ເມືອງສາມັກຄີໄຊ ຈັດງານແຂ່ງຂັນບານເຕະຊິງຂັນ ເລຂາຄະນະບໍລິຫານງານພັກເມືອງ ຄັ້ງທຳອິດ ສະເຫຼີມສະຫຼອງວັນສຳຄັນລະດັບຊາດ ແລະ ສາກົນ.

 

 ເມືອງສາມັກຄີໄຊ ແຂວງອັດຕະປື ຮ່ວມກັບ ເດີ່ນກິລາບານເຕະ ນາຫຼັກ 4, ບ້ານເວີນແຄນ ໄດ້ຈັດງານແຂ່ງຂັນກິລາບານເຕະຊາຍ ຊິງຂັນ ເລຂາຄະນະບໍລິຫານງານພັກເມືອງ ຄັ້ງທີ I ປີ 2026 ຂຶ້ນ ເພື່ອສ້າງຂະບວນການຄຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ຢ່າງຟົດຟື້ນ ແລະ ເປັນຂະບວນການ.
ງານແຂ່ງຂັນດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-31 ພຶດສະພາ 2026 ທີ່ເດີ່ນກິລາບານເຕະ ນາຫຼັກ 4, ບ້ານເວີນແຄນ ໂດຍການເຂົ້າຮ່ວມເປັນປະທານກ່າວເປີດພິທີຢ່າງສົມກຽດຂອງ ສະຫາຍ ອິນປັນ ອິນທິລາດ ກຳມະການພັກແຂວງ, ເລຂາພັກເມືອງ ສາມັກຄີໄຊ ; ສະຫາຍ ນິຄົມ ພົມມະຈັນ ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ ຫ້ອງການສຶກສາທິການ ແລະ ກິລາ ເມືອງສາມັກຄີໄຊ ພ້ອມດ້ວຍຄະນະກຳມະການ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ ແລະ ຄຶກຄື້ນ.

183
ໃນໂອກາດອັນສຳຄັນນີ້, ສະຫາຍປະທານງານແຂ່ງຂັນໄດ້ກ່າວຢ່າງເນັ້ນໜັກວ່າ: “ງານແຂ່ງຂັນເຕະບານຊາຍຊິງຂັນ ສະຫາຍເລຂາພັກເມືອງ ຄັ້ງນີ້ ແມ່ນຄັ້ງທໍາອິດໃນປະຫວັດສາດຂອງເມືອງສາມັກຄີໄຊ ເຊິ່ງໄດ້ຮັບການຈັດຂຶ້ນເພື່ອຄຳນັບຮັບຕ້ອນ-ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ໃຫ້ມີບັນຍາກາດຟົດຟື້ນ, ມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນທາງດ້ານປະຫວັດສາດ. ນອກນີ້, ຍັງເປັນການປຸກລະດົມ ແລະ ຊຸກຍູ້ສົ່ງເສີມເຍົາວະຊົນ ແລະ ຊາວໜຸ່ມ ຜູ້ມີຄວາມມັກ-ຮັກໃນການຫຼິ້ນກິລາ ໃຫ້ມີເວທີສະແດງພອນສະຫວັນ ແລະ ຄວາມສາມາດສູ່ສັງຄົມຢ່າງມີກຽດ.” ສະຫາຍປະທານຍັງໄດ້ກ່າວຕື່ມອີກວ່າ: “ຄວາມສຳເລັດຂອງງານແຂ່ງຂັນຄັ້ງນີ້ ເກີດຂຶ້ນໄດ້ຍ້ອນການປະກອບສ່ວນຢ່າງຕັ້ງໜ້າຈາກຫຼາຍພາກສ່ວນ, ເປັນຕົ້ນແມ່ນ ຫ້ອງການສຶກສາທິການ ແລະ ກິລາ ເມືອງ, ບໍລິສັດ ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ພາກໃຕ້ຈຳກັດ, ບໍລິສັດ ວັງຕັດມາຍນິງກຣຸບ, ຜູ້ປະກອບການເດີ່ນກິລາ ນາຫຼັກ 4, ບັນດານັກກິລາ ແລະ ຜູ້ປົກຄອງນັກກິລາເຍົາວະຊົນ-ຊາວໜຸ່ມ. ການປະກອບສ່ວນດັ່ງກ່າວ ຖືເປັນປັດໃຈ ແລະ ແຮງຂັບເຄື່ອນອັນສຳຄັນ ທີ່ເຮັດໃຫ້ງານກິລາຄັ້ງປະຫວັດສາດນີ້ ສຳເລັດລຸ່ນໄປດ້ວຍດີ.”


192
191
193
196
197
198
186
188
194
195
ຜົນການແຂ່ງຂັນ ແລະ ລາງວັນ: ການແຂ່ງຂັນໄດ້ດຳເນີນໄປຢ່າງດຸເດືອດ ແລະ ສິ້ນສຸດລົງໃນວັນທີ 31 ພຶດສະພາ 2026 ດ້ວຍຜົນສໍາເລັດອັນຈົບງາມ. ໂດຍມີທີມເຂົ້າຮ່ວມທັງໝົດ 38 ທີມ ຈາກ 5 ເມືອງ ພາຍໃນແຂວງ ແບ່ງຕາມຮຸ່ນອາຍຸ ແລະ ທົ່ວໄປ.
*ຜົນການແຂ່ງຂັນ ຮຸ່ນທົ່ວໄປ

185



• ຊະນະເລີດ: ທີມ ພະເມືອງ ຮັບຂັນເງິນ 1 ໜ່ວຍ ພ້ອມເງິນສົດ 3.500.000 ກີບ






203



• ຮອງຊະນະເລີດ: ທີມ ຄລີນິກ ຫ້ວຍແກ້ວ ເງິນສົດ 2.00.000 ກີບ.






198



ອັນດັບທີ 3: ທີມ ເຂົ້າປຽກແຊບ ເງິນສົດ 1.500.000 .





* ຮຸ່ນອາຍຸ 12 ປີ: 
205




ອັນດັບ I: ຫຼັກ 4 A





ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026