ສກຂ ອັດຕະປື ຄອງແຊ້ມ ບານເຕະຍິງ ຄັ້ງທີ 2 ປີ 2025 ຊິງຂັນລາງວັນ ປະທານ ສຍຂ ອັດຕະປື ສະຫຼອງ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ

ສກຂ ອັດຕະປື ຄອງແຊ້ມ ບານເຕະຍິງ ຄັ້ງທີ 2 ປີ 2025 ຊິງຂັນລາງວັນ ປະທານ ສຍຂ ອັດຕະປື ສະຫຼອງ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ

 

ທີມນັກກິລາໜ່ວຍແມ່ຍິງຮາກຖານພະແນກສຶກສາທິການ ແລະ ກິລາ ແຂວງ ( ສກຂ ) ອັດຕະປື ປະກາດສັກດາຄວາມເກັ່ງ ປະເພດກິລາບານເຕະທີມຍິງ ຄວ້າແຊ໋ມ 2 ປີຊ້ອນ ຫລື ປ້ອງກັນແຊ້ມ ຄັ້ງທີ 2 ໄດ້ສໍາເລັດຢ່າງສົມສັກສີ ໃນງານແຂ່ງຂັນກິລາບານເຕະເດີ່ນນ້ອຍ ທີມຍິງທົ່ວໄປ,ຊິງຂັນປະທານສະຫະພັນແມ່ຍິງແຂວງ(ສຍຂ) ປີ 2025.
ງານແຂ່ງຂັນກິລາດັ່ງກ່າວ ໄດ້ຈັດຂື້ນ ໃນ ວັນທີ 18-19 ກໍລະກົດ 2025 ທີ່ເດີ່ນ ກິລາບານເຕະ ແສງອໍາພອນ ບ້ານ ຫລັກສາມ, ເມືອງ ສາມັກຄີໄຊ, ແຂວງ ອັດຕະປື ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ນາງ ຈັນເພັດ ຈັນທະມາດ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ ແລະ ການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຄະນະປະຈໍາພັກແຂວງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ພ້ອມພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງຫລວງຫລາຍ. ງານແຂ່ງຂັນກິລາຄັ້ງນີ້ ມີຄະນະນັກກິລາຈາກພາກສ່ວນຕ່າງໆ ໃນທົ່ວແຂວງເຂົ້າຮ່ວມແຂ່ງຂັນທັງໝົດ 12ທີມ.ຜ່ານການແຂ່ງຂັນທີ່ເຕັມໄປດ້ວຍບັນຍາກາດອັນຄຶກຄື້ນມ່ວນຊື່ນ ຕະຫຼອດໄລຍະການແຂ່ງຂັນ, ຜົນປະກົດວ່າ ທີມແມ່ຍິງພະແນກສຶກສາ ແຂວງ ອັດຕະປື ເຈົ້າຂອງເຊັ້ມປີ 2024 ສາມາດປ້ອງກັນແຊ້ມໄດ້ສໍາເລັດຕາມຄາດ ເຊິ່ງໃນຮອບຊິງຊະນະເລີດ ທີມພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື ໂຊຄວາມເກັ່ງທີ່ເໜືອກວ່າ ບຸກເອົາຊະນະ ທີມແມ່ຍິງ ເມືອງ ໄຊເສດຖາ ໄປໄດ້ຢ່າງສວຍງາມ 3-0 ຄວ້າຂັນແຊ໋ມ ປີ 2025 ໄປຄອງ ເປັນຄັ້ງທີ 2 ( 2 ປີຊ້ອນ)ໄດ້ສໍາເລັດ ພ້ອມເງິນສົດ 1 ລ້ານ ກີບ, ສ່ວນ ທີມແມ່ຍິງ ເມືອງໄຊເສດຖາ ໄດ້ຮອງຊະນະເລີດ ເງິນສົດ 8 ແສນ ກີບ, ອັນດັບທີ 3 ປກສ ແຂວງ ເງິນສົດ 6 ແສນກີບ.
ເປັນກຽດຂື້ນມອບຂັນແຊ໋ມ ແລະ ເງິນລາງວັນການແຂ່ງຂັນໃຫ້ກັບທີມນັກກິລາທີ່ຊະນະການແຂ່ງຂັນ ຢ່າງສົມກຽດ ໂດຍ ທ່ານ ນາງ ຈັນເພັດ ຈັນທະມາດ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ພ້ອມຄະນະຈັດງານແຂ່ງຂັນ. 

AA7 n

AA1 n

 

AAA1 n

AA2 n

AA6 n

ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026