ບໍລິສັດ ຄໍາກ໋າຍຂົນສົ່ງໂດຍສານ ແຂວງ ອັດຕະປື ຊຸກຍູ້ເຄື່ອງກິລາ ຈໍານວນ 30 ຊຸດ ມູນຄ່າ 3,000.000ກີບ ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ອັດຕະປື, ເປັນການປະກອບສ່ວນຊຸກຍູ້ສົ່ງເສີມການເຄື່ອນ ໄຫວວຽກງານກິດຈະກໍາຕ່າງໆ ໂດຍສະເພາະ ໃນວຽກງານກິລາ-ກາຍະກຳ ຂອງພະແນກ ໃຫ້ມີຄວາມສະດວກ ແລະ ມີສີສັນຫລາຍຂື້ນ.
ພິທີມອບ-ຮັບເຄື່ອງກິລາໃນຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 27 ພະຈິກ 2024 ນີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງ ອັດຕະປື, ກ່າວມອບຂອງ ທ່ານ ຄໍາກ໋າຍ ລີດທະວີໄຊ ປະທານບໍລິສັດ ຄໍາກ໋າຍຂົນສົ່ງໂດຍສານ ແລະ ກ່າວຮັບໂດຍທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ມີທ່ານ ພົງສະຫວັນ ຄຳສົງກາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ຫົວໜ້າຂະແໜງ, ຮອງຫົວຂະແໜງ ພ້ອມດ້ວຍພະນັກງານ ວິຊາການຂອງພະແນກສຶກສາແຂວງ ເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດດັ່ງກ່າວ ທ່ານ ອຸດົມສິນ ສີຊານົນ ກໍໄດ້ສະແດງຄວາມຂອບໃຈ ເປັນຢ່າງສູງ ຕໍ່ທ່ານ ທ່ານ ຄໍາກ໋າຍ ລີກດທະວີໄຊ ທີ່ໄດ້ໃຫ້ການຊຸກຍູ້ ສົ່ງເສີມຂະບວນການແຂ່ງຂັນກິລາ ໃຫ້ກັບພະແນກສຶກສາທິການ ແລະ ກິລາແຂວງ ອັດຕະປື ພ້ອມມອບໃບຍ້ອງຍໍ ຂັ້ນພະແນກສຶກສາທິການ ແລະ ກິລາ ແຂວງ ໃຫ້ ທ່ານ ຄໍາກ໋າຍ ລີດທະວີໄຊ ເພື່ອເປັນຢັ້ງຢືນຜົນງານ ແລະ ຈາລຶກຄຸນງາມຄວາມດີ ທີ່ມີຕໍ່ພະແນກສຶກສາແຂວງ ອັດຕະປື, ພ້ອມຢືນຢັນວ່າ ເຄື່ອງກິລາ ທີ່ໄດ້ຮັບການຊ່ວຍເຫລືອໃນຄັ້ງນີ້ ແມ່ນຈະນໍາໃຊ້ເຂົ້າໃນຂະບວນການເຄື່ອນໄຫວກິດຈະກໍາກິລາ ໃຫ້ຖືກຕາມຈຸດປະສົງ, ເປົ້າໝາຍ ເພື່ອໃຫ້ເກີດປະໂຫຍດສູງສຸດ.