ໂຮງຮຽນມັດທະຍົມສຶກສາສົມບູນ (ມສ) ສະໜາມໄຊ, ເມືອງສະໜາມໄຊ, ດັບຝັນ ມ.ສ ຈັນທາ, ເມືອງ ສາມັກຄີໄຊ, 1-0 ປະຕູ ໃນນັດຊິງຊະນະເລີດ ປະກາດສັກດາເປັນເຈົ້າຄອງແຊ໋ມ ງານແຂ່ງຂັນກິລາເຕະບານຊາຍ ຊັ້ນມັດທະຍົມສຶກສາທົ່ວແຂວງອັດຕະປື ຄັ້ງທີ IX, ປະຈຳສົກຮຽນ 2024-2025.
ການແຂ່ງຂັນນັດຊິງຊະນະເລີດ ລະຫວ່າງ ທີມ ມ.ສ ຈັນທາ ກັບ ທີມ ມ.ສ ສະໜາມໄຊ ຂອງງານແຂ່ງຂັນກິລາດັ່ງກ່າວ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ ວັນທີ 02 ພຶດສະພາ 2025 ນີ້ ທີ່ໂຮງຮຽນກິນນອນຊົນເຜົ່າແຂວງ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື, ມີ ຄະນະແນກສຶກສາທິການ ແລະ ກິລາ ແຂວງ, ຜູ້ອໍານວຍການໂຮງຮຽນ ມ.ສ ຫລາຍແຫ່ງ, ພະນັກງານ, ຄູອາຈານ, ຄະນະກໍາມະການ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍ ຮ່ວມຊົມຮ່ວມເຊຍຢ່າງຫຼວງຫຼາຍ.
ງານແຂ່ງຂັນກິລານັກຮຽນທົ່ວແຂວງຄັ້ງນີ້ ໄດ້ເລີ່ມແຂ່ງຂັນມາແຕ່ 25 ກຸມພາ 2025 ແລະ ສໍາເລັດ ໃນວັນທີ 02 ພຶດສະພາ 2025, ໂດຍມີ ຄະນະນັກກິລາ 14 ພາກສ່ວນເຂົ້າຮ່ວມແຂ່ງຂັນ; ຄື: ມ.ສ ຊົນເຜົ່າ, ມ.ສ ຈະເລີນສຸກ ແລະ ມ.ສ ຈັນທາ, ມ.ສ ສົມສຸກ, ມ.ສ ນາງແຮ່ວ, ມ.ສໂພນງາມ ແລະ ມສ ເສດຖາທິລາດ, ມ.ສ ນໍ້າງອນ, ມ.ສ ນໍ້າປາ, ມ.ສ ວຽງສະຫັວນ, ມ.ສ ສະໜາມໄຊ, ມ.ສ ພະເມືອງ, ມ.ສ ໜອງລົມ ແລະ ມ.ສ ໂພນໄຊ.
ຜ່ານການແຂ່ງຂັນ ທີ່ເຕັ້ມໄປດ້ວຍສີສັນ ບັນຍາກາດຄຶກຄື້ນ, ມ່ວນຊື່ນ ຜົນປະກົດວ່າ: ທີມ ມ.ສ ສະໜາມໄຊ ສາມາດ ດັບຝັນ ທີມ ມ.ສ ຈັນທາ 1-0 ປະຕູ ໃນນັດຊິງຊະນະເລີດ ປະກາດສັກດາ ເປັນເຈົ້າຄອງຂັນແຊ໋ມ ແລະ ເງິນ ລາງວັນ 10 ລ້ານກີບ ງານແຂ່ງຂັນກິລານັກຮຽນຊັ້ນມັດທະຍົມສຶກສາທົ່ວແຂວງ ຄັ້ງທີ IX, ປະຈຳສົກຮຽນ 2024-2025, ສ່ວນ ມ.ສ ຈັນທາ ເຮັດດີສຸດ ແຕ່ໄປບໍ່ເຖີງຝັນ ໄດ້ຮອງຊະນະເລີດ ຄວ້າເງິນລາງວັນເງິນສົດ 7 ລ້ານກີບ,
ຂະນະທີ ອັນດັບທີ 3 ເງິນສົດ 5 ລ້ານກີບ ທີມ ມ.ສ ເສດຖາທິລາດ, ເມືອງ ໄຊເສດຖາ ສາມາດຄວ້າໄດ້ໄປຄອງ ດ້ວຍການບຸກຊະນະ ທີມ ມ.ສ ນໍ້າງອນ 1-0 ປະຕູ ເຮັດໃຫ້ທີມ ມ.ສ ນໍ້າງອນ ຕົກເປັນອັນດັບທີ IV ໄດ້ຮັບລາງວັນຊົມເຊີຍ 2 ລ້ານກີບ.





