ພະແນກສຶກສາທິການ ແລະ ກິລາແຂວງ ( ສກຂ) ອັດຕະປື ໄດ້ຈັດງານແຂ່ງຂັນກິລານັກຮຽນຊັ້ນມັດທະຍົມສຶກສາສົມບູນທົ່ວແຂວງ ຄັ້ງທີ IX ປະຈໍາສົກຮຽນ 2024-2025, ຊິງຂັນ ແລະ ລາງວັນ ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຕິດພັນກັບການສ້າງຂະບວນການ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ, ກອງປະຊຸມໃຫຍ່ສາມຂັ້ນຂອງພັກ, ພ້ອມທັງເປັນການຈັດຕັ້ງປະຕິບັດ 5 ຫຼັກມູນການສຶກສາ ແລະ ທັງເປັນການກະກຽມຄັດເລືອກເອົານັກກິລາ ເພື່ອເຂົ້າຮ່ວມງານມະຫະກຳ ກິລາແຫ່ງຊາດຄັ້ງທີ XII ທີ່ ນະຄອນຫຼວງວຽງຈັນໄດ້ຮັບກຽດເປັນເຈົ້າພາບ ເຊີ່ງຈະຈັດຂື້ນໃນລະຫວ່າງ ເດືອນພະຈິກ 2025 ນີ້
ງານແຂ່ງຂັນກິລາດັ່ງກ່າວ ໄດ້ມີພິທີເປີດຂື້ນຢ່າງເປັນທາງການ ໃນຕອນບ່າຍວັນທີ 25 ກຸມພາ 2025ນີ້ ທີ່ເດີ່ນກິລາເຕະບານ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອັດຕະປື ໂດຍພາຍໃຕ້ ການເຂົ້າຮ່ວມເປັນປະທານກ່າວເປີດພິທີ ຂອງ ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຫລວງຫລາຍ ແລະ ເປັນຂະບວນການຄຶກຄື້ນ.
ສໍາລັບງານແຂ່ງຂັນກິລານັກຮຽນມັດທະຍົມສຶກສາສົມບູນ ທົ່ວແຂວງ ຄັ້ງນີ້, ທ່ານ ສົມຈິດ ແສງກະເລົາ ຮອງຫົວໜ້າຂະແໜງ ກິລາມວນຊົນ, ພະລະ ແລະ ສີລະປະສຶກສາ ໄດ້ໃຫ້ຮູ້ວ່າ: ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດໃຫ້ມີການແຂ່ງຂັນ ກິລາ 2 ປະເພດຄື: ກິລາ ເຕະບານ ທີມຊາຍ ເດີ່ນໃຫຍ່ 11 ຄົນ ແລະ ບານສົ່ງໃນຮົ່ມ ທີມຊາຍ,ປະເພດບານເຕະ ຈະເລີ່ມແຂ່ງຂັນ ໃນມື້ເປີດພິທີ ນັບແຕ່ວັນທີ 25 ກຸມພາ ເຖີງວັນທີ 8 ເມສາ 2025 ຈິ່ງຈະສໍາເລັດ ທີ່ເດີ່ນກິລາ ບານເຕະ ໂຮງຮຽນສາມັນ ກິນນອນຊົນເຜົ່າ, ໂດຍມີ ຄະນະນັກກິລາ 14 ພາກສ່ວນເຂົ້າຮ່ວມແຂ່ງຂັນ; ການແຂ່ງຂັນແບ່ງອອກເປັນ 4 ກຸ່ມຄື: ກຸ່ມ ກໍ: ມີ 3 ທີມ, ປະກອບມີ ທີມ ມ.ສ ຊົນເຜົ່າ, ມ.ສ ຈະເລີນສຸກ ແລະ ມ.ສ ຈັນທາ; ກຸ່ມ ຂໍ: ມີ 4 ທີມ ປະກອບມີ ທີມ ມ.ສ ສົມສຸກ, ມ.ສ ນາງແຮ່ວ, ມ.ສໂພນງາມ ແລະ ມສ ເສດຖາທິລາດ; ກຸ່ມ ຄໍ: ມີ 3 ທີມ ປະກອບມີ ທີມ ມ.ສ ນໍ້າງອນ, ມ.ສ ນໍ້າປາ, ມ.ສ ວຽງສະຫັວນ; ກຸ່ມ ງໍ: ມີ 4 ທີມ ປະກອບມີ ທີມ ມ.ສ ສະໜາມໄຊ, ມ.ສ ພະເມືອງ, ມ.ສ ໜອງລົມ ແລະ ມ.ສ ໂພນໄຊ.






ຄູ່ເປີດສະໜາມໃນງານແຂ່ງຂັນຄັ້ງນີ້ ເປັນການພົບກັນລະຫວ່າງ ທີມ ມ.ສ ນາງແຮ່ວ ພົບກັບ ມ.ສ ສົມສຸກ ( ກຸ່ມ ຂ) ຜົນການແຂ່ງຂັນ ມ.ສ ສົມສຸກ ຊະນະ ມ.ສ ນາງແຮ່ວ 2-1 ປະຕູ, ເກັບຄະແນນໄດ້ໄປກ່ອນ 3 ແຕ້ມ.





ຂ່າວໂດຍ: ພົມວິຫານ ໄຊຊະນະ ( ສກຂ ອັດຕະປື )
