ມ.ສ ນໍ້າປາ ຄວ້າແຊັ້ມ ບານສົ່ງຊາຍ ກິລານັກຮຽນມັດທະຍົມສຶກສາ ທົ່ວແຂວງ ຄັ້ງທີ IX, ສົກຮຽນ 2024-2025.


ທີມໂຮງຮຽນ ມັດທະຍົມສຶກສາສົມບູນ (ມ.ສ) ນໍ້າປາ, ເມືອງ ຊານໄຊ ຖະຫລົ່ມດັບຝັນ ທີມໂຮງຮຽນ ມ.ສ ຈັນທາ, ເມືອງ ສາມັກຄີໄຊ ປະເພດບານສົ່ງຊາຍ 3-0 ເຊັດ, 25-20; 25-21; ແລະ 25-23 ໃນຮອບຊິງຊະນະເລີດ ຄວ້າຂັນແຊ໋ມໄປຄອງຢ່າງສົມສັກສີ, ພ້ອມລາງວັນເງິນສົດອີກ 7 ລ້ານກີບ ໃນງານແຂ່ງຂັນກິລານັກຮຽນຊັ້ນມັດທະຍົມສຶກສາ ທົ່ວແຂວງ ຄັ້ງທີ IX, ປະຈໍາສົກຮຽນ 2024-2025 ຊິງຂັນ ແລະ ເງິນລາງວັນ ຂອງທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ອັດຕະປື, ຂະນະທີ່ ຮອງຊະນະເລີດ ທີມໂຮງຮຽນ ມ.ສ ຈັນທາ, ເມືອງ ສາມັກຄີໄຊ, ໄດ້ຮັບລາງວັນເງິນສົດ 5 ລ້ານກີບ, ອັນດັບທີ 3 ໂຮງຮຽນ ມ.ສ ຊົນເຜົ່າ, ເມືອງ ສາມັກຄີໄຊ, ໄດ້ຮັບລາງວັນເງິນສົດ 3 ລ້ານກີບ, ອັນດັບທີ 4 ໄດ້ຮັບລາງວັນເງິນສົດ 1 ລ້ານກີບ ແລະ ອັນດັບທີ 5 ໂຮງຮຽນ ມ.ສ ນໍ້າງອນ, ເມືອງ ຊານໄຊ.


ງານແຂ່ງຂັນກິລາດັ່ງກ່າວ ໄດ້ຈັດຂື້ນທີ່ພະແນກສຶກສາທິການ ແລະ ກິລາ ແຂວງ ໃນຄັ້ງວັນທີ 4 ມີນາ 2025 ພາຍໃຕ້ການເປັນປະທານ ຂອງທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີຄະນະນັກກິລາເຂົ້າຮ່ວມແຂ່ງຂັນ ທັງໝົດ 5 ທີມ, ຮູບແບບການແຂ່ງຂັນ ພົບກັນໝົດທຸກທີມ, ຄັດເອົາທີມທີ່ມີຄະແນນອັນດັບທີ 1 ແລະ ທີ 2 ເຂົ້າຮອບຊິງຊະນະເລີດ ສ່ວນທີມ ທີ່ມີຄະແນນ ອັນດັບທີ 3 ແລະ ທີ 4 ແມ່ນຮັກສາໄວ້. ການແຂ່ງຂັນ ໄດ້ເລີ່ມແຕ່ວັນທີ 4 ແລະ ສໍາເລັດການແຂ່ງຂັນ ແລະ ຈັດພິທີປະກາດຜົນການແຂ່ງຂັນ , ພ້ອມມອບຂອງຂັວນລາງວັນ ໃຫ້ທີມທີ່ຊະນະການແຂ່ງຂັນຢ່າງສົມກຽດ ໃນວັນທີ 25 ມີນາ 2025 ນີ້ ທີ່ເດີ່ນແຂ່ງຂັນກິລາບານສົ່ງ ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື ໂດຍການເປັນກຽດຂື້່ນກ່າວມອບ ຂອງທ່ານ ອຸມດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີຄະນະນໍາ, ຄູເຝີກ, ນັກກິລາ ແຕ່ລະພາກສ່ວນເຂົ້າຮ່ວມ.
