ສຕຂ ອັດຕະປື ຈັດງານແຂ່ງຂັນກິລາບານເຕະ ນັກຮຽນຕ້ອນຮັບສະໂມສອນ BIS ນະຄອນຫລວງວຽງຈັນ.

 

 ສະຫະພັນບານເຕະແຂວງ ( ສຕຂ ) ອັດຕະປື ໄດ້ຈັດງານແຂ່ງຂັນກິລາບານເຕະຊາຍ ຮຸ່ນນັກຮຽນຊັ້ນມັດທະຍົມສຶກສາຕອນປາຍ 5 ຕົວເມືອງ ພາຍໃນແຂວງ ເປັນການເປີດບ້ານຕ້ອນຮັບການມາເຢືອນຂອງທີມ ສະໂມສອນ BIS, ໂຮງຮຽນມັດທະຍົມສຶກສາສົມບູນ ບຸນເກີດ, ນະຄອນຫລວງວຽງຈັນ, ຊິງຂັນ ແລະ ເງິນລາງວັນ ປະທານ ສະຫະພັນບານເຕະແຂວງອັດຕະປື.
ງານແຂ່ງຂັນ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 23 ມັງກອນ 2026 ນີ້ ທີ່ເດີ່ນກິລາບານເຕະ ໂຮງຮຽນ ມ.ສ ຈັນທາ, ເມືອງ ສາມັກຄີໄຊ, ແຂວງ ອັດຕະປື, ໂດຍພາຍໃຕ້ການເປັນປະທານ ແລະ ກ່າວເປີດພິທີ ຂອງທ່ານ ດາບແກ້ວ ໄຊຍະແສງ, ປະທານ ສະຫະພັນບານເຕະ ແຂວງ ອັດຕະປື, ມີ ທ່ານ ອຸດົມສິນ ສີຊານົນ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ທ່ານ ພູທິດ ສິນລະປະ ຜູ້ອໍານວຍການໂຮງຮຽນ ມສ ຈັນທາ,ທ່ານ ເພັດມີໄຊ ຄຳພັກດີ, ອະດີປະທານສະຫະພັນບານເຕະ ແຂວງ, ຄະນະນຳພານັກກິລາ, ຄູເຝືກ, ພໍ່-ແມ່, ຜູ້ປົກຄອງນັກຮຽນ, ນັກກິລາ ຈາກ 7 ພາກສ່ວນ ແລະ ມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.

152

ງານແຂ່ງຂັນກິລາບານເຕະຄັ້ງນີ້ ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 7 ທີມ, ການແຂ່ງຂັນແບ່ງອອກເປັນ 2 ສາຍ ຄື: ສາຍ ກໍ ປະກອບມີ: ມ.ສ ສະໜາມໄຊ, ມ.ສ ນາງ ແຮ່ວ, ສະໂມສອນ BIS ແລະ ເມືອງ ສາມັກຄີໄຊ; ສາຍ ຂໍ ປະກອບມີ: ເມືອງ ໄຊເສດຖາ, ສະໂມສອນ ພອນປະເສີດ ແລະ ສະໂມສອນ ຫຼັກ 4.
ລາງວັນການແຂ່ງຂັນ ຊະນະເລີດຂັນ 1 ໜ່ວຍ ແລະ ຫຼຽນຈຳນວນ 17 ໜ່ວຍ ພ້ອມເງິນສົດ 5 ລ້ານກີບ, ຮອງຊະນະເລີດ ຫຼຽນ 17 ໜ່ວຍ ພ້ອມເງິນສົດ 3 ລ້ານກີບ ແລະ ອັນດັບທີ 3: ຫຼຽນ 17 ໜ່ວຍ, ພ້ອມເງິນສົດ 2 ລ້ານກີບ. ການແຂ່ງຂັນຈັດຢູ່ໃນ 2 ໄລະ 2 ວັນ 23-24 ມັງ ກອນ 2026.

150ໃນໂອກາດນີ້, ທ່ານ ດາບແກ້ວ ໄຊຍະແສງ ໄດ້ມີຄຳເຫັນວ່າ: ການຈັດງານງານແຂ່ງກິລາເຕະບານຊາຍ ຮຸ່ນນັກຮຽນຊັ້ນມັດທະຍົມຕອນປາຍ 5 ຕົວເມືອງ ຕ້ອນຮັບການມາເຢືອນ ຂອງທີມສະໂມສອນ BIS, ໂຮງຮຽນມັດທະຍົມສຶກສາສົມບູນ ບຸນເກີດ, ຈາກນະຄອນຫລວງວຽງ ຄັ້ງນີ້, ຖືເປັນງານແຂ່ງຂັນທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ຂອງສະພັນກິລາບານເຕະ ແຂວງອັດຕະປື ກໍ່ຄືນັກກິລາ 5 ຕົວເມືອງ ຂອງແຂວງ, ທີ່ໄດ້ມີໂອກາດ ພົບປະແລກປ່ຽນ, ຖອດຖອນບົດຮຽນ ດ້ານວິທະຍາສາດການກິລາ ລະຫວ່າງ ແຂວງ ອັດຕະປື ກັບ ສະໂມສອນ BIS, ເພື່ອພັດທະນາ ແລະ ກໍ່ສ້າງນັກກິລາທັງສອງຝ່າຍໃຫ້ມີຄວາມເຂັ້ມແຂງ ແລະ ກ້າວໜ້າຂື້ນສູງຂື້ນໄປເລື້ອຍໆ, ອີກດ້ານໜຶ່ງ ກໍ່ຍັງເປັນການຄັດເລືອກເອົານັກກິລາ ທີ່ມີຄວາມໂດດເດັ່ນ ເພື່ອສຶບຕໍ່ຊຸກຍູ້ສົ່ງເສີມສ້າງໃຫ້ເປັນນັກກິລາ ຮຸ່ນສຶບທອດທີ່ດີເດັ່ນ ແລະ ມີຄຸນນະພາບ ຂອງແຂວງ ອັດຕະປື ເພື່ອກຽມຄວາມພ້ອມໃນການເຂົ້າຮ່ວມແຂ່ງຂັນໃນງານໃນງານມະຫາກໍາກິລານັກຮຽນ ຊັ້ນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 13 ປີ 2027 ທີ່ແຂວງ ເຊກອງ, ເພື່ອຮັກສາມູນເຊື້ອ ຂອງນັກກິລາ ແຂວງອັດຕະປື ທີ່ເຄີຍມີວິລະກໍາ ເປັນເຈົ້າຄອງຫຼຽນຄໍາ ໃນງານມະຫາກໍາກິລານັກຮຽນຊັ້ນມັດທະຍົມສຶກສາທົ່ວປະເທດຄັ້ງທີ 12 ທີ່ແຂວງ ສາລະວັນ ຜ່ານມາ.
ພ້ອມນີ້ ທ່ານ ດາບແກ້ວ ໄຊຍະແສງ ກໍ່ໄດ້ກ່າວ ສະແດງ ຄວາມຂອບໃຈ ຕໍ່ ທ່ານ ອໍາມອນ ສໍາມະເລີດ ເຈົ້າຂອງຮ້ານ ກະລາລົດໃຫຍ່ ອໍາມອນ ບໍລິການ ແລະ ທ່ານ ທຸງໄຊ ສີມະລາ ເຊີ່ງເປັນຜູ້ປະສານງານງານ ແລະ ອຸປະຖໍາຫຼັກ ແລະ ພ້ອມດ້ວຍພໍ່-ແມ່, ຜູ້ປົກຄອງນັກກິລາ, ການຈັດຕັ້ງ ແລະ ຫ້າງຮ້ານ ບໍລິສັດ, ນັກທຸລະກິດ, ພໍ່ຄ້າ ແມ່ຄ້າ ທີ່ໄດ້ມີສ່ວນໃຫ້ການຊຸກຍູ້ ອຸປະຖໍາງານແຂ່ງຂັນຄັ້ງນີ ້ ແລະ ພ້ອໃດນີ້ ທ່ານ ກໍ່ໄດ້ຮຽກນ້ອງໃຫ້ຄະນກໍາມະການ, ນັກກິລາ ຈົ່ງປະຕິບັດຕາມກົດລະບຽບ-ກະຕິກາການແຂ່ງຂັນຢ່າງເຂັ້ມງວດ ມີຄວາມຖືກຕ້ອງ ໂປ່ງໃສ ແຂ່ງຂັນກັນດ້ວຍນ້ໍາໃຈນັກກິລາ ຢ່າງແທ້ຈິງ.
ການແຂ່ງຂັນສໍາລັບຄູ່ເປີດສະໜາມ ເປັນການພົບກັນລະຫວ່າງ ທີມ ມສ ສະໜາມໄຊ ພົບກັບ ທີມສະໂມສອນ BIS (ສາຍ ກໍ ) ຜ່ານການແຂ່ງຂັນຜົນປະກົດວ່າ: ທີມ ສະໂມສອນ BIS ມີເກມການຫລີິ້ນທີ່ເກັ່ງກວ່າ ຊະນະ ທີມ ມ.ສ ສະໜາມໄຊ 4-2 ປະຕູ ເກັບຄະແນນນໍາໄປກ່ອນ 3 ແຕ້ມໃນການລົງແຂ່ງຂັນໃນນັດທຳອິດ.




156

157

155

154

161

162

163

160




ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026