ການແຂ່ງຂັນກິລາບານເຕະຊາຍ 8 ຄົນ ຮຸ້ນຊາວໜຸ່ມທົ່ວໄປ ຊີງຂັນທ່ານເຈົ້າແຂວງອັດຕະປື ປີ 2025 ເພື່ອຕ້ອນຮັບກອງປະຊຸມໃຫ່ຍອົງຄະນະພັກແຂວງອັດຕະປື ຄັ້ງທີ XII ແລະ ທັງເປັນການຄັດເລືອກນັກກິລາເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ.
ງານແຂ່ງຂັນດັ່ງກ່າວ ໄດ້ຈັດຂື້ນ ແລະ ດໍາເນີນການແຂ່ງຂັນມາແຕ່ວັນທີ 16 ກັນຍາ 2025 ທີ່ເດີ່ນກິລາບານເຕະຫຼັກ 4, ບ້ານ ເວີນແຄນ, ເມືອງ ສາມັກຄີໄຊ, ໂດຍມີທີມນັກກິລາ ຈາກບັນດາພະແນກການ, ກົມກອງອ້ອມຂ້າງ ແລະ ບັນດາ 5 ຕົວເມືອງ ເຂົ້າຮ່ວມແຂ່ງຂັນ ຈໍານວນ 12 ທີມ.

ຜ່ານການແຂ່ງຂັນ ແຕ່ ທີ 16-19 ກັນຍາ ໃນຮອບຄັດເລືອກ, ທີມທີ່ເກັ່ງ ແລະ ແຂງແກ່ນສາມາດຜ່ານເຂົ້າຮອບ ຮອງຊະນະເລີດ ຫລື ຮອບ 4 ທີມສຸດທ້າຍໄດ້ ມີ ທີມເມືອງສະໜາມໄຊ; ທີມ ບໍລິສັດ ມິນທູ, ທີມ ບໍລິສັດ ພະເມືອງ ແລະ ທີມຮ້ານເຂົ້າປຽກແຊບ.
ທັງ 4 ທີມ ຈະໄດ້ລົງແຂ່ງຂັນໃນຮອບຮອງຊະນະເລີດ ໃນຕອນແລງຂອງວັນທີ 22 ກັນຍາ 2025, ເວລາ 17:00 ໂມງ; ທີ່ເດີ່ນກິລາບານເຕະ ຫຼັກ 4, ບ້ານ ເວີນແຄນ, ເມືອງ ສາມັກຄີໄຊ ແຂວງ ອັດຕະປື; ເຊີ່ງ ທີມ ບໍລິສັດມິນທູ ພົບກັບ ທີມເຂົ້າປຽກແຊບ ແລະ ທີມ ບໍລິສັດ ພະເມືອງ ພົບກັບ ທີມ ເມືອງ ສະໜາມໄຊ

ຂ່າວໂດຍ: ພົມວິຫານ ໄຊຊະນະ.
ລົງເວັບໄຊສ໌ໂດຍ : ສູນໄອຊີ ອັດຕະປື ( ໜ່ວຍງານ MIS )

ຂ່າວໂດຍ: ພົມວິຫານ ໄຊຊະນະ.
ລົງເວັບໄຊສ໌ໂດຍ : ສູນໄອຊີ ອັດຕະປື ( ໜ່ວຍງານ MIS )