ຄະນະການນໍາ ເເຂວງ ເຄື່ອນໄຫວຢ້ຽມຢາມ ມ.ສ ຊົນເຜົ່າ.

 

  ຄະນະການນໍາຂັ້ນແຂວງ, ແຂວງ ອັດຕະປື ໄດ້ລົງເຄື່ອນໄຫວ ພົບປະຢ້ຽມຢາມ, ຊຸກຍູ້ການສຶກສາ ຢູ່ໂຮງຮຽນ ສາມັນກິນນອນ (ມສ) ຊົນເຜົ່າ ໃນໂອກາດການສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ (2/12/1975 - 2/12/2024) ແລະ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ( 13/12/1920 – 13/12/2024) ທີ່ຈະມາເຖິງໃນໝໍ່ໆນີ້.


129
ການເຄື່ອນໄຫວ ແລະ ພິທີການຕ້ອນຮັບໄດ້ມີຂື້ນໃນຕອນບ່າຍ ຂອງວັນທີ 28 ພະຈິກ 2024 ນີ້ ທີ່ໂຮງຮຽນ ສາມັນກິນນອນຊົນເຜົ່າ; ຄະນະການນຳຂັ້ນເເຂວງ ນຳໂດຍ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ອັດຕະປື ແລະ ທ່ານ ບຸນໂຮມ ພົມມະສານ ປະທານແນວລາວສ້າງຊາດແຂວງ, ມີທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະພະນັກງານ ຜູ້ຕາງໜ້າຈາກພະແນກການ ແລະ ອົງການຈັດຕັ້ງອອ້ມຂ້າງແຂວງ, ໂດຍການໃຫ້ກຽດຕ້ອບຮັບຢ່າງອົບອຸ່ນ ຂອງທ່ານ ໄມແສງ ດວງດີ ຮັກສາການ ຜູ້ອໍານວຍການໂຮງຮຽນ ພ້ອມຄະນະ, ຄູ-ອາຈານ ແລະ ນ້ອງໆນັກຮຽນ.

130
ໃນໂອກາດດັ່ງກ່າວ ທ່ານ ໄມແສງ ດວງດີ ໄດ້ລາຍງານສະພາບລວມຂອງໂຮງຮຽນໂດຍຫຍໍ້ ເຊີ່ງທ່ານ ໄດ້ຍົກໃຫ້ເຫັນ ຜົນງານທີ່ອັນດີ-ພົ້ນເດັ່ນ, ບັນຫາສິ່ງທ້າທາຍ, ຄວາມຫຍຸ້ງຍາກ, ຄວາມຈໍາເປັນ, ຂໍ້ຄົງຄ້າງຕ່າງໆ ໃຫ້ຂັ້ນເທີງຮັບຮູ້, ພ້ອມທັງສະເໜີໃຫ້ຂັ້ນເທີງ ຄົ້ນຄວ້າຊ່ວຍເຫຼືອດ້ານອຸປະກອນການຮຽນ-ການສອນ ແລະ ເຄື່ອງອຸປະໂພກທີ່ຈໍາເປັນສໍາລັບລູກຫຼານນັກຮຽນ ທີ່ຍັງບໍ່ທັນພຽງພໍ ແລະ ທີ່ມີຄວາມຈໍາເປັນ.

146
ໃນໂອກາດດຽວກັນ ທ່ານ ບຸນເສີດ ເສດທີລາດ ກໍ່ໄດ້ຍ້ອງຍໍຊົມເຊີຍ ຕໍ່ໝາກຜົນ ຜົນງານ ອັນພົ້ນເດັ່ນ ທີ່ທາງໂຮງຮຽນສາມາດຍາດມາໄດ້, ເຖິງຢ່າງໃດກໍ່ຕາມ ເພື່ອເຮັດໃຫ້ການຄຸນນະພາບການຮຽນ-ການສອນ ມີຄຸນນະພາບສູງຂື້ນດີກວ່າເກົ່າ ໄປຕາມ 3 ລັກສະນະ ແລະ 5 ຫລັກມູນການສຶກສານັ້ນ, ທ່ານ ໄດ້ຮຽກຮອງໃຫ້ຄະນະຜູ້ບໍລິຫານໂຮງຮຽນ, ຄູ-ອາຈານ ແລະ ລູກຫຼານນັກຮຽນ ເພີ່ມທະວີຄວາມຮັບຜິດຊອບ ຕາມພາລະ ບົດບາດ ສິດ ແລະ ໜ້າທີ່ ຕໍ່ໜ້າທີ່ ທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້ຢ່າງຫ້າວຫັນ ພ້ອມກັນປະຕິບັດ 3 ຂໍ້ແຂ່ງຂັນ ຂອງຂະແໜງການສຶກສາ ຄື: ສອນດີ-ຮຽນເກັ່ງ, ສ້າງພະພາບແວດລ້ອມທີ່ດີໃນໂຮງຮຽນ ແລະ ຕ້ານປະກົດການຫຍໍ້ທໍ້ ໃນຂະແໜງການສຶກ ໃຫ້ປະກົດຜົນເປັນຈິງຫລາຍຂື້ນ ແລະ ສິ່ງສໍາຄັນ ແມ່ນໃຫ້ມີຄວາມສາມັກຄີ ພາຍໃນໜັກແໜ້ນ.

147

ສ່ວນດ້ານອຸປະກອນການຮຽນ-ການສອນ ແລະ ເຄື່ອງອຸປະໂພກຕ່າງໆ ທີ່ບໍ່ພຽງພໍ ແລະ ຈໍາເປັນ ທາງຄະນະນໍາຂັ້ນແຂວງ ຈະຄົ້ນຄວ້າ ແລະ ໃຫ້ການຊຸກຍູ້-ສົ່ງເສີມໃຫ້ທັນເວລາໃນຕໍ່ໜ້ານີ້.
ພ້ອມນີ້ ຄະນະການໍາ ກໍ່ໄດ້ມອບ ອຸປະກອນກິລາ(ບານເຕະ, ກະຕໍ້), ນໍ້ໍາດື່ມ, ນົມແລັກຕາຊອຍ ຈໍານວນໜຶ່ງໃຫ້ຄູ-ອາຈານ ແລະ ນ້ອງໆນັກຮຽນ ເປັນການຊຸກຍູ້ສົ່ງເສີມ.
ຈາກນັ້ນ ຄະນະການນໍາ ກໍ່ໄດ້ ຍ່າງຊົມ ຫໍຄົວລວມ, ຫໍພັກນັກຮຽນ, ແລະ ສວນຄົວ ທີ່ໂຮງຮຽນໄດ້ຈັດຕັ້ງປະຕິບັດຕົວຈິງ.


137139140141142144

145133134135132136
4940













































































































ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026