ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ອັດຕະປື ໄດ້ເປີດງານແຂ່ງຂັນກິລາບານເຕະຊາຍ ຮຸ່ນນັກຮຽນຊັ້ນມັດທະຍົມສຶກສາ ທົ່ວແຂວງ ຄັ້ງທີ X ປີ 2026, ຊິງຂັນທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມເງິນລາງວັນລວມ 44 ລ້ານກີບ, ເພື່ອຜັນຂະຫຍາຍ 5 ຫຼັກມູນການສຶກສາ, ໂດຍສະເພາະ ພະລະສຶກສາ, ເພື່ອ ຊຸກຍູ້ໃຫ້ນັກຮຽນ ແລະ ປະຊາຊົນຫັນມາອອກກຳລັງກາຍ ແລະ ຫຼິ້ນກິລາເພີ່ມຂຶ້ນ ແລະ ທັງເພື່ອຄັດເລືອກນັກກິລາບານເຕະ ກຽມຄວາມພ້ອມເຂົ້າຮ່ວມມະຫາກຳກິລານັກຮຽນແຫ່ງຊາດ ຄັ້ງທີ VIII. ປີ 2027 ທີ່ແຂວງເຊກອງ.
ງານກິລາດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 11 ມີນາ ຫາ 8 ເມສາ 2026 ທີ່ເດີ່ນກິລາໂຮງຮຽນ ມ.ສ ຈັນທາ, ເມືອງ ສາມັກຄີໄຊ, ແຂວງ ອັດຕະປື, ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຫລວງຫລາຍ ແລະ ເປັນຂະບວນການຄຶກຄື້ນ.

ທ່ານ ສົມຈິດ ແສງກະເລົາ ຮັກສາການຫົວໜ້າຂະແໜງ ກາຍະກໍາ, ພະລະ ແລະ ສີລະປະສຶກສາ ພະແນກສຶກສາທິການ ແລະ ກິລາ ແຂວງ ໃຫ້ຮູ້ວ່າ: ງານແຂ່ງຂັນຄັ້ງນີ້ ທົ່ວແຂວງ ມີນັກກິລາຈາກໂຮງຮຽນມັດທະຍົມສຶກສາເຂົ້າຮ່ວມທັງໝົດ 9 ແຫ່ງ, ໂດຍການແຂ່ງຂັນແບ່ງເປັນ 2 ສາຍ ຄື:
ສາຍ ກ: ປະກອບມີ ມ.ສ ເສດຖາທິລາດ, ມ.ສ ຈັນທາ, ມ.ສ ນາງແຮ່ວ, , ມ.ສ ໂພນໄຊ; ສາຍ ຂ: ປະກອບມີ ມ.ສ ສະໜາມໄຊ, ມ.ສ ຊົນເຜົ່າ, ມ.ສ ສົມສຸກ, ມ.ສ ໜອງລົມ, ມ.ສ ຈະເລີນສຸກ; ຮູບແບບການແຂ່ງຂັນ ແຕ່ລະສາຍພົບກັນໝົດ ໄລ່ຄະແນນຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະສາຍ ເຂົ້າສູ່ຮອບ 4 ທີມສຸດທ້າຍ. ສຳລັບຮອບ 4 ທີມສຸດທ້າຍ ຈະແຂ່ງຂັນແບບໄຂວ່ ທີມທີ່ຊະນະໃນຮອບຮອງຊິງຊະນະເລີດ ຈະເຂົ້າສູ່ຮອບຊິງຊະນະເລີດ, ສ່ວນທີມທີ່ເສຍ ຈະໄປແຂ່ງຊິງອັນດັບທີ 3.
ສຳລັບຂອງຂັວນ-ລາງວັນ ຊະນະເລີດ: ຂັນເງິນ 1 ໜ່ວຍ ພ້ອມເງິນສົດ 12,000,000 ກີບ, ຮອງຊະນະເລີດ: ເງິນສົດ 10,000,000 ກີບ, ອັນດັບທີ 3: ເງິນສົດ 8,000,000 ກີບ, ອັນດັບທີ 4: ເງິນສົດ 4,000,000 ກີບ, ພ້ອມນີ້ ທີມທີ່ບໍ່ໄດ້ຮັບລາງວັນອັນດັບ 1-4 ຈະໄດ້ຮັບເງິນຊຸກຍູ້ ທີມລະ 2,000,000 ກີບ ລວມມູນຄ່າລາງວັນທັງໝົດ 44 ລ້ານກີບ.

ໃນໂອກາດດັ່ງກ່າວ ທ່ານ ອຸດົມສິນ ສີຊານົນ ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານນັກກິລາບານເຕະຂອງແຂວງ ທີ່ຍາດໄດ້ຫຼຽນຄຳ ໃນງານມະຫາກຳກິລານັກຮຽນແຫ່ງຊາດ ຄັ້ງທີ VII. ປີ 2024 ທີ່ແຂວງສາລະວັນ ແລະ ຂໍຮຽກຮ້ອງໃຫ້ຄະນະກໍາມະການ, ນັກກິລາ ແລະ ຜູ້ກ່ຽວຂ້ອງທຸກຝ່າຍ ຈົ່ງ ປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບ ແລະ ຍຸຕິທຳ ຫຼິ້ນກິລາພາຍໃຕ້ລະບຽບກະຕິກາ ມີນ້ຳໃຈນັກກິລາ ຮູ້ໄດ້ ຮູ້ເສຍ ແລະ ຮູ້ຈັກໃຫ້ອະໄພ, ສ້າງບັນຍາກາດການແຂ່ງຂັນທີ່ມີຄວາມສາມັກຄີ ມ່ວນຊື່ນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.



