ງານແຂ່ງຂັນກິລາພົບປະດັ່ງກ່າວ ໄດ້ຈັດຂື້ນໃນວັນທີ 21 ມີນາ 2025 ນີ້ ທີ່ສະໜາມກິລາ ແຂວງເຊກອງ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳໄພ ສິມມາວັດ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງເຊກອງເຈົ້າພາບ, ມີ ຫົວໜ້າພະແນກ, ຮ້ອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ 3 ແຂວງ ຈໍາປາສັກ, ສາລະວັນ ແລະ ອັດຕະປື, ພ້ອມດ້ວຍຄະນະຮັບຜິດຊອບ, ນັກກິລາ, ຄະນະກອງເຊຍເຂົ້າຮ່ວມທັງໝົດ 160ຄົນ,ຍິງ 81 ຄົນ ເຂົ້າຮ່ວມຢ່າງຟົດຟື້ນ ແລະ ມ່ວນຊື່ນ.
ໃນໂອກາດດັ່ງກ່າວ ທ່ານ ຄຳໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ເຊກອງໃຫ້ຮູວ່າ: ການຈັດງານແຂ່ງຂັນກິລາພົບປະ ພາຍໃນຂະແໜງການສຶກສາທິການ ແລະ ກິລາ 4 ແຂວງພາກໃຕ້ຄັ້ງນີ້, ແມ່ນມີຄວາມໝາຍສຳຄັນຫຼາຍ ເພາະເປັນກິດຈະກຳເພື່ອສຸຂະພາບ, ມິດຕະພາບ, ຮັດແໜ້ນຄວາມສາມັກຄີ ແລະ ເພື່ອພາລະນາໄມສົມບູນ, ເປັນການຖອດຖອນ, ແລກປ່ຽນບົດຮຽນ ວຽກງານການສຶກສາ-ກິລາ ທາງດ້ານການບໍລິຫານ ກໍຄືວຽກງານວິຊາການ, ໄດ້ຈັດຂຶ້ນໃນທາມກາງບັນຍາກາດທີ່ທົ່ວພັກ-ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມສຸມໃສ່ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ພິເສດ: ສໍາລັບແຂວງເຊກອງພວກເຮົາແມ່ນກຳລັງຂຸ້ນຂ້ຽວສຸມໃສ່ ສ້າງຂະບວນການເພື່ອຂໍ່ານັບຊົມເຊີຍວັນ ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ແລະ ກະກຽມດໍາເນີນກອງປະຊຸມໃຫຍ່ສະ ໄໝທີ XI ຂອງອົງຄະນະພັກແຂວງ.
ທີມນັກກິລາ ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື ໂຊຟອມເກັ່ງ ຄວ້າ 4 ລາງວັນຈາກ 2 ປະເພດກິລາ, 4 ລາຍການແຂ່ງຂັນ, ງານແຂ່ງຂັນກິລາພົບປະ ຖອດຖອນບົດຮຽນ ຮອບວຽນຄັ້ງທີ 5, ປີ 2025 ຂອງຂະແໜງການສຶກສາ-ກິລາ 4 ແຂວງ ພາກໃຕ້, ທີ່ແຂວງ ເຊກອງໄດ້ຮັບກຽດເປັນເຈົ້າພາບ,ຖັດຈາກ ແຂວງ ອັດຕະປື ປີ 2021, ໃນນັ້ນມີ ມີ ຊະນະເລີດບານເຕະຊາຍ, , ຮອງຊະນະເລີດ ເປຕັງ ທີມການນໍາ, ຮອງຊະນະເລີດ ເປຕັງທີມຍິງ ແລະ ອັນດັບ 4 ເປຕັງທີມຊາຍ, ຈັດຢູ່ໃນອັນທີ 2 ຂອງຕາຕະລາງຂັນລາງວັນ.





