ອັດຕະປື ສົ່ງທັບນັກກິລາ ຈຳນວນ 300 ກວ່າທ່ານເຂົ້າຮ່ວມແຂ່ງຂັນງານມະຫາກໍາກິລາແຫ່ງຊາດຄັ້ງທີ XII.
ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ໄດ້ໄຂຂຶ້ນຢ່າງເປັນທາງການ ແລະ ຍິ່ງໃຫຍ່ອະລັງການ ໃນຕອນແລງວັນທີ 15 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16), ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດພິທີໂດຍພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຮ່ວມຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ທ່ານ ປອ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ພ້ອມດ້ວຍບັນດາການນຳພັກ-ລັດ, ອະດີດການນຳພັກ-ລັດຂັ້ນສູນກາງ ແລະ ທ້ອງຖິ່ນ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດຄະນະນຳນັກກິລາ, ຄູຝຶກ, ກຳມະການຕັດສິນ, ນັກກິລາ, ພໍ່ແມ່ພີ່ນ້ອງຊາວນະຄອນຫຼວງວຽງຈັນ ແລະ ປະຊາຊົນລາວບັນດາເຜົ່າເຂົ້າຮ່ວມ ຢ່າງພ້ອມພຽງ.
ສຳລັບການນຳຂອງແຂວງ ອັດຕະປື ເປັນກຽດເຂົ້າຮ່ວມໃນພິທີ ມີ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງ ອັດຕະປື, ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ອັດຕະປື ແລະ ຕາງໜ້າຄະນະການນໍາຂອງແຂວງ ນໍາພາຂະບວນແຫ່ທັບນັກກິລາ ຂອງແຂວງເຂົ້າສູ່ສະໜາມເປີດພິທີ ໂດຍທ່ານ ພົງສະຫວັນ ຄໍາສົງກາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ອັດຕະປື ໃນນັ້ນ ມີຄະນະນໍາ, ຄູເຝີກ ແລະ ນັກກິລາເຂົ້າຮ່ວມທັງໝົດ ຈໍານວນ 70 ກວ່າທ່ານ, ຂະນະທີ່ ແຂວງ ອັດຕະປື ໄດ້ສົ່ງຄະນະນໍາ, ຄູເຝີກ ແລະ ນັກກິລາ ເຂົ້າຮ່ວມງານມະຫາກໍາກິລາຄັ້ງນີ້ ເພື່ອຊິງໄຊ ທັງໝົດ 342 ທ່ານ, ຍິງ 87 ທ່ານ, ໃນນັ້ນ ມີ 15 ປະເພດກິລາ ຄື: ບານເຕະ, ບານສົ່ງ, ກະຕໍ້, ເປຕັງ, ມວຍ, ໝາກແລ້, ໝາກເສິກ, ໜ້າເກັກ, ກ໋ອບ, ແລ່ນ ແລະ ລານ, ລົດຖີບ, ເຮືອຊ່ວງ, ດຶງເຊືອກ, ບານບ້ວງ ແລະ ດອກປີກໄກ່, ໂດຍຕັ້ງຄວາມຫວັງຄວ້າໃຫ້ໄດ້ 5 ຫຼຽນຄໍາ, 6 ຫຼຽນເງິນ ແລະ 7 ຫຼຽນທອງ.
ຂະນະທີ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນີ້ ມີຄະນະນໍາ, ຄູຝຶກ, ນັກກິລາ, ກໍາມະການຕັດສິນ, ນັກວິຊາການ ແລະ ເຈົ້າໜ້າທີ່ອື່ນໆລວມ 9.485 ທ່ານ. ໃນນັ້ນ, ສະເພາະນັກກິລາມີຈຳນວນ 4.065 ທ່ານ ຊຶ່ງມາຈາກ 3 ກະຊວງ, 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ລວມເປັນ 21 ພາກສ່ວນ. ມີການແຂ່ງຂັນທັງໝົດ 33 ປະເພດກິລາ ຄື: ມວຍສາກົນ, ກະຕໍ້-ຊິນລອນ, ຍິງປືນ, ບານເຕະ, ຟຸດຊໍ, ບານບ້ວງ, ໜ້າເກັກ, ຍິງທະນູ, ປັນຈັກສີລັດ, ໝາກເສິກ, ເປຕັງ, ບານສົ່ງໃນຮົ່ມ-ຫາດຊາຍ, ຢູໂດ, ມວຍປ້ຳ, ລອຍນ້ຳ, ດອກປີກໄກ່, ສະນຸກເກີ້, ເຕັ້ນ, ຣັກບີ້, ໝາກຂ່າງ, ເທັນນິດ, ຊັອບເທັນນິດ, ປິ່ງປ່ອງ, ລົດຖີບ, ວູຊູ, ເທຄວັນໂດ, ມວຍລາວ, ດຶງເຊືອກ, ອີສະປອດ, ແລ່ນ-ລານ, ໝາກແລ້, ເຮືອຊ່ວງ, ຄາຣາເຕໂດ, ກັອບ, ຍົກນ້ຳໜັກ ແລະ ເພາະກາຍ ໂດຍມີການຊີງໄຊກັນທັງໝົດ 1.563 ຫຼຽນ, ໃນນັ້ນແບ່ງເປັນ 432 ຫຼຽນຄໍາ, 432 ຫຼຽນເງິນ ແລະ 699 ຫຼຽນທອງ.