ແຂວງອັດຕະປື ໄດ້ຈັດງານແຂ່ງຂັນກິລາເປຕັງທີມຄູ່ຊາຍ-ຍິງ ຮຸ່ນທົ່ວໄປ ຊິງຂັນ ແລະ ເງິນລາງວັນທ່ານເຈົ້າແຂວງ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ຄັ້ງທີ XII ແລະ ເພື່ອສະເຫຼີມສະຫຼອງວັນກິລາ-ກາຍະກຳແຫ່ງຊາດລາວ ຄົບຮອບ 59 ປີ (13 ກໍລະກົດ 1966 ຫາ 13 ກໍລະກົດ 2025 ) ໃນຄັ້ງວັນທີ 8 ກໍລະກົດ 2025 ນີ້ ທີ່ເດີນກິລາເປຕັງ ແຂວງອັດຕະປື ຢ່າງເປັນຂະບວນການຄຶກຄື້ນ, ໂດຍການເປັນປະທານຂອງ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ທ່ານ ພົງສະຫວັນ ຄໍາສົງກາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ທ່ານ ອາສຽງ ວິໄລສັກ ຮອງປະທານສະຫະພັນກິລາເປຕັງ ແຂວງ, ມີບັນດາ ທ່ານ ຄະນະການນຳພະແນກການອ້ອມຂ້າງແຂວງ, ອ້ອມຂ້າງເມືອງ, ພ້ອມດ້ວຍຄູເຝີກ ແລະ ນັກກິລາ ຈາກຫລາຍພາກສ່ວນ ເຂົ້າຮ່ວມ.

ງານແຂ່ງຂັນກິລາເປຕັງ ຄັ້ງນີ້ ມີຄະນະນັກກິລາ ສະໝັກເຂົ້າຮ່ວມແຂ່ງຂັນທັງໝົດ 64 ທີມ, ໃນນັ້ນ ທິມຄູ່ຊາຍທົ່ວໄປ ມີ 42 ທີມ, ທີມຄູ່ຍິງທົ່ວໄປ ມີ 22 ທີມ, ຮູບແບບການຈັດການແຂ່ງຂັນໃນຮອບຄັດເລືອກ ເກມ 9 ຄະແນນ, ກໍານົດເວລາການແຂ່ງຂັນ 50 ນາທີ, 2 ເທື່ອຄັດອອກ, ແລ້ວຄັດເອົາທີ 1 ຂອງແຕ່ລະສາຍເຂົ້າຮອບຕໍ່ໄປ, ໃນຮອບຊິງຊະນະເລີດ ເກມ 13 ຄະແນນ ບໍ່ກຳນົດເວລາ, ສ່ວນປະເພດຂອງຂວັນລາງວັນ: ຊະນະເລີດໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 4 ລ້ານກີບ, ຮອງຊະນະເລີດ ລາງວັນເງິນສົດ 2 ລ້ານກີບ ແລະ ອັນດັບທີ 3 ລາງວັນເງິນສົດ 1 ລ້ານກີບ ທັນດັບທີ 4 ລາງວັນຊົມເຊີຍ ເງິນສົດ 500,000 ກີບ.
ຜ່ານການແຂ່ງຂັນ ທີ່ເຕັມໄປດ້ວຍບັນຍາກາດ ຄຶກຄື້ນ ມ່ວນຊື່ນ ໃນໄລຍະ 2 ວັນ ( 8 -9 ກໍລະກົດ ຜົນປະກົດວ່າ:
1. ທີມຄູ່ຊາຍ ຊະນະເລີດ ທີມຫ້ອງວ່າການແຂວງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 4 ລ້ານກີບ

2. ຮອງຊະນະເລີດ ທີມ ໂຮງຮຽນ ມ.ສ ສະໜາມໄຊ ລາງວັນເງິນສົດ 2 ລ້ານກີບ
3. ອັນດັບທີ 3 ທິມ ຮ້ານເຂົ້າປຽກແຊບ ລາງວັນເງິນສົດ 1 ລ້ານກີບ
* ສ່ວນທີມຄູ່ຍິງ
1. ຊະນະເລີດ ຫ້ອງການສຶກສາ ທິການ ແລະ ກິລາ ເມືອງ ສາມັກຄີໄຊ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 4 ລ້ານກີບ
2. ຮອງຊະນະເລີດ ທີມ ພະນິນດາ ລາງວັນເງິນສົດ 2 ລ້ານກີບ
3. ອັນດັບທີ 3 ໂຮງໜໍແຂວງ ລາງວັນເງິນສົດ 1 ລ້ານກີບ
ຂ່າວໂດຍ: ພົມວິຫານ ໄຊຊະນະ
ລົງເວັບໄຊໂດຍ : ສູນໄອຊີທີ ອັດຕະປື ( ໜ່ວຍງານ MIS )
