຂອງຫຼາຍໆປະເທດໃນໂລກ ລວມທັງ ສປປ ລາວ. ລັດຖະບານແຫ່ງ ສປປ ລາວ ໄດ້ຖືເອົາວຽກງານທ່ອງທ່ຽວເປັນເສດຖະກິດປາຍແຫຼມຂະແໜງການໜຶ່ງ ທີ່ກະຕຸ້ນບັນດາຂະແໜງການທີ່ເປັນຕ່ອງໂສ້ໃຫ້ມີການພັດທະນາໄປພ້ອມໆກັນ ດ້ວຍການສ້າງອາຊີບ ແລະ ລາຍຮັບທີ່ກວ້າງຂວາງ ຊຶ່ງນຳເອົາເງິນຕາຕ່າງປະເທດມາສູ່ປະເທດຊາດລາວເຮົາເປັນຈຳນວນຫຼາຍພໍສົມຄວນ, ຊ່ວຍປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ມີຄວາມເຂັ້ມແຂງ, ຊ່ວຍຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຕາມນະໂຍບາຍຂອງພັກ ແລະ ລັດຖະບານທີ່ໄດ້ວາງອອກເທື່ອລະກ້າວ.
ບັນດາທ່ານເເຂກທີ່ມີກຽດ ທ່ານຍິງ, ທ່ານຊາຍ ທີ່ນັບຖື ແລະ ຮັກແພງ
ໃນໄລຍະຜ່ານມາ ສປປ ລາວ ກໍ່ຄືແຂວງອັດຕະປືໄດ້ເຄີຍຈັດງານເປີດປີທ່ອງທ່ຽວລາວ ມາແລ້ວ 3 ຄັ້ງ ຄື: ຄັ້ງທີ 1 ປີ 1999-2000, ຄັ້ງທີ 2 ປີ 2012, ຄັ້ງທີ 3 ປີ 2018 ແລະ ປີ 2024 ເປັນຄັ້ງທີ 4 ພາຍໃຕ້ຄໍາຂວັນ: “ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ເເລະ ປະຫວັດສາດ” ເເລະ ໄດ້ກໍານົດເອົາຮູບຊ້າງຖືແຄນ ເປັນສັນຍາລັກນຳໂຊກ ໃຫ້ເເກ່ການທ່ອງທ່ຽວລາວ 2024 ຊຶ່ງປະກອບມີ 79 ກິດຈະກໍາ, ໃນນີ້ແມ່ນ 14 ກິດຈະກໍາ ລະດັບຊາດ ແລະ 65 ກິດຈະກໍາ ລະດັບທ້ອງຖິ່ນ.
ການຈັດງານບຸນລະນຶກບຸນຄຸນພຣະເຈົ້າໄຊຍະເຊດຖາທິຣາດ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຂອງແຂວງອັດຕະປື ໃນຄັ້ງນີ້, ພະແນກຖະເເຫຼງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວແຂວງ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ແລະ ຫ້ອງການ ຖວທ 5 ຕົວເມືອງໃນທົ່ວແຂວງ ໄດ້ເປັນເອກະພາບກັນກຳນົດເອົາບັນດາກິດຈະກຳທ່ອງທ່ຽວ ປະກອບມີ 7 ກິດຈະກຳ, ໃນນີ້ມີ 2 ກິດຈະກໍາເປັນກິດຈະກຳລະດັບແຂວງ ເເລະ 5 ກິດຈະກຳເປັນກິດຈະກຳລະດັບເມືອງ ໂດຍໄດ້ສົມທົບກັບບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ, ໂຮງເເຮມ, ເເຫຼ່ງທ່ອງທ່ຽວ, ຮ້ານອາຫານ, ບໍລິສັດຂົນສົ່ງໂດຍສານ ເເລະ ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງປັບປຸງຍົກລະດັບຄຸນນະພາບການບໍລິການ ເພື່ອກຽມຄວາມພ້ອມໃນດ້ານຕ່າງໆ ໂດຍສະເພາະການບໍລິການຕ້ອນຮັບນັກທ່ອງທ່ຽວທີ່ເຂົ້າຢ້ຽມຢາມ ແລະ ທ່ອງທ່ຽວແຂວງອັດຕະປືຂອງພວກເຮົາ.
ໃນປີ 2024 ຄາດຄະເນວ່າຈະມີ ນັກທ່ອງທ່ຽວຈະເດີນທາງເຂົ້າມາຢ້ຽມຢາມ ແລະ ທ່ອງທ່ຽວຢູ່ແຂວງອັດຕະປືປະມານ 160,00 ເທື່ອຄົນ ແລະ ຄາດຄະເນຮັບຈາກການທ່ອງທ່ຽວຫຼາຍກ່ວາ 70 ກວ່າຕື້ກີບ. ເພື່ອເຮັັດໃຫ້ການຈັດຕັ້ງປະຕິບັດເເຜນກິດຈະກຳປີທ່ອງທ່ຽວລາວ 2024 ຂອງແຂວງອັດຕະປີໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກ່າວມາຂ້າງເທີງນັ້ນ, ພະແນກຖະເເຫຼງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວແຂວງ ໄດ້ສຸມໃສ່ການຈັດຕັ້ງປະຕິິບັດບັນດາໜ້າວຽກຕ່າງໆ ເຊັ່ນ: ໄດ້ປະສານສົມທົບກັບບັນດາຂະເເໜງການທີ່ກ່ຽວຂ້ອງຂອງແຂວງ ເເລະ ເມືອງ ເພື່ອຈັດຕັ້ງຜັນຂະຫຍາຍກິດຈະກຳລະດັບແຂວງ ແລະ ລະດັບເມືອງ; ໄດ້ປັບປຸງຍົກລະດັບຄຸນນະພາບການບໍລິການ ເພື່ອໃຫ້ມີຄວາມພ້ອມໃນການຕ້ອນຮັບນັກທ່ອງທ່ຽວ, ໃຫ້ມີຄວາມປອດຳໄພ ແລະ ສ້າງຄວາມເພິ່ງພໍໃຈໃຫ້ແກ່ນັກທ່ອງທ່ຽວມາໃຊ້ພໍລິການ.
ສຳລັບງານບຸນລະນຶກບຸນຄຸນພຣະເຈົ້າໄຊຍະເຊດຖາທິຣາດ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຂອງແຂວງອັດຕະປື ຈະໄດ້ຈັດຂຶ້ນ ລະຫວ່າງວັນທີ 14-18 ທັນວາ 2024 ຢູ່ທີ່ອະນຸສາວະລີພຣະເຈົ້າໃຊ້ຍະເຊດຖາທິຣາດ ຊຶ່ງປະກອບມີ 8 ກິດຈະກໍາຫຼັກຄື:
1. ກິດຈະກຳແຂ່ງຂັນລົດຖີບເພື່ອສຸຂະພາບຂອງສະຫະພັນລົດຖີບແຂວງ: ຈັດຂື້ນໃນຄັ້ງວັນທີ 14 ທັນວາ 2024, ເວລາ 6:00 ໂມງ, ເສັ້ນທາງເລີ່ມແຕ່ ສວນສາທາລະນະເຈົ້າໄຊຍະເສດຖາທິຣາດ ໄປເຖິງ ອະນຸສາວະລີພຣະເຈົ້າໄຊຍະເຊດຖາທິຣາດ;
2. ກິດຈະກຳວາງສະແດງສິນຄ້າ ແລະ ການທ່ອງທ່ຽວ: ຈັດຂື້ນລະຫວາງວັນທີ 14 – 18 ທັນວາ 2024, ສະຖານທີ່ ຕະຫຼາດຊາວບ້ານໆຫາດຊາຍຂາວ ເມືອງໄຊເສດຖາ;
3. ກິດຈະກຳປະກວດນາງສາວທ່ອງທ່ຽວ: ຈັດຂື້ນໃນຄ່ຳຄືນວັນທີ 16 ທັນວາ 2024, ສະຖານທີ່ ເດີ່ນອະນຸສາວະລີພຣະເຈົ້າໄຊຍະເຊດຖາທິຣາດ;
4. ເທດສະການຮ່ອນຄຳ: ຈັດຂື້ນໃນຄັ້ງວັນທີ 17 ທັນວາ 2024, ເວລາ 9:00 ໂມງ, ສະຖານທີ່ ທ່າວັດທາດ ເມືອງໄຊເສດຖາ;
5. ກິດຈະກຳແຫ່ຜ້າສາດເຜີ້ງ: ຈັດຂື້ນວັນທີ 17 ທັນວາ 2024, ເວລາ 16:00 ໂມງ;
6. ກິດຈະກຳສະແດງສີລະປະຄົບງັນພາຍໃນ ແລະ ຕ່າງປະເທດ: ຈັດຂື້ນລະຫວ່າງວັນທີ 14 – 17 ທັນວາ 2024, ສະຖານທີ່ ຕະຫຼາດຊາວບ້ານໆຫາດຊາຍຂາວ;
7. ກິດຈະກຳຕັກບາດ: ຈັດຂື້ນໃນຄັ້ງວັນທີ 18 ທັນວາ 2024, ເວລາ 7:00 ໂມງ, ສະຖານທີ່ ອະນຸສາວະລີພຣະເຈົ້າໄຊຍະເຊດຖາທິຣາດ;
8. ກິດຈະກຳຊ່ວງເຮືອຕາມຕຳນານ: ຈັດຂື້ນໃນຄັ້ງວັນທີ 18 ທັນວາ 2024, ເວລາ 9:00 ໂມງ, ສະຖານທີ່ ທ່ານ້ຳບ້ານວັດທາດ.


ບັນດາທ່ານເເຂກທີ່ມີກຽດ ທ່ານຍິງ-ທ່ານຊາຍ ທີ່ນັບຖື.
ຂ້າພະເຈົ້າ ຂໍຖືເອົາໂອກາດນີ້ແຈ້ງມາຍັງບັນດາສື່ມວນຊົນທັງຫຼາຍໃຫ້ຮັບຊາບ ແລະ ເປັນເຈົ້າພາບຮ່ວມກັນເພື່ອຊ່ວຍເປັນກະບອກສຽງໂຄສະນາຢ່າງກວ້າງຂວາງໃນການຂຽນຂ່າວ-ອອກຂ່າວກ່ຽວກັບງານບຸນລະນຶກບຸນຄຸນພຣະເຈົ້າໄຊຍະເຊດຖາທິຣາດ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຂອງແຂວງອັດຕະປື ເພື່ອໃຫ້ນັກທ່ອງທ່ຽວພາຍໃນ ເເລະ ຕ່າງປະເທດ ໄດ້ຮັບຮູ້ ເເລະ ເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບການທ່ອງທ່ຽວຂອງແຂວງຂອງພວກເຮົາ ເພື່ອເຮັດໃຫ້ງານສະເຫຼີມສະຫຼອງດັ່ງກ່າວຂອງແຂວງຄັ້ງນີ້ບັນລຸຜົນສໍາເລັດຕາມແຜນການທີ່ວາງໄວ້.
ຕາງໜ້າອົງການປົກຄອງແຂວງ, ກໍຄືຄະນະຮັບຜິດຊອບຈັດງານຂັ້ນແຂວງ ຂໍຮຽກຮ້ອງມາຍັງ ທຸກພາກສ່ວນ ທັງພາກລັດ, ພາກທຸລະກິດ, ບັນດາອົງການຈັດຕັ້ງຕ່າງໆ ຢູ່ພາຍໃນແຂວງ ແລະ ເມືອງ ລວມທັງພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງອັດຕະປືທຸກທ່ານ ຈົ່ງພ້ອມກັນໃຫ້ການຮ່ວມມື, ສະໜັບສະໜູນ ແລະ ເປັນເຈົ້າພາບທີ່ດີໃນການຈັດງານບຸນລະນຶກບຸນຄຸນພຣະເຈົ້າໄຊຍະເຊດຖາທິຣາດ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຂອງແຂວງອັດຕະປື ເພື່ອເຮັດໃຫ້ງານຂອງພວກເຮົາລຸລ່ວງໄປດ້ວຍດີ ແລະ ຈັດຕັ້ງປະຕິບັດບັດດາກິດຈະກຳຕ່າງໆ ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ກຳນົດໄວ້.
ແລະ ຂໍເຊີນຊວນບັນດາທ່ານການນໍາພັກ-ລັດ, ພະນັກງານ, ທະຫານ, ຕໍາຫຼວດ, ພໍ່-ແມ່ ພີ່ນ້ອງປະຊາຊົນບັນດາເຜົາຊາວແຂວງອັດຕະປື ແລະ ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມງານດັ່ງກ່າວນໍາພວກຂ້າພະເຈົ້າດ້ວຍ.







