ຜົນການແຂ່ງຂັນບານເຕະຊາຍ ຊັ້ນມັດທະຍົມສຶກສາ ທົ່ວແຂວງ ຄັ້ງທີ X ປີ 2026 ຊິງຂັນທ່ານຫົວໜ້າພະແນກ

 

183
 ນັດຊິງຊະນະເລີດ ປະທະເດືອດ ແລະ ຄຶກຄື້ນ, ເພື່ອຄວາມເປັນໜຶ່ງ ດ້ວຍສັກສີສາຍເລືອດນັກກິລາ ລະຫວ່າງ ມ.ສ ຈັນທາ ເຈົ້າຖິ່ນຄື້ນລູກໃໝ່ທີ່ມາແຮງ ກັບ ມ.ສ ສົມສຸກ ທີ່ມີສະຖີຕິດີ ບໍ່ເສຍໃຜ ໃນ 5 ນັດຜ່ານມາ. ປະກົດວ່າ ທີມ ມ.ສ ຈັນທາ ເຈົ້າພາບ ສາມາດ ດັບຝັນ ມ.ສ ສົມສຸກ ໄປໄດ້ຢ່າງຫວຸດຫວິດ ດ້ວຍຄະແນນ 2-1 ປະຕູ ຄ້ວາຂັນແຊ້ມ ແລະ ເງິນລາງວັນ 12 ລ້ານກີບ ໄປຄອງຢ່າງສົມກຽດ, ງານແຂ່ງຂັນກິລາບານເຕະຊາຍ ຮຸ່ນນັກຮຽນມັດທະຍົມສຶກສາທົ່ວແຂວງ ອັດຕະປື ຄັ້ງທີ X ປີ 2026 ຊິງຂັນລາງວັນ ທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື ທີ່ຈັດຂີື້ນໃນລະຫວ່າງ ວັນທີ 11 ມີນາ - 8 ເມສາ 2026 ນີ້ ທີ່ເດີ່ນໂຮງຮຽນ ມ.ສ ຈັນທາ, ມີ ນັກກິລາ 9 ທີມເຂົ້າຮ່ວມ. ການແຂ່ງຂັນລະຫວ່າງ 2 ທີມໄດ້ມີຂື້້ນ ເມື່ອຕອນບ່າຍວັນທີ 8 ເມສາ ທີ່ຜ່ານມາ ທີ່ເດີນກິລາໂຮງຮຽນ ມ.ສ ຈັນທາ, ການແຂ່ງຂັນໄດ້ຮ້ອນແຮງ, ກົດດັນ ຕັ້ງແຕ່ນາທີທຳອິດເຈົ້າພາບ ມ.ສ ຈັນທາ ໂຊຟອມເດັ່ນບໍ່ຢ້ານໃຜ ຍິງຂຶ້ນໄປກ່ອນ 2-0 ປະຕູ ສ້າງຄວາມກົດດັນໃຫ້ ມ.ສ ສົມສຸກ ທີມທີ່ມາແຮງ ຍັງບໍ່ເຄີຍເສຍ 5 ນັດຜ່ານມາ. ເຖິງຈະມາດ້ວຍສະຖິຕິດີ ແຕ່ ມ.ສ ສົມສຸກ ກັບມາຕື່ນ ບໍ່ສາມາດບຸກຜ່າກໍາແພງທີ່ແຂງແກ່ນກອງຫຼັງ ຂອງມ.ສ ຈັນທາ ເພື່ອນໍາຕີຕື້ນຂື້ນມາໄດ້. ເຄິ່ງເວລາທີສອງ ທັງສອງທີມ ເປີດເກມບຸກໃສ່ກັນຢ່າງດຸດເດືອດ ໃຫ້ສົມສັກສີ ບໍ່ມີໃຜຍອມໃຜ, ເຖິງແມ່ນວ່າ ມ.ສ ສົມສຸກ ຈະມີໂອກາດຍິງຫຼາຍຄັ້ງ ແຕ່ກໍ່ຕິດກໍາແພງກອງຫຼັງ ແລະ ມືກາວຂອງຜູ້ຮັກປະຕູ ມ.ສ ຈັນທາ ໄປໄດ້. ມາໄດ້ທ້າຍເກມ ນາທີທົດເວລາ 4 ນາທີ, ມ.ສ ສົມສຸກ ມາຍິງຕີຕື້ນໄດ້ 1-2 ປະຕູ ແຕ່ກໍ່ຊ້າເກີນໄປ ບໍ່ທັນເວລາ ຈົບເກມ ມ.ສ ຈັນທາ ຊະນະໄປດ້ວຍສະກໍທີ່ຫວຸດຫວິດ ຢ່າງຕື່ນເຕັ້ນ.


184

ສ່ວນຄູ່ຊິງທີ 3, ແຂ່ງຂັນໃນຕອນບ່າຍຂອງມື້ດຽວກັນ ລະຫວ່າງ ມ.ສ ສະໜາມໄຊ ເຈົ້າແຊ້ມເກົ່າ ສາມາດຊະນະ ມ.ສ ນາງແຮ່ວ 1-0 ປະຕູ ຄວ້າອັນດັບ 3, ມ.ສ ນາງແຮ່ວ ໄດ້ອັນດັບ 4.

182

* ປະເພດຂອງຂວັນລາງ
ພິທີປິດການແຂ່ງຂັນ ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ເປັນກຽດຂຶ້ນມອບຂັນ ແລະ ເງິນລາງວັນ ພ້ອມກ່າວຊົມເຊີຍຈິດໃຈ ຄະນະບໍລິຫານການສຶກສາ ແລະ ກິລາທຸກຂັ້ນ ແລະ ນັກກິລາທຸກທີມ ທີ່ສ້າງສີສັນໃຫ້ແກ່ງານແຂ່ງຂັນກິລາໃນຄັ້ງນີ້.
172




 

 ຊະນະເລີດ: ມ.ສ ຈັນທາ ຂັ້ນແຊ໋ມ 1 ໜ່ວຍ ພ້ອມເງິນສົດ 12 ລ້ານກີບ






176





ຮອງຊະນະເລີດ: ມ.ສ ສົມສຸກ ເງິນສົດ 10 ລ້ານກີບ






178



ອັນດັບ 3: ມ.ສ ສະໜາມໄຊ ເງິນສົດ 8 ລ້ານກີບ






177



ອັນດັບ 4: ມ.ສ ນາງແຮ່ວ ເງິນສົດ 4 ລ້ານກີບ








ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026